ລຸກຊຳບວກ ລົງນາມເຂົ້າເປັນພາຄີ ສົນທິສັນຍາ ໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້

11/10/2024 09:50
Email Print 501
ຂປລ ຂປລ. ໃນວັນທີ 10 ຕຸລາ 2024 ນີ້, ໄດ້ມີພິທີລົງນາມເຂົ້າເປັນພາຄີ ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ຂອງປະເທດລຸກຊຳບວກ ຕາງໜ້າລົງນາມ ໂດຍ ທ່ານ ຊາວີເອ ເບັດແຕນລ໌ (Xavier Bettel) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຕ່າງ ປະເທດ ແລະ ລັດຖະມົນຕີຮ່ວມມື ເພື່ອການພັດທະນາ ແລະ ວຽກງານມະນຸດສະທຳ ຂອງລຸກຊຳບວກ




ຂປລ. ໃນວັນທີ 10 ຕຸລາ 2024 ນີ້
, ໄດ້ມີພິທີລົງນາມເຂົ້າເປັນພາຄີ ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ຂອງປະເທດລຸກຊຳບວກ ຕາງໜ້າລົງນາມ ໂດຍ ທ່ານ ຊາວີເອ ເບັດແຕນລ໌ (Xavier Bettel) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຕ່າງ ປະເທດ ແລະ ລັດຖະມົນຕີຮ່ວມມື ເພື່ອການພັດທະນາ ແລະ ວຽກງານມະນຸດສະທຳ ຂອງລຸກຊຳບວກ ໂດຍມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ຕີມໍແລັດສະເຕ, ເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະ ຜູ້ແທນ ເຂົ້າຮ່ວມເປັນສັກຂີພິຍານ.




ໃນໂອກາດນີ້
, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຍິນດີຮັບ ລຸກຊຳບວກ ເຂົ້າເປັນພາຄີ ຂອງສົນທິສັນຍາ TAC ທີ່ເຮັດໃຫ້ຈໍານວນພາຄີ ຂອງສົນທີສັນຍາດັ່ງກ່າວ  ເພີ່ມເປັນ 55 ພາຄີ ໃນປັດຈຸບັນ ແລະ ໄດ້ຢ້ຳວ່າ ການເຂົ້າເປັນພາຄີສົນທິສັນຍາ TAC ຂອງລຸກຊຳບວກ ສະແດງ ໃຫ້ເຫັນການຮັບຮູ້ ຫລັກການພື້ນຖານຂອງອາຊຽນ, ທັງສະແດງໃຫ້ເຫັນຄວາມໝາຍໝັ້ນຂອງລຸກຊຳບວກ ທີ່ຈະຮ່ວມມືກັບອາຊຽນ ເພື່ອປົກປັກຮັກສາ ແລະ ສົ່ງເສີມສັນຕິ ພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ.




ພ້ອມນີ້
, ທ່ານ ຊາວີເອ ເບັດແຕນລ໌ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຕ່າງປະເທດ ແລະ ລັດຖະມົນຕີຮ່ວມມື ເພື່ອການພັດທະນາ ແລະ ວຽກງານມະນຸດສະທຳ ຂອງລຸກຊຳບວກກໍໄດ້ປະກາດ ຄວາມກຽມພ້ອມຂອງລຸກຊຳບວກ ເພື່ອທີ່ຈະຮ່ວມມືກັບອາຊຽນ ກໍຄື ການເສີມຂະຫຍາຍ ການພົວພັນກັບແຕ່ລະປະເທດ ສະມາຊິກອາຊຽນ.

KPL

ຂ່າວອື່ນໆ

ads
ads

Top