ສສກ ວາງຫລາຍມາດຕະການແກ້ໄຂບັນຫາການປະລະການຮຽນ

08/10/2026 08:57
Email Print 912
ຂປລ ບັນຫາການປະລະການຮຽນຂອງນັກຮຽນແຕ່ລະລະດັບ ນັບແຕ່ຊັ້ນປະຖົມ, ມັດທະຍົມຈົນ ເຖິງການສຶກສາຊັ້ນສູງ ແລະ ອາຊີວະສຶກສາຍັງເປັນສ່ິງທ້າທາຍສຳຄັນຂອງຂະແໜງການສຶກສາ ເນ່ືອງຈາກສົ່ງຜົນຕໍ່ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາເສດຖະ ກິດ-ສັງຄົມ. ເພ່ືອແກ້ໄຂບັນຫາດັ່ງກ່າວ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ວາງຫລາຍມາດຕະການທັງດ້ານນະໂຍບາຍ, ການຊ່ວຍເຫລືອນັກຮຽນ, ການປັບປຸງໂຄງສ້າງ ແລະ ຄຸນນະພາບການສຶກສາ.

     ຂປລ. ທ່ານ ທອງສະລິດ ມັງໜ່ໍເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຊ້ີແຈງຕ່ໍຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ໃນຫລາຍບັນຫາສຳຄັນເປັນຕົ້ນ ການປະລະການຮຽນ, ການຫັນປ່ຽນລະບົບການສຶກສາສາຍສາມັນ ແລະ ການຄຸ້ມຄອງ- ຕິດຕາມຊຸກຢູ່ໂຮງຮຽນພາກເອກະຊົນ ຊຶ່ງກະຊວງສຶກສາທິການ ແລະ ກິລາ ໄດ້ວາງຫລາຍມາດຕະການເພື່ອແກ້ໄຂບັນຫາດັ່ງກ່າວ ໂດຍສະເພາະ ການຍົກສູງບົດບາດ ແລະ ຄວາມສຳຄັນຂອງການສຶກສາ, ການດຳເນີນໂຄງການ “ນຳນ້ອງກັບສູ່ໂຮງຮຽນ”, ການສະໜອງອາຫານທ່ຽງໃຫ້ນັກຮຽນປະມານ 217.000 ຄົນ, ໃຫ້ເງິນອຸດໜູນ ແລະ ເບ້ຍລ້ຽງແກ່ນັກຮຽນທຸກຍາກ ແລະ ດ້ອຍໂອກາດ 1.000 ຄົນ ໃນ ຂັ້ນປະຖົມ ແລະ 4.148 ຄົນ ໃນ ຂັ້ນມັດທະຍົມ, ພ້ອມທັງສະໜອງທຶນການສຶກສາ 153 ທຶນ ໃຫ້ແກ່ນັກຮຽນເກັ່ງ.

     ສຳລັບດ້ານອາຊີວະສຶກສາໄດ້ດຳເນີນການສອນສາມັນວິຊາຊີບ ຄວບຄູ່ກັນ ໃນ 9 ສາຂາວິຊາຊີບ ເຊັ່ນ: ສ້ອມແປງຄອມພິວເຕີ, ໄຟຟ້າ, ປຸງແຕ່ງອາຫານ, ຕັດຫຍິບ ແລະ ອື່ນໆ ຢູ່ຕາມໂຮງຮຽນກິນນອນຊົນເຜ່ົາ ແລະ ໂຮງຮຽນຕ່າງໆ ໂດຍມີຜູ້ເຂົ້າຮຽນ 1.762 ຄົນ. ຂະນະທີ່ການສຶກສາຊັ້ນສູງ ໄດ້ສືບຕ່ດຳເນີນນະໂຍບາຍສະໜັບສະໜູນຕໍ່ນັກຮຽນທຸກຍາກຢູ່ເຂດຫ່າງໄກສອກຫລີກ ໃຫ້ມີໂອກາດໄດ້ເຂົ້າຮຽນຕໍ່ໃນສາຍສຶກສາຊັ້ນສູງ ໂດຍຈັດສັນທຶນການສຶກສາ 1.500 ທຶນ ໃນສົກຮຽນ 2025-2026 ແລະ 2026-2027. ໃນນັ້ນ, ໃນສົກຮຽນ 2026-2027 ມີນັກສຶກສາລວມທັງໝົດ 21.541 ຄົນ ຮຽນ ຢູ່ 4 ມະຫາວິທະຍາໄລ ຄື: ມະຫາວິທະຍາໄລແຫ່ງຊາດ 14.564 ຄົນ, ເຂົ້າໃໝ່ 3.776 ຄົນ; ມະຫາວິທະຍາໄລສຸພານຸວົງ 2.494 ຄົນ, ເຂົ້າໃໝ່ 727 ຄົນ; ມະຫາວິທະຍາໄລສະຫວັນນະເຂດ 2.150 ຄົນ, ເຂົ້າໃໝ່ 750 ຄົນ ແລະ ມະຫາວິທະຍາໄລຈຳປາສັກ 2.333 ຄົນ, ເຂົ້າໃໝ່ 920 ຄົນ.

     ຢ່າງໃດກໍຕາມ, ໃນ 9 ຄາດໝາຍທີ່ສະພາແຫ່ງຊາດຮັບຮອງ ມີພຽງ 4 ຄາດໝາຍທີ່ມີຄວາມຄືບໜ້າດີ ແລະ 5 ຄາດໝາຍຍັງບໍ່ທັນບັນລຸຕາມແຜນເປັນຕ້ົນອັດຕາການປະລະການຮຽນຂອງນັກຮຽນຊັ້ນປະຖົມ, ການພັດທະນາວິຊາຊີບຄູແບບຕ່ໍເນື່ອງ ຊຶ່ງສາເຫດສຳຄັນທີ່ບາງຄາດໝາຍຍັງບໍ່ທັນບັນລຸມາຈາກສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ ຊຶ່ງເຮັດໃຫ້ນັກຮຽນ ແລະ ຄູບາງສ່ວນຕ້ອງອອກໄປຊອກວຽກເຮັດ ເພື່ອຫາລາຍໄດ້ລ້ຽງຄອບຄົວ; ການຂາດແຄນຄູໃນບາງທ້ອງຖິ່ນ ແລະ ບາງວິຊາ ໂດຍສະເພາະເຂດຫ່າງໄກ; ການຂາດແຄນງົບປະມານ ແລະ ອຸປະກອນ ຈຳເປັນ ເພື່ອໃຫ້ຂັ້ນທ້ອງຖິ່ນຕິດຕາມ ແລະ ປະເມີນບັນດາຕົວຊ້ີວັດຍັງບໍ່ທັນຊັດເຈນ ແລະ ຕໍ່ເນື່ອງເທົ່າທີ່ຄວນ. ຕໍ່ກັບບັນຫາດັ່ງກ່າວ, ກະຊວງສຶກສາທິການ ແລະ ກິລາ ໄດ້ສຸມໃສ່ແກ້ໄຂຢ່າງເປັນລະບົບໂດຍປະຕິຮູບໂຄງສ້າງລະບົບການສຶກສາສາມັນ ຈາກ 5+4+3 ເປັນ 6+3+3, ປັບປຸງລະບົບສ້າງຄູຄືນໃໝ່ດ້ວຍການຍຸບໂຮມວິທະຍາໄລສ້າງຄູທົ່ວປະເທດ ເພື່ອສ້າງເປັນມະຫາວິທະຍາໄລສ້າງຄູແຫ່ງຊາດ. ພ້ອມນັ້ນ, ຍັງຫັນປ່ຽນສະຖານການສຶກສາຈຳນວນໜຶ່ງເປັນໂຮງຮຽນສາມັນວິຊາຊີບເພ່ືອໃຫ້ນັກຮຽນ ໄດ້ຮຽນທັງສາມັນສຶກສາ ແລະ ມີທັກສະວິຊາຊີບຂັ້ນຕົ້ນ; ສຳຫລວດ ແລະ ວາງແຜນສ້ອມແປງໂຮງຮຽນທ່ີຍັງບ່ໍໄດ້ມາດຕະຖານ ຊ່ຶງປັດຈຸບັນມີໂຮງຮຽນປະຖົມ 1.059 ແຫ່ງ ທີ່ຍັງບໍ່ທັນໄດ້ມາດຕະຖານ ເພື່ອປັບປຸງສະພາບແວດລ້ອມ ແລະ ສ່ິງອຳນວຍຄວາມສະດວກໃຫ້ນັກຮຽນດີຂຶ້ນກວ່າເກົ່າ. ຄ່ຽງຄູ່ກັນນັ້ນ, ກໍໄດ້ສຸມໃສ່ປັບປຸງຫລັກສູດການສຶກສາຊັ້ນສູງ ໂດຍສ້າງຫລັກສູດໃໝ່ໃຫ້ສອດຄ່ອງກັບທ່າອ່ຽງລວມຂອງຍຸກສະໄໝ ແລະ ຄວາມຕ້ອງການຕົວຈິງຂອງການພັດທະນາ, ຍຸບບັນດາຫລັກສູດທີ່ເຫັນວ່າມີຄົນສົນໃຈຮຽນໜ້ອຍ ແລະ ບໍ່ແທດເໝາະກັບສະພາບໃນປັດຈຸບັນ, ສົ່ງເສີມສະຖານການສຶກສາຊັ້ນສູງໃຫ້ຂະຫຍາຍພາກຄໍ່າ, ທ້າຍອາທິດ, ຮຽນອອນລາຍປະສົມໃນສາຂາທີ່ສັງຄົມຕ້ອງການເພື່ອໃຫ້ຄົນເຮັດວຽກຮຽນຕໍ່ໄດ້.

ຂ່າວ: ທະນູທອງ; ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນການເມືອງ

      ນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

      11/24/2026 12:40:54 PM

      ໃນວັນທີ 19 ພະຈິກ 2026 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະນະຜູ້ ແທນກອງປະຊຸມໂຕະມົນ ປະຈໍາປີ 2026, ນໍາພາໂດຍ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍ ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາລາວ, ບັນດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ.

    • ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນການເມືອງ

      ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ

      11/20/2026 10:06:46 AM

      ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ, ສະຫຼຸບວຽກງານການປ້ອງກັນພາຍໃນໄລຍະ 5 ປີ ແລະ ທິດທາງຕໍ່ໜ້າ, ພ້ອມທັງເຊັນບົດບັນທຶກກົນໄກການປະສານງານລະຫວ່າງ ກົມປ້ອງກັນພາຍໃນ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 19 ພະຈິກ 2026 ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີ ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີກົມ 200, ກຳລັງປ້ອງກັນພາຍໃນ ຄອສພ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາ

      11/18/2026 10:03:16 AM

      ໃນວັນທີ 16 ພະຈິກ 2026 ນີ້, ທ່ານນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະລາຊະທູດ ແຫ່ງຍີ່ປຸ່ນ ປະຈຳລາວ ໃນໂອກາດສຳເລັດການປະຕິບັດໜ້າທ່ີການທູດ ຢູ່ ສປປ ລາວ.

    • ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນການເມືອງ

      ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນ

      11/18/2026 9:48:18 AM

      ໃນວັນທີ 17 ພະຈິກ 2026, ທີ່ນະຄອນຫລວງມານິລາ, ສາທາລະນະລັດ ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງນະຄອນຫລວງມານິລາ ເພື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 47 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 16-22 ພະຈິກ 2026 ໂດຍການເປັນເຈົ້າພາບຂອງລັດຖະສະພາ ແຫ່ງ ສາທາລະນະລັດ ຟີລິບປິນ.

    • ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XXການເມືອງ

      ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

      11/18/2026 9:42:26 AM

      ໃນຕອນເຊົ້າວັນທີ 15 ພະຈິກ 2026 ທີ່ນະຄອນຫລວງ ພະນົມເປັນ, ລາຊະອານາຈັກກໍາ ປູເຈຍ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ທີ່ນະຄອນຫລວງພະນົມເປັນ, ລາຊະອານາຈັກກໍາປູເຈຍ.

ads
ads

Top