ພຽງ 6 ເດືອນ ດາກຈຶງເກັບລາຍຮັບໄດ້ 9 ຕື້ກວ່າກີບ

27/08/2025 13:10
Email Print 204
ຂປລ ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດຂອງຫ້ອງການ-ການເງິນ ເມືອງດາກຈຶງ ແຂວງເຊກອງ ໃນໄລຍະ 6 ເດືອນຕົ້ນປີ 2025 ຜ່ານມາ, ເຊິ່ງທາງຫ້ອງການ-ການເງິນເມືອງ ໄດ້ເປັນເຈົ້າການຊຸກຍູ້ບັນດາຂະແໜງການກ່ຽວຂ້ອງ ເຄື່ອນໄຫວປະຕິບັດແຜນການຈັດເກັບລາຍຮັບ ເຊິ່ງສາມາດເກັບລາຍຮັບໄດ້ 9,86 ຕື້ກວ່າກີບ ບໍ່ລວມແຂວງດຸນໃຫ້ ໃນນັ້ນ, ໄດ້ຈາກລວມຍອດສ່ວຍສາອາກອນ 6.521 ລ້ານກີບ, ລາຍຮັບຈາກຊັບສິນຂອງລັດ 3.343 ລ້ານກີບ.

     ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດຂອງຫ້ອງການ-ການເງິນ  ເມືອງດາກຈຶງ ແຂວງເຊກອງ ໃນໄລຍະ 6 ເດືອນຕົ້ນປີ 2025 ຜ່ານມາ, ເຊິ່ງທາງຫ້ອງການ-ການເງິນເມືອງ ໄດ້ເປັນເຈົ້າການຊຸກຍູ້ບັນດາຂະແໜງການກ່ຽວຂ້ອງ ເຄື່ອນໄຫວປະຕິບັດແຜນການຈັດເກັບລາຍຮັບ ເຊິ່ງສາມາດເກັບລາຍຮັບໄດ້ 9,86 ຕື້ກວ່າກີບ ບໍ່ລວມແຂວງດຸນໃຫ້ ໃນນັ້ນ, ໄດ້ຈາກລວມຍອດສ່ວຍສາອາກອນ 6.521 ລ້ານກີບ, ລາຍຮັບຈາກຊັບສິນຂອງລັດ 3.343 ລ້ານກີບ. ນອກຈາກນັ້ນ, ຍັງມີລາຍ ຮັບຈາກແຂວງດຸນດ່ຽງໃຫ້ເມືອງ 7.791 ລ້ານກີບ ຄຽງຄູ່ກັນນີ້ ກໍໄດ້ຈັດຕ້ັງປະຕິບັດຄຸ້ມຄອງລາຍຈ່າຍໄດ້ 17 ຕື້ກີບ ເທົ່າກັບ 35% ທຽບໃສ່ແຜນແບ່ງປັນ ຂອງແຂວງໃຫ້ເມືອງ ໃນການໃຊ້ຈ່າຍງົບປະມານໝົດປີ ເກືອບ 41 ຕື້ກີບ.

    ທ່ານ ດາວສະໄໝ ເຢິງປັນຍາ ຮັກສາການຫົວໜ້າຫ້ອງການ ການເງິນເມືອງດາກຈຶງ ໃຫ້ສຳພາດຕໍ່ສື່ມວນຊົນແຂວງເຊກອງ ເມື່ອບໍ່ດົນມານີ້ວ່າ: ໃນໄລຍະຜ່ານມາ,  ຫ້ອງການ-ການເງິນ ເມືອງດາກຈຶງ ໄດ້ເອົາໃຈໃສ່ປະຕິບັດວຽກງານຢ່າງຕັ້ງໜ້າ ເພື່ອເຮັດໃຫ້ສຳເລັດຕາມແຜນການທີ່ວາງໄວ້ ໂດຍສະເພາະການຈັດຕັ້ງປະຕິບັດການຈັດເກັບລາຍຮັບເຂ້ົາງົບປະມານ ທີ່ແຂວງມອບໃຫ້ 18,86 ຕື້ກວ່າກີບ. ສຳລັບການຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນທ້າຍ ປີ ໃນການເກັບລາຍຮັບແມ່ນຈະໃຫ້ບັນລຸໄດ້ຕາມແຜນການ ກໍຄືຕົວເລ ແບ່ງປັນໃນການເກັບລາຍຮັບເຂົ້າງົບປະມານ ລວມທັງການຄຸ້ມຄອງລາຍຈ່າຍ ພ້ອມທັງເອົາໃຈໃສ່ນຳພາສະມາຊິກພັກ, ພະນັກງານ- ລັດຖະກອນເປັນເຈົ້າການປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ລົງເຄື່ອນໄຫວຊຸກຍູ້ພ້ອມປະເມີນຖານລາຍຮັບບັນດາຫົວໜ່ວຍທຸລະກິດຕ່າງໆ, ຂະແໜງການທ່ີມີລາຍຮັບໃນທົ່ວເມືອງເພື່ອມອບພັນທະເຂ້ົາງົບປະມານ.

    ຫ້ອງການ-ການເງິນ ເມືອງດາກຈຶງ ມີພະນັກງານ-ລັດຖະກອນ  20 ທ່ານ ຍິງ 3 ທ່ານ, ມີ 2 ໜ່ວຍງານຄື: ໜ່ວຍງານງົບປະມານ,  ບໍລິຫານຈັດຕັ້ງ ແລະ ສອງສາຍຕັ້ງຂຶ້ນກັບໜ່ວຍງານຄັງເງິນ ແລະ ໜ່ວຍງານສ່ວຍສາອາກອນ.

ຂ່າວ: ອັດສະວິນ

KPL

ຂ່າວອື່ນໆ

ads
ads

Top