ຍົກສູງຄວາມສາມາດ ການກະກຽມເນື້ອໃນຮັບໃຊ້ກອງປະຊຸມ ໄອປາ

02/10/2024 15:21
Email Print 646
ຂປລ ຂປລ. ສະພາແຫ່ງຊາດ (ສພຊ) ຈັດຝຶກອົບຮົມຍົກສູງຂີດຄວາມສາມາດ ໃນການກະກຽມເນື້ອໃນຕ່າງໆ ແລະ ທັກສະໃນການຮ່າງບົດລາຍງານຫຍໍ້, ບົດບັນທຶກ, ບົດສັງລວມຂໍ້ມູນ, ການຕີພິມ (Track-Changes) ແລະ ອື່ນໆ ໃຫ້ແກ່ວິຊາການ ໃນການກະກຽມຄວາມພ້ອມຮັບໃຊ້ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ໃນວັນທີ 1-2 ຕຸລາ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວັນດີ ບຸດທະສະວົງ ຮອງປະທານກໍາມາທິການການຕ່າງປະເທດ, ມີວິທະຍາກອນ ສຳມະນາກອນ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ສະພາແຫ່ງຊາດ (ສພຊ) ຈັດຝຶກອົບຮົມຍົກສູງຂີດຄວາມສາມາດ ໃນການກະກຽມເນື້ອໃນຕ່າງໆ ແລະ ທັກສະໃນການຮ່າງບົດລາຍງານຫຍໍ້, ບົດບັນທຶກ, ບົດສັງລວມຂໍ້ມູນ, ການຕີພິມ (
Track-Changes) ແລະ ອື່ນໆ ໃຫ້ແກ່ວິຊາການ ໃນການກະກຽມຄວາມພ້ອມຮັບໃຊ້ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ໃນວັນທີ 1-2 ຕຸລາ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວັນດີ ບຸດທະສະວົງ ຮອງປະທານກໍາມາທິການການຕ່າງປະເທດ, ມີວິທະຍາກອນ ສຳມະນາກອນ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.




ທ່ານ ນາງ ວັນດີ ບຸດທະສະວົງ ໄດ້ໃຫ້ຮູ້ວ່າ: ການຝຶກອົບຮົມຄັ້ງນີ້, ເປັນໂອກາດທີ່ດີໃຫ້ແກ່ຜູ້ເຂົ້າຮ່ວມໄດ້ຮຽນຮູ້, ແລກປ່ຽນປະສົບການ, ຖອດຖອນບົດຮຽນນຳຊ່ຽວຊານ ມາຈາກຫລາຍປະເທດ, ຫລາຍສາຂາວິຊາ ທີ່ຈະສົ່ງຄວາມຮູ້ໃຫ້ເພື່ອນຳໄປໃຊ້ ເຂົ້າໃນວຽກງານຕົວຈິງ ໂດຍສະເພາະ ແມ່ນບັນດາໜ້າວຽກທີ່ ຈະໄດ້ກະກຽມຄວາມພ້ອມ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ທີ່ຈະເປີດຂຶ້ນໃນມໍ່ໆມານີ້.




ການຝຶກອົບຮົມຄັ້ງນີ້, ໄດ້ເນັ້ນໃສ່ຫລາຍບັນຫາສໍາຄັນເຊັ່ນ: ການດຳເນີນກອງປະຊຸມ
AIPA ຄັ້ງທີ 45, ວາລະການປະຊຸມ, ຂັ້ນຕອນ, ປະເດັນເຫດການທີ່ສຳຄັນ, ພາບລວມຂອງຄະນະກຳມະການ, ຂໍ້ມູນເບື້ອງຕົ້ນກ່ຽວກັບກອງປະຊຸມ ສະມັດຊາໃຫຍ່ໄອປາ (ຄວາມເປັນມາຂອງ AIPA, ໜ້າທີ່ ກົດລະບຽບ ແລະ ແນວທາງໃນການປະຕິບັດ), ຄູ່ມືການຮ່າງ ບົດລາຍງານຫຍໍ້, ການບັນທຶກ, ການສັງລວມຂໍ້ມູນ, ການຕີພິມບົດລາຍງານຂອງກອງປະຊຸມກຳມາທິການ ແລະ ກອງປະຊຸມພົບປະກັບ ປະເທດສັງເກດການ, ຂັ້ນຕອນ ແລະ ເຫດການຕ່າງໆ, ການກະ ກຽມກອງປະຊຸມສາກົນ ໂດຍເນັ້ນໜັກການກະກຽມຄວາມພ້ອມ ແລະ ການດຳເນີນກອງປະຊຸມ, ພາລະບົດບາດ-ໜ້າທີ່ຂອງພະນັກງານ ຮັບໃຊ້ການທົບທວນຄືນ ແລະ ປັບປຸງເອກະສານ, ການເຂົ້າເຖິງຂໍ້ມູນ, ການກະກຽມຄວາມພ້ອມ ໃຫ້ແກ່ກອງປະຊຸມ ກຳມາທິການຕ່າງໆ, ຂັ້ນຕອນການກະກຽມຮ່າງມະຕິ ແລະ ການຄົ້ນຄວ້າປະກອບຄຳເຫັນຂອງຄະນະຜູ້ແທນ, ການກະກຽມເອກະສານສຳລັບ ກອງປະຊຸມພົບປະ ລະຫວ່າງ ຜູ້ນຳອາຊຽນ-ໄອປາ ໜ້າທີ່ຄວາມຮັບຜິດຊອບ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ.

ຂ່າວ-ພາບ: ສພຊ

KPL

ຂ່າວອື່ນໆ

    • ຮອງປະທານປະເທດ  ເຄື່ອນໄຫວຢ້ຽມຢາມ ປະຊາຊົນບ້ານນາຈຽງ ນະຄອນປາກເຊການເມືອງ

      ຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມ ປະຊາຊົນບ້ານນາຈຽງ ນະຄອນປາກເຊ

      10/4/2024 3:36:42 PM

      ຂປລ. ວັນທີ 2 ຕຸລາ 2024 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານປະເທດ ເຄື່ອນໄຫວຢ້ຽມຢາມປະຊາຊົນ ບ້ານນາຈຽງ ນະຄອນປາກເຊ ທີ່ໄດ້ຮັບຜົນກະທົບຈາກໄພພໍ້າຖ້ວມ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມການນຳຂອງແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມຕິດຕາມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ ການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ

      10/4/2024 3:30:35 PM

      ຂປລ. ວັນທີ 3 ຕຸລາ 2024 ທີ່ນະຄອນຫລວງໂດຮາ, ປະເທດກາຕາ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງ ນາຍົກລັດຖະມົນຕີ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມື ເວທີປຶກສາຫາລື ແຫ່ງ ອາຊີ ຄັ້ງທີ 3 (ACD) ພາຍໃຕ້ຄຳຂວັນ: “ການທູດດ້ານກິລາ (Sport Diplomacy)” ໂດຍການເປັນປະທານຂອງ ສົມເດັດ Sheikh Tamim Bin Hamad Al Thani, ປະມຸກລັດ ແຫ່ງ ປະເທດ ກາຕາ ແລະ ມີບັນດາປະມຸກລັດ/ຫົວໜ້າລັດຖະບານຈາກ 35 ປະເທດສະມາຊິກ ຂອບການຮ່ວມມືດັ່ງກ່າວ ເຂົ້າ ຮ່ວມ.

    • ໂທລະສານສະແດງຄວາມເສົ້າສະຫລົດໃຈການເມືອງ

      ໂທລະສານສະແດງຄວາມເສົ້າສະຫລົດໃຈ

      10/3/2024 9:01:44 PM

      ຂປລ. ວັນ​ທີ 3 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ສານ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ ເຖິງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຕໍ່​ເຫດການອຸ ບັດເຫດທາງລົດ ຂອງຄະນະຄູອາຈານ ແລະ ນັກຮຽນໃນວັນທີ 1 ຕຸລາ 2024 ຜ່ານມາ.

    • ກວດກາສູນກາງພັກ ພົບປະຄະນະ ຊ່ຽວຊານ ມະຫາວິທະຍາໄລເຊ້ຍເມີນການເມືອງ

      ກວດກາສູນກາງພັກ ພົບປະຄະນະ ຊ່ຽວຊານ ມະຫາວິທະຍາໄລເຊ້ຍເມີນ

      10/3/2024 8:44:44 PM

      ຂປລ. ວັນທີ 3 ຕຸລາ 2024 ນີ້, ທ່ານ ດາວບົວລະພາ ບາວົງເພັດ ກຳມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊຸຍ ຈີ້ນກົງ (Xu jingong) ອະດີດຮອງເລຂາຄະນະພັກ, ມະຫາວິທະຍາໄລ ເຊ້ຍເມີນ, ຫົວໜ້າສະຖາບັນຄົ້ນ ຄວ້າ ລັດທິມາກ ແຂວງຟູຈ້ຽນ ສປ ຈີນ ພ້ອມຄະນະ ໃນໂອກາດ​ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ທາບທາມເນື້ອໃນ ເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດແຂວງຊຽງຂວາງການເມືອງ

      ທາບທາມເນື້ອໃນ ເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດແຂວງຊຽງຂວາງ

      10/3/2024 8:33:05 PM

      ຂປລ. ກອງປະຊຸມທາບທາມເນື້ອໃນເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດຊຽງຂວາງ ຈັດຂຶ້ນໃນຕອນເຊົ້າວັນທີ 3 ຕຸລາ 2024 ຢູ່ແຂວງຊຽງຂວາງ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາສະຫາຍເລຂາ-ຮອງເລຂາຄະນະພັກແຂວງ, ກຳມະການຄະນະພັກ, ພະນັກ ງານຫລັກແຫລ່ງ ຂອງ 4 ແຂວງຄື: ແຂວງຊຽງຂວາງ, ຫົວພັນ, ແວຽງຈັນ ແລະ ແຂວງ ໄຊສົມບູນ ເຂົ້າຮ່ວມ.

ads
ads

Top