ຈີນ ຕົກລົງນໍາເຂົ້າຖ່ານຫີນຈາກ ສ.ອາເມລິກາ ຢ່າງໜ້ອຍ 10 ລ້ານໂຕນໃນປີ 2027-2028

28/09/2026 13:25
ຂປລ ສ.ອາເມລິກາ ແລະ ຈີນ ໄດ້ສືບຕໍ່ຍູ້ແຮງຄວາມຮ່ວມມື ທາງການຄ້າເພີ່ມເຕີມ ໂດຍຈີນ ຕົກລົງນໍາເຂົ້າຖ່ານຫິນ ຈາກ ສ.ອາເມລິກາ ຢ່າງໜ້ອຍ 10 ລ້ານໂຕນ ໃນປີ 2027 ແລະ ອີກຢ່າງໜ້ອຍ 10 ລ້ານໂຕນ ໃນປີ 2028.

ຂປລ.ສຳນັກຂ່າວອິນໂຟເຄວ, ເມື່ອບໍ່ດົນມານີ້,  ສ.ອາເມລິກາ ແລະ ຈີນ ໄດ້ສືບຕໍ່ຍູ້ແຮງຄວາມຮ່ວມມື ທາງການຄ້າເພີ່ມເຕີມ ໂດຍຈີນ ຕົກລົງນໍາເຂົ້າຖ່ານຫິນ ຈາກ ສ.ອາເມລິກາ ຢ່າງໜ້ອຍ 10 ລ້ານໂຕນ ໃນປີ 2027 ແລະ ອີກຢ່າງໜ້ອຍ 10 ລ້ານໂຕນ ໃນປີ 2028. ອີງຕາມຂໍ້ມູນຈາກທຳນຽບຂາວ ເຊິ່ງຖືເປັນສັນຍານ ໄດ້ສະແດງເຖິງຄວາມກ້າວໜ້າໃນການຫລຸດຜ່ອນ ຄວາມຂັດແຍ້ງ ທາງການຄ້າ ລະຫວ່າງ 2 ປະເທດທີ່ມີເສດຖະກິດ ຂະໜາດໃຫຍ່ທີ່ສຸດໃນໂລກ.

ພາຍໃຕ້ຂໍ້ຕົກລົງ ທີ່ບັນລຸຜ່ານ ຄະນະກຳມະການ ການຄ້າ ສ.ອາເມລິກາ-ຈີນ (US-China Board of Trade) ເຊິ່ງຫາກໍ່ເລີ່ມ ດຳເນີນງານ, ທັງ 2 ຝ່າຍຈະຮ່ວມກັນຊຸກຍູ້ ການຈັດເກັບພາສີ ໃນອັດຕາທີ່ເອື້ອອຳນວຍ ຫລາຍຂຶ້ນສຳລັບສິນຄ້າ ທີ່ບໍ່ອ່ອນໄຫວຈາກທັງ 2 ປະເທດ ດ້ວຍມູນຄ່າລວມ 3 ໝື່ນລ້ານໂດລາສະຫະລັດ.

ຄຽງຄູ່ກັນນັ້ນ, ສິນຄ້າ ສ.ອາເມລິກາ ທີ່ຈະໄດ້ຮັບສິດທີ່ໃນການ ຫລຸດຜ່ອນພາສີ ໄດ້ແກ່: ສິນຄ້າກະສິກຳ, ອາຫານທະເລ, ໄມ້, ເຄື່ອງສໍາອາງ ແລະ ອຸປະກອນການແພດ; ໃນຂະນະທີ່ ສິນຄ້າຈາກຈີນທີ່ຢູ່ພາຍໃຕ້ ຂໍ້ຕົກລົງດັ່ງກ່າວ ລວມມີ ເຄື່ອງໃຊ້ໄຟຟ້າ ຂະໜາດນ້ອຍ, ເຄື່ອງຫລີ້ນ, ເຄື່ອງປະດັບຕົກແຕ່ງ ໃນວັນເທດສະການ ແລະ ບ່ອນນັ່ງນິລະໄພສຳລັບເດັກໃນລົດ. ນອກຈາກນີ້, ສອງຝ່າຍ ຍັງໄດ້ສ້າງຕັ້ງຄະນະເຮັດວຽກ ຂຶ້ນມາເພື່ອແກ້ໄຂ ອຸປະສັກດ້ານການເຂົ້າເຖິງຕະຫລາດໃນພາກກະສິກຳ ເຊິ່ງເປັນປະເດັນສຳຄັນ ໃນການເຈລະຈາ ການຄ້າລະຫວ່າງ 2 ປະເທດ ໃນໄລຍະຍາວ./

KPL

ຂ່າວອື່ນໆ

    • ຈີນສົ່ງອອກລົດໃຫຍ່ໄຟຟ້າທົ່ວໂລກເພີ່ມຂຶ້ນ 33%ຂ່າວຕ່າງປະເທດ

      ຈີນສົ່ງອອກລົດໃຫຍ່ໄຟຟ້າທົ່ວໂລກເພີ່ມຂຶ້ນ 33%

      9/28/2026 1:25:26 PM

      ການສົ່ງອອກລົດໃຫຍ່ໄຟຟ້າ (EV) ຂອງຈີນທົ່ວໂລກໄດ້ບັນລຸ284.622 ຄັນ, ເພີ່ມຂຶ້ນ 33% ໃນເດືອນສິງຫາ ເມື່ອທຽບໃສ່ປີກາຍ, ສົ່ງຜົນໃຫ້ຍອດການສົ່ງອອກສະສົມນັບແຕ່ຕົ້ນປີຈົນເຖິງປັດຈຸບັນລວມມີ 2,11 ລ້ານຄັນ, ເພີ່ມຂຶ້ນ 53% ເມື່ອທຽບໃສ່ປີກາຍ.

    • ອາຣັບບີ ຊາອຸດິດ ເລັ່ງສົ່ງອອກນ້ຳມັນສູງສຸດໃນຮອບ 7 ເດືອນ ຂ່າວຕ່າງປະເທດ

      ອາຣັບບີ ຊາອຸດິດ ເລັ່ງສົ່ງອອກນ້ຳມັນສູງສຸດໃນຮອບ 7 ເດືອນ

      9/28/2026 1:25:24 PM

      ຄັບເປີ (Kpler)ເຊິ່ງເປັນບໍລິສັດວິເຄາະຂໍ້ມູນການຄ້າສິນຄ້າໂພກະພັນ ໄດ້ເປີດເຜີຍວ່າ: ອາຣັບບີ ຊາອຸດິດ ໄດ້ເພີ່ມ ການສົ່ງອອກນ້ຳມັນດິບຢ່າງຫລວງຫລາຍໃນເດືອນກັນຍາ, ເຖິງແມ່ນວ່າການສູ້ຮົບ ກັບກຸ່ມປະກອບ ອາວຸດ ທີ່ໄດ້ຮັບການສະໜັບສະໜູນຈາກອີຣານຈະເພີ່ມທະວີຄວາມຮຸນແຮງຂຶ້ນກໍຕາມ.

    • ມາເລເຊຍ ຄວບຄຸມສື່ສັງຄົມອອນລາຍຂ່າວຕ່າງປະເທດ

      ມາເລເຊຍ ຄວບຄຸມສື່ສັງຄົມອອນລາຍ

      9/28/2026 1:13:08 PM

      ທ່ານ ຟາຮມີ ຟາດຊິນ (Fahmi Fadzil) ລັດຖະມົນຕີກະຊວງການສື່ສານຂອງມາເລເຊຍ ໄດ້ເປີດເຜີຍວ່າມາເລເຊຍ ຈະຮ່ວມມືກັບຄະນະກຳມະການການສື່ສານ ແລະ ມັລຕິມີເດຍແຫ່ງມາເລເຊຍ ພ້ອມດ້ວຍກົມໃຫຍ່ ຕໍາຫລວດ ແຫ່ງຊາດ ມາເລເຊຍ ເພື່ອສືບຕໍ່ປາບປາມການໃຊ້ຊ່ອງທາງອອນ

    • ຫໍພິພິທະພັນຊານຊິງຕຸຍ ຈີນ ຕິດອັນດັບ 8 ກ່ຽວກັບ ປະຫວັດເກົ່າແກ່ 4,800 ປີຂ່າວຕ່າງປະເທດ

      ຫໍພິພິທະພັນຊານຊິງຕຸຍ ຈີນ ຕິດອັນດັບ 8 ກ່ຽວກັບ ປະຫວັດເກົ່າແກ່ 4,800 ປີ

      9/28/2026 1:08:25 PM

      ນັກທ່ອງທ່ຽວຕ່າງປະເທດ ໄດ້ເລົ່າສາກຫລັງ ກ່ຽວກັບການເດີນທາງຢ້ຽມຢາມ ພິພິທະພັນຊານຊິງຕຸຍ ໃນແຂວງ ເສສວນ ວ່າເຂົາເຈົ້າຮູ້ສຶກຄ້າຍຄື ພວມຍ່າງທ່ຽວຊົມອານາຈັກບູຮານ "ຊູ່" ຢ້ອນເວລາໄປ 2,600- 4,800 ປີ,ກັບ ວັດຖຸບູຮານເກົ່າແກ່ ມີໄວ້ວາງສະແດງລຽນລາຍ ຈໍານວນຫລວງຫລາຍເຖິງ 17,000 ອັນ

    • ເສັ້ນທາງລົດໄຟຈີນ-ລາວ ເປັນມິດກັບສິ່ງແວດລ້ອມ-ປອດໄພຂ່າວຕ່າງປະເທດ

      ເສັ້ນທາງລົດໄຟຈີນ-ລາວ ເປັນມິດກັບສິ່ງແວດລ້ອມ-ປອດໄພ

      9/26/2026 12:14:21 PM

      ສະ​ມາ​ຄົມວິ​ສະ​ວະ​ກຳໂຍ​ທາ​ຈີນ ແລະ ອົງ​ການກອງ​ທຶນ​ ເພື່ອ​ການ​ພັດ​ທະ​ນາ ​ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ​​ວິ​ສະ​ວະ​ກຳ​ໂຍ​ທາ​ ຈ່ານ​ທ່ຽນ​ໂຢ້ວ​ປັກ​ກິ່ງ​ ໄດ້​ຮ່ວມ​ກັນ​ອອກ “ຂໍ້​ຕົກ​ລົງ​ກ່ຽວ​ກັບ​ ການມອບ​ລາງວັນ ​ວິ​ສະ​ວະ​ກຳ​ໂຍ​ທາ​ຈ່ານ​ທ່ຽນ​ໂຢ້ວ​ຈີນ ​ຄັ້ງ​ທີ 21”, ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ ໄດ້​ຮັບ​ການ​ຄັດ​ເລືອກ​ ໃຫ້​ໄດ້​ຮັບ​ລາງວັນ​ນີ້.

ads
ads

Top