ຂປລ
ການສົ່ງອອກລົດໃຫຍ່ໄຟຟ້າ (EV) ຂອງຈີນທົ່ວໂລກໄດ້ບັນລຸ284.622 ຄັນ, ເພີ່ມຂຶ້ນ 33% ໃນເດືອນສິງຫາ ເມື່ອທຽບໃສ່ປີກາຍ, ສົ່ງຜົນໃຫ້ຍອດການສົ່ງອອກສະສົມນັບແຕ່ຕົ້ນປີຈົນເຖິງປັດຈຸບັນລວມມີ 2,11 ລ້ານຄັນ, ເພີ່ມຂຶ້ນ 53% ເມື່ອທຽບໃສ່ປີກາຍ.
ຂປລ.ສຳນັກງານພາສີຈີນ (GAC) ເປີດເຜີຍວ່າ: ການສົ່ງອອກລົດໃຫຍ່ໄຟຟ້າ (EV) ຂອງຈີນທົ່ວໂລກໄດ້ບັນລຸ284.622 ຄັນ, ເພີ່ມຂຶ້ນ 33% ໃນເດືອນສິງຫາ ເມື່ອທຽບໃສ່ປີກາຍ, ສົ່ງຜົນໃຫ້ຍອດການສົ່ງອອກ ສະສົມນັບແຕ່ຕົ້ນປີຈົນເຖິງປັດຈຸບັນລວມມີ 2,11 ລ້ານຄັນ, ເພີ່ມຂຶ້ນ 53% ເມື່ອທຽບໃສ່ປີກາຍ.
ການເພີ່ມຂຶ້ນ ຂອງຍອດສົ່ງອອກລົດ EV ໄດ້ສະແກງໃຫ້ເຫັນວ່າ: ບັນດາຄ້າຍລົດໃຫຍ່ ຂອງຈີນ ພວມພະຍາຍາມເປີດກວ່່້າງ ໃນຕະຫລາດຕ່າງປະເທດ ທັງໃນເອີຣົບ, ອາຊີ ແລະ ອາເມລິກາລາຕິນ ເພື່ອຊຸກຍູ້ຍອດຂາຍ ແລະ ຊົດເຊີຍຜົນກະທົບ ຈາກການແຂ່ງຂັນອັນດຸເດືອດ ພາຍໃນປະເທດ.
ໃນຂະນະທີ່ ແບນຊິກ ຍັງຄອງອັນດັບ 1 ປະເທດທີ່ນໍາເຂົ້າລົດ EV ຈາກຈີນລາຍໃຫຍ່ທີ່ສຸດ ໂດຍມີການນໍາເຂົ້າລວມມີ32.538 ຄັນ; ເພີ່ມຂຶ້ນ 76% ເມື່ອທຽບໃສ່ປີກາຍ, ສ່ວນອົດສະຕຣາລີ ຈັດເປັນອັນດັບ 2 ດ້ວຍຍອດການນໍາເຂົ້າ 22.067 ຄັນ (ເພີ່ມຂຶ້ນ 106%) ແລະ ບຣາຊິນ ມີຍອດນໍາເຂົ້າເປັນອັນດັບ 3 ຢູ່ລະດັບ 20.154 ຄັນ ເຊິ່ງເປັນ ການປັບຕົວສູງຂຶ້ນ ຫລາຍທີ່ສຸດ ເປັນປະຫວັດສາດ ເຖິງ 353% ເມື່ອທຽບໃສ່ ປີກາຍ ຜ່ານມາ./
KPL