ອາຣັບບີ ຊາອຸດິດ ເລັ່ງສົ່ງອອກນ້ຳມັນສູງສຸດໃນຮອບ 7 ເດືອນ

28/09/2026 13:25
ຂປລ ຄັບເປີ (Kpler)ເຊິ່ງເປັນບໍລິສັດວິເຄາະຂໍ້ມູນການຄ້າສິນຄ້າໂພກະພັນ ໄດ້ເປີດເຜີຍວ່າ: ອາຣັບບີ ຊາອຸດິດ ໄດ້ເພີ່ມ ການສົ່ງອອກນ້ຳມັນດິບຢ່າງຫລວງຫລາຍໃນເດືອນກັນຍາ, ເຖິງແມ່ນວ່າການສູ້ຮົບ ກັບກຸ່ມປະກອບ ອາວຸດ ທີ່ໄດ້ຮັບການສະໜັບສະໜູນຈາກອີຣານຈະເພີ່ມທະວີຄວາມຮຸນແຮງຂຶ້ນກໍຕາມ.

ຂປລ.ສຳນັກຂ່າວອິນໂຟເຄວ: ເມື່ອບໍ່ດົນມານີ້, ຄັບເປີ (Kpler)ເຊິ່ງເປັນບໍລິສັດ ວິເຄາະຂໍ້ມູນການຄ້າສິນຄ້າ ໂພກະພັນ ໄດ້ເປີດເຜີຍວ່າ: ອາຣັບບີ ຊາອຸດິດ ໄດ້ເພີ່ມການສົ່ງອອກນ້ຳມັນດິບ ຢ່າງຫລວງຫລາຍໃນເດືອນກັນຍາ, ເຖິງແມ່ນວ່າການສູ້ຮົບ ກັບກຸ່ມປະກອບອາວຸດ ທີ່ໄດ້ຮັບການສະໜັບສະໜູນ ຈາກອີຣານ ຈະເພີ່ມທະວີ ຄວາມຮຸນແຮງຂຶ້ນກໍຕາມ.

ອາຣັບບີ ຊາອຸດິດ ໄດ້ສົ່ງອອກນ້ຳມັນດິບ ສະເລ່ຍ 6 ລ້ານຖັງຕໍ່ວັນ ໃນເດືອນກັນຍາ ເຊິ່ງເປັນລະດັບສູງສຸດນັບຕັ້ງແຕ່ສົງຄາມ ອີຣານ ໄດ້ເລີ່ມຕົ້ນຂຶ້ນເມື່ອປະມານ 7 ເດືອນຜ່ານມາ ແລະ ເຮັດໃຫ້ປະລິມານ ການສົ່ງອອກກັບມາໃກ້ຄຽງກັບຄ່າສະເລ່ຍ ລາຍເດືອນຂອງປີ 2025.ເຖິງແມ່ນວ່າການສົ່ງອອກ ນ້ຳມັນເພີ່ມຂຶ້ນ, ອາຣັບບີ ຊາອຸດິດ ຈະຕ້ອງປິດທໍ່ສົ່ງນ້ຳມັນອີສຕ໌-ເວສທ໌ (East-West) ໃນເດືອນນີ້ ຫລັງຈາກທໍ່ດັ່ງກ່າວ ໄດ້ຮັບຄວາມເສຍຫາຍ ຈາກການໂຈມຕີດ້ວຍໂດຣນ ທີ່ມາຈາກອີຣານ ໂດຍປະລິມານການສົ່ງອອກ ໃນເດືອນກັນຍາ ໄດ້ເພີ່ມຂຶ້ນເກືອບ 80% ຈາກລະດັບ 3,4 ລ້ານຖັງຕໍ່ວັນ ໃນເດືອນສິງຫາ.

ທໍ່ສົ່ງນ້ຳມັນ ອີສຕ໌-ເວສທ໌ ມີບົດບາດສຳຄັນ ໃນການຊ່ວຍຫລຸດຜ່ອນ ໄດ້ສົ່ງຜົນກະທົບ ຕໍ່ຕະຫລາດນ້ຳມັນໃນລະຫວ່າງສົງຄາມ ອີຣານ ເນື່ອງຈາກຊ່ວຍໃຫ້ ອາຣັບບີ ຊາອຸດິດ ສາມາດ ສົ່ງອອກນ້ຳມັນ ໂດຍບໍ່ຈໍາເປັນຕ້ອງຜ່ານ ຊ່ອງແຄບຮໍມຸດ./

KPL

ຂ່າວອື່ນໆ

ads
ads

Top