ສະພາປະສານງານອາຊຽນ ປຶກສາຫາລືຫລາຍບັນຫາສຳຄັນ

08/10/2024 19:09
Email Print 856
ຂປລ ຂປລ. ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ເປັນປະທານກອງປະຊຸມ ສະພາປະສານງານອາຊຽນ (ACC) ຄັ້ງທີ 35 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ຈັດຂຶ້ນໃນວັນທີ 8 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ



ຂປລ. ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ
, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ເປັນປະທານກອງປະຊຸມ ສະພາປະສານງານອາຊຽນ (ACC) ຄັ້ງທີ 35 ພາຍໃຕ້ຄໍາຂວັນ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນຈັດຂຶ້ນໃນວັນທີ 8 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ ໂດຍໄດ້ປຶກສາຫາລື ແລະ ຮັບຊາບຄວາມຄືບໜ້າ ກ່ຽວກັບການກະກຽມເຂົ້າເປັນສະມາຊິກ ອາຊຽນສົມບູນຂອງຕີມໍແລັດສະເຕ ໂດຍສະເພາະຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນດໍາເນີນງານການເຂົ້າເປັນ ສະມາຊິກອາຊຽນສົມບູນ ຂອງຕີມໍແລັດສະເຕ ກໍຄື ການກະ ກຽມບັນດາຮ່າງເອກະສານ ທາງດ້ານກົດໝາຍ ສໍາລັບການເຂົ້າເປັັນສະມາຊິກອາຊຽນ ຂອງ ຕີມໍແລັດສະເຕ.



ພ້ອມນີ້
, ກອງປະຊຸມຍັງໄດ້ພິຈາລະນາ ແລະ ຮັບຮອງບັນດາບົດລາຍງານພາຍໃຕ້ 3 ເສົາຄ້ຳປະຊາຄົມອາຊຽນ ລວມທັງບົດລາຍງານ ຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບການປະຕິບັດໜ້າທີ່ ວຽກງານຂອງກອງເລຂາອາຊຽນ, ບົດລາຍງານຂອງຄະນະກໍາມະການ ຜູ້ຕາງໜ້າຖາວອນ ປະຈໍາອາຊຽນ, ບົດລາຍງານຂອງປະທານ ຄະນະສະເພາະກິດຮັບຜິດຊອບຂໍ້ລິເລີ່ມ ເພື່ອການເຊື່ອມໂຍງອາຊຽນ, ບົດລາຍງານຂອງຄະນະກໍາມະການ ປະສານງານການເຊື່ອມຈອດອາຊຽນ ແລະ ບົດລາຍງານຄວາມຄືບໜ້າປະຈໍາປີ 2024 ຂອງເຄືອຂ່າຍຕົວເມືອງ ອັດສະລິຍະອາຊຽນ ລວມທັງໝົດ 13 ບົດລາຍງານ. ກອງປະຊຸມຍັງໄດ້ທົບທວນ ບັນດາເອກະສານຜົນ ຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45, ຮັບຮອງເອົາການແຕ່ງຕັ້ງຮອງເລຂາທິການອາຊຽນ ຂອງເສົາຄໍ້າປະຊາຄົມ ວັດທະນະທຳ-ສັງຄົມອາຊຽນຄົນໃໝ່ ຕາມຮອບວຽນຕົວອັກສອນ ເຊິ່ງແມ່ນ ທ່ານ San Lwin ຈາກມຽນມາ ໂດຍຈະປະຕິບັດໜ້າທີ່ແຕ່ປີ 2024-2027.

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top