ລາວ-ໄທ ລົງນາມເອກະສານຮ່ວມມືສອງຝ່າຍຫລາຍສະບັບ

08/10/2024 19:33
Email Print 1022
ຂປລ ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ, ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາ ຈັກໄທ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 8 ຕຸລາ 2024 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ

ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ, ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາ ຈັກໄທ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 8 ຕຸລາ 2024 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງຊາດ ລາວ-ໄທ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ທີ່ສໍານັກງານນາຍົກລັດ ຖະມົນຕີ ໃນຕອນບ່າຍຂອງວັນທີ 8 ຕຸລາ 2024. ຫລັງຈາກນັ້ນ, ສອງນາຍົກລັດຖະມົນຕີ ລາວ-ໄທ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສອງປະເທດ ກໍໄດ້ພົບປະສອງຝ່າຍ ຢ່າງເປັນທາງການ ເພື່ອຕີລາຄາສະພາບການພົວພັນຮ່ວມມື ລາວ-ໄທ ໃນດ້ານຕ່າງໆພ້ອມທັງກໍານົດທິດທາງ ແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ການແກ້ໄຂບັນຫາຢາເສບຕິດ ແລະ ການໂຈນລະກໍາທາງໄຊເບີ, ການສໍາຫລວດ ແລະ ປັກຫລັກໝາຍຊາຍແດນ, ການແກ້ໄຂບັນຫາໝອກຄວັນຂ້າມແດນ. ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມໂຍງທາງດ້ານພື້ນຖານໂຄງລ່າງ, ການຮ່ວມມືເພື່ອການພັດທະນາ, ການຮ່ວມມືດ້ານແຮງງານ ແລະ ອື່ນໆ; ສອງຝ່າຍໄດ້ແຈ້ງສະ ພາບການພົ້ນເດັ່ນ ພາຍໃນປະເທດໃຫ້ກັນຊາບ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍກວມເອົາທຸກຂົງເຂດວຽກງານ ນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ ເຊິ່ງມີລັກສະນະກ່ຽວພັນກັນ, ເພິ່ງພາອາໄສເຊິ່ງກັນ ແລະ ກັນ ແລະ ມີຜົນສໍາເລັດ ເປັນກ້າວໆມາ ໂດຍເຫັນໄດ້ຈາກການແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ ໃນທຸກລະດັບລະຫວ່າງສອງປະເທດ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ; ສອງຝ່າຍເຫັນດີຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ພ້ອມທັງໄດ້ແລກປ່ຽນ ຄໍາຄິດຄໍາເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະ ແດງຄວາມຊົມເຊີຍ ທ່ານ ນາງ ແພທອງທານ ຊິນນະວັດ ທີ່ໄດ້ຮັບເລືອກຕັ້ງໃຫ້ ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄົນທີ 31, ພ້ອມທັງໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມຄັ້ງນີ້ ເຊິ່ງ ສປປ ລາວ ເປັນປະເທດທໍາອິດໃນການຢ້ຽມຢາມຕ່າງປະເທດ ຢ່າງເປັນທາງການຂອງ ທ່ານ ນາຍົກລັດຖະມົນຕີ ນາງ ແພທອງທານ ຊິນນະວັດ ເຊິ່ງສະແດງເຖິງຄວາມໃກ້ຊິດສະໜິດສະໜົມ ແລະ ການພົວພັນທີ່ເປັນມູນເຊື້ອ ລະຫວ່າງສອງປະເທດ ລາວ-ໄທ, ທັງເປັນໜຶ່ງໃນກິດຈະກໍາ ເພື່ອສະເຫລີມສະຫລອງ ຄົບຮອບ 75 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໃນປີ 2025 ທີ່ຈະມາເຖິງນີ້. ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມເສົ້າສະຫລົດໃຈ ຕໍ່ກໍລະນີອຸບັດຕິເຫດທາງລົດຍົນຂອງ ຄະນະຄູອາຈານ ແລະ ນັກຮຽນ ໃນວັນທີ 1 ຕຸລາ 2024 ຜ່ານມາ. ນອກນັ້ນ, ທ່ານ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ຍັງໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອຂອງຝ່າຍໄທ ທີ່ມີຕໍ່ຝ່າຍລາວ ໃນຕະຫລອດໄລຍະຜ່ານມາ ໂດຍສະເພາະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້.

ໃນຂະນະດຽວກັນ, ທ່ານ ນາງ ແພທອງທານ ຊິນນະວັດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ ຊິດ ໂດຍສະເພາະກັບ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເພື່ອຊຸກຍູ້ຂະແໜງ ການກ່ຽວຂ້ອງຂອງສອງຝ່າຍ ນໍາເອົາຜົນຂອງການພົບປະໃນຄັ້ງນີ້ ໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ. ນອກນັ້ນ, ທ່ານນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ກໍໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ການເປັນ ປະທານອາຊຽນ ປີ 2024 ຂອງ ສປປ ລາວ ປະສົບຜົນສໍາເລັດຢ່າງຈົບງາມ.

ພາຍຫລັງສໍາເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ ແລະ ໄທ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 6 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານ ການບໍລິຫານຈັດການ ຊັບພະຍາກອນນໍ້າ ແບບບູລະນາການ ລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ສໍານັກງານຊັບພະຍາກອນແຫ່ງຊາດ ຣາຊະອານາຈັກໄທ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສ້າງຕັ້ງແຂວງມິດຕະພາບ ລະຫວ່າງ ນະຄອນຫລວງວຽງຈັນ, ສປປ ລາວ ແລະ ຈັງຫວັດຂອນແກ່ນ, ຣາຊະອານາຈັກໄທ; 3 ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືຂົງເຂດວຽກງານ ຄຸ້ມຄອງລັດຖະກອນ ລະຫວ່າງ ກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ສໍານັກງານຄະນະກໍາມະການ ຂ້າຣາຊະການພົນລະເຮືອນ ແຫ່ງ ຣາຊະອານາຈັກໄທ; ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກົມການຄ້າພາຍໃນ, ກະຊວງການຄ້າ ແຫ່ງ ຣາຊະອານາຈັກໄທ ພາຍໃຕ້ໂຄງການຮ່ວມມື ການຊ່ວຍເຫລືອທາງດ້ານ ວິຊາການດ້ານເຕັກນິກ ລະຫວ່າງໜ່ວຍງານວັດແທກ ທາງດ້ານກົດໝາຍ ສປປ ລາວ ກັບ ຣາຊະອານາຈັກໄທ; ສັນຍາ ກ່ຽວກັບການດໍາເນີນ ການທາງດ້ານເຕັກນິກ ສໍາລັບການຂົນສົ່ງສິນຄ້າທາງລົດໄຟ ລະຫວ່າງ ລັດວິສາຫະກິດລົດໄຟແຫ່ງຊາດລາວ ແລະ ການລົດໄຟແຫ່ງປະເທດໄທ; ໜັງສືສະແດງເຈດຈໍານົງ ວ່າດ້ວຍການເສີມແຮງຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ລະຫວ່າງ ກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ສປປ ລາວ ແລະ ກົມທາງຫລວງ, ກະຊວງຄົມມະນາຄົມ, ຣາຊະອານາຈັກໄທ. ຫລັງຈາກນັ້ນ, ກໍໄດ້ມີພິທີມອບ-ຮັບ ຜົນການສຶກສາ ແລະ ລາຍລະອຽດການອອກແບບ ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ຊຽງແມນ-ຫລວງພະບາງ ເຊິ່ງເປັນກຽດມອບໂດຍ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ເປັນກຽດຮັບໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ໃນຕອນບ່າຍວັນດຽວກັນ, ທ່ານ ນາງ ແພທອງທານ ຊິນນະວັດ ແລະ ຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແລະ ພົບປະກັບ ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ພ້ອມທັງໄດ້ເຂົ້າຮ່ວມງານລ້ຽງອາຫານຄໍ່າ ເປັນກຽດຈັດໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ພາບ: ເກດສະໜາ+ ອ່າຍຄຳ

KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ ການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top