ກວດກາສູນກາງພັກ ພົບປະຄະນະ ຊ່ຽວຊານ ມະຫາວິທະຍາໄລເຊ້ຍເມີນ

03/10/2024 20:44
Email Print 1090
ຂປລ ຂປລ. ວັນທີ 3 ຕຸລາ 2024 ນີ້, ທ່ານ ດາວບົວລະພາ ບາວົງເພັດ ກຳມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊຸຍ ຈີ້ນກົງ (Xu jingong) ອະດີດຮອງເລຂາຄະນະພັກ, ມະຫາວິທະຍາໄລ ເຊ້ຍເມີນ, ຫົວໜ້າສະຖາບັນຄົ້ນ ຄວ້າ ລັດທິມາກ ແຂວງຟູຈ້ຽນ ສປ ຈີນ ພ້ອມຄະນະ ໃນໂອກາດ​ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.




ຂປລ. ວັນທີ 3 ຕຸລາ 2024 ນີ້, ທ່ານ ດາວບົວລະພາ ບາວົງເພັດ ກຳມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊຸຍ ຈີ້ນກົງ (
Xu jingong) ອະດີດຮອງເລຂາຄະນະພັກ, ມະຫາວິທະຍາໄລ ເຊ້ຍເມີນ, ຫົວໜ້າສະຖາບັນຄົ້ນ ຄວ້າ ລັດທິມາກ ແຂວງຟູຈ້ຽນ ສປ ຈີນ ພ້ອມຄະນະ ໃນໂອກາດ​ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໂອກາດນີ້, ທ່ານ ດາວບົວລະພາ ບາວົງເພັດ ຕາງໜ້າຄະນະນໍາ ຄະນະກວດກາສູນກາງພັກ, ອົງ ການກວດກາແຫ່ງລັດ ສປປ ລາວ ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ການມາຢ້ຽມຢາມ ສປປ ລາວ ຂອງຄະນະນໍາ ມະຫາວິທະຍາໄລແຊ້ຍເມີນ ແຂວງຟູຈ້ຽນ ສປ ຈີນ ໃນຄັ້ງນີ້ ຊຶ່ງເປັນການສືບຕໍ່ ເສີມຂະຫຍາຍສາຍພົວພັນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ. ພ້ອມທັງໄດ້ສະແດງຄວາມຂອບໃຈມາ​ຍັງ ທ່ານ ຊຸຍ ຈີ້ນກົງ ທີ່ໄດ້ແຈ້ງໃຫ້ຊາບກ່ຽວກັບ ສະພາບການພົ້ນເດັ່ນ ໃນການພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງພັກຢ່າງຮອບດ້ານ ກໍຄື ການກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງ ແຂວງຟູຈ້ຽນ ສປ ຈີນ, ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ ທີ່ມີສະຫາຍ ເລຂາທິການໃຫຍ່ ສີ ຈິນຜິ້ງ ເປັນແກນກາງ ຊຶ່ງພັກ-ລັດ ແລະ ປະຊາຊົນຈີນສາມາດຍາດໄດ້ຜົນງານອັນໃຫຍ່ຫລວງໃນທຸກດ້ານ ຕະຫລອດໄລຍະທີ່ຜ່ານມາ. ທັງໝົດນັ້ນ, ໄດ້ກາຍເປັນພະລັງຊຸກຍູ້ ແລະ ເປັນບົດຮຽນອັນລໍ້າຄ່າ ສໍາລັບການພັດທະນາ ເສດຖະກິດ-ສັງຄົມ, ການຄຸ້ມຄອງພັກ, ຄຸ້ມຄອງລັດ, ການກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງໃຫ້ແກ່ ສປປ ລາວ. ພ້ອມນີ້, ທ່ານຍັງໄດ້ລາຍງານສະພາບທີ່ພົ້ນເດັ່ນຂອງ ສປປ ລາວ ໃນໄລຍະຜ່ານມາ ​ໂດຍສະເພາະ ແມ່ນການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງ.

ພ້ອມ​ນີ້, ທ່ານ ຊຸຍ ຈີ້ນກົງ ກໍໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ກັບການຕ້ອນຮັບອັນອົບອຸ່ນ ຂອງທ່ານຮອງປະທານຄະນະກວດກາສູນກາງພັກ ພ້ອມຄະນະໃນຄັ້ງນີ້, ພ້ອມທັງ​ແຈ້ງ​ໃຫ້​ຊາບ​ເຖິງ​ຈຸດ ປະສົງ​ຂອງ​ການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ​ໃນ​ຄັ້ງ​ນີ້.

ຂ່າວ-ພາບ: ກວດກາສູນກາງ

KPL

ຂ່າວອື່ນໆ

ads
ads

Top