ເມືອງວຽງທອງ ກຳນົດຫລາຍມາດຕະການແກ້ໄຂຄວາມທຸກຍາກໃນຕໍ່ໜ້າ

08/10/2024 07:38
Email Print 2800
ຂປລ ເມືອງວຽງທອງ ແຂວງບໍລິຄຳ ເປັນອີກເມືອງໜຶ່ງທີ່ມີທ່າແຮງຫລາຍດ້ານໃນການພັດທະນາເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍຕົວ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ອື່ນໆ.

     *ເມືອງວຽງທອງ ແຂວງບໍລິຄຳ ເປັນອີກເມືອງໜຶ່ງທີ່ມີທ່າແຮງ ຫລາຍດ້ານໃນການພັດທະນາເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍຕົວ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ອື່ນໆ.

      

       ແນວໃດກໍ່ດີ ເພື່ອເຮັດໃຫ້ຄວາມທຸກຍາກນັບມື້ຫລຸດລົງເທື່ອລະກ້າວນັ້ນ, ການນຳເມືອງດັ່ງກ່າວ ໄດ້ກຳນົດຫລາຍມາດຕະການໃຫຍ່ໃນ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ. ອັນພົ້ນເດັ່ນແມ່ນຕັ້ງໜ້າໂຄສະນາສຶກສາອົບຮົມພໍ່ແມ່ປະຊາຊົນຕື່ນຕົວເຂົ້າໃນການພັດທະນາ, ການພັດທະນາເສດຖະກິດ-ສັງຄົມ, ນະໂຍບາຍແກ້ໄຂຄວາມທຸກຍາກເປັນຕົ້ນຍົກເວັ້ນເກັບພາສີອາກອນ ຫລື ນະໂຍບາຍການປຸກສ້າງທີ່ດິນສະຖານທີ່ຕ່າງໆເຫລົ່ານີ້ເປັນຕົ້ນ.

        ທ່ານ ຄຳມອນ ໄຊພົມມີ ເຈົ້າ ເມືອງວຽງທອງໃຫ້ສຳພາດເມື່ອ ບໍ່ດົນມານີ້ວ່າ: ເມືອງຕົນແມ່ນ ເມືອງໜຶ່ງຢູ່ຊົນນະບົດ ທັງເປັນເມືອງທຸກຍາກຂາດເຂີນ, ແຕ່ອີງໃສ່ແນວທາງນະໂຍບາຍຂອງພັກ-ລັດຖະບານບວກໃສ່ການເອົາໃຈໃສຂອງການນຳທຸກຂັ້ນຂອງເມືອງ, ທຸກຂະແໜງການທີ່ໄດ້ຕັ້ງໜ້າຊຸກຍູ້ ສົ່ງເສີມປະຊາຊົນບັນດາເຜົ່າຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງຕິດພັນກັບການພັດທະນາເສດຖະກິດຄອບຄົວ.

        ສົ່ງຜົນເຮັດໃຫ້ມາຮອດດຽວນີ້, ດ້ານເສດຖະກິດ-ສັງຄົມມີການຂະຫຍາຍຕົວ, ຄວາມທຸກຍາກ, ຊີວິດການເປັນຢູ່ໄດ້ຮັບການປັບປຸງຢ່າງຕັ້ງໜ້າ ແລະ ມີຢູ່ມີກິນ. ແຕ່ເຖິງຢ່າງໃດກໍ່ຕາມ ເພື່ອເຮັດໃຫ້ຄວາມທຸກຍາກນັບມື້ຖືກແກ້ໄຂຫລຸດລົງຢ່າງສິ້ນເຊີງນັ້ນ, ອົງຄະນະພັກເມືອງຕົນກໍ່ໄດ້ມີຫລາຍມາດຕະການແກ້ໄຂໃນຕໍ່ໜ້າ ໂດຍສະເພາະແມ່ນການໂຄສະນາສຶກສາອົບຮົມພໍ່ແມ່ປະຊາຊົນຕື່ນຕົວເຂົ້າຮ່ວມແນວທາງນະໂຍບາຍຂອງພັກ-ລັດ, ກຳນົດເອົາການພັດທະນາເສດຖະກິດ-ສັງຄົມເຂົ້າໃສ່ ແລະ ນະໂຍບາຍທີ່ເອີ້ນວ່າ ແກ້ໄຂຄວາມທຸກຍາກຂອງພໍ່ແມ່ປະຊາຊົນບໍ່ເກັບພາສີອາກອນ ຫລື ວ່ານະໂຍບາຍການປຸກສ້າງສະຖານທີ່ດິນຕ່າງໆຂອງປະຊາຊົນ ແລະ ອື່ນໆ ທີ່ຕິດພັນກັບການ ແກ້ໄຂຄວາມທຸກຍາກ.

       ທ່ານເຈົ້າເມືອງກ່າວຕື່ມວ່າ: ມາຮອດປັດຈຸບັນນີ້, ອີງຕາມດຳລັດ 348 ຂອງລັດຖະບານ ຖືວ່າ ເມືອງວຽງທອງ ຍັງບໍ່ທັນໄດ້ປະກາດເປັນເມືອງພົ້ນທຸກເທື່ອ, ແຕ່ການຈັດຕັ້ງບັນດາມາດຖານພົ້ນທຸກຕ່າງໆນັ້ນ ແມ່ນຍັງເຫລືອພຽງແຕ່ມາດຖານດຽວຄື: ມາດຖານເສັ້ນທາງຄົມມະນາຄົມເຂົ້າໄປເຖິງທຸກບ້ານຍັງເຫລືອ 9 ບ້ານເສັ້ນທາງຍັງບໍ່ທັນໄປເຖິງ. ສ່ວນມາດຖານອື່ນໆແມ່ນສາມາດຈັດຕັ້ງປະຕິບັດໄດ້ຕາມມາດຖານແລ້ວ. ຂະນະທີ່ປັດຈຸບັນ ຍັງເຫລືອບ້ານທຸກຍາກ 9 ບ້ານ ແລະ ບ້ານພົ້ນທຸກມີ 25 ບ້ານ.

      ແນວໃດກໍ່ຕາມສຳລັບບ້ານທີ່ ຍັງທຸກຍາກນັ້ນ ກໍ່ມີແຜນຈະສູ້ຊົນພັດທະນາເສັ້ນທາງໃຫ້ເຂົ້າໄປຮອດໄປເຖິງ ເພື່ອສະດວກສະບາຍໃນການແກ້ໄຂຄວາມທຸກຍາກໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ.

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top