ບໍລິສັດບໍລິຫານຈັດການໄຊເບີລາວ ມອບເງິນຊ່ວຍ ຕ້ານໄພນ້ຳຖ້ວມ ແລະ ກອງປະຊຸມສຸດຍອດອາຊຽນ

04/10/2024 15:38
Email Print 1796
ຂປລ ຂປລ. ໃນວັນທີ 4 ຕຸລາ 2024 ນີ້, ບໍລິສັດບໍລິຫານຈັດການໄຊເບີລາວ ຈຳກັດ ໄດ້ນຳເອົາເງິນມູນຄ່າ 600 ລ້ານກີບ ມາມອບໃຫ້ລັດຖະບານລາວ ເພື່ອນຳໄປຊ່ວຍເຫລືອບັນເທົາທຸກ ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ຕາງໜ້າມອບໂດຍ ທ່ານ ກຽງຄຳ ອິນແພງທະວົງ ຮອງຜູ້ອຳນວຍການ ບໍລິສັດບໍລິຫານ ຈັດການໄຊເບີລາວ ຈຳກັດ ແລະ ຮັບໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນຮອງປະທານຄະນະກຳມະການ ຄຸ້ມຄອງໄພພິບັດແຫ່ງຊາດຂັ້ນສູນກາງ ໂດຍມີ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ເປັນສັກຂີພິຍານ.




ຂປລ. ໃນວັນທີ
4 ຕຸລາ 2024 ນີ້, ບໍລິສັດບໍລິຫານຈັດການໄຊເບີລາວ ຈຳກັດ ໄດ້ນຳເອົາເງິນມູນຄ່າ 600 ລ້ານກີບ ມາມອບໃຫ້ລັດຖະບານລາວ ເພື່ອນຳໄປຊ່ວຍເຫລືອບັນເທົາທຸກ ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ຕາງໜ້າມອບໂດຍ ທ່ານ ກຽງຄຳ ອິນແພງທະວົງ ຮອງຜູ້ອຳນວຍການ ບໍລິສັດບໍລິຫານ ຈັດການໄຊເບີລາວ ຈຳກັດ ແລະ ຮັບໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນຮອງປະທານຄະນະກຳມະການ ຄຸ້ມຄອງໄພພິບັດແຫ່ງຊາດຂັ້ນສູນກາງ ໂດຍມີ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ເປັນສັກຂີພິຍານ.




ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ບໍລິສັດບໍລິຫານຈັດການໄຊເບີລາວ ຈຳກັດ
, ທີ່ເຫັນໄດ້ຄວາມສຳຄັນ ນຳເອົາເງິນ ຈຳນວນດັ່ງກ່າວ ມາມອບໃຫ້ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນ ຊ່ວຍເຫລືອປະເທດຊາດ ກໍຄື ຊ່ວຍເຫລືອປະຊາຊົນຊົນ ທີ່ຕົກຢູ່ໃນວິກິດ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ທັງເປັນການປະກອບສ່ວນສຳຄັນ ເຂົ້າໃນວຽກງານແກ້ໄຂ ແລະ ຕ້ານໄພພິບັດ ຢູ່ ສປປ ລາວ ໃຫ້ດຳເນີນໄປຢ່າງໂລ່ງລ່ຽນ. ພ້ອມທັງຢືນຢັນວ່າ ຈະນຳເອົາເງິນ ທີ່ໄດ້ຮັບໃນຄັ້ງນີ້, ໄປນຳໃຊ້ເຂົ້າໃນວຽກງານແກ້ໄຂ ແລະ ຕ້ານໄພພິບັດ ກໍຄື ນຳໄປຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ບັນດາແຂວງ ໃນຂອບເຂດ ທົ່ວປະເທດ ຢ່າງທົ່ວເຖິງ.

ໃນວັນດຽວກັນ, ທ່ານ ກຽງຄຳ ອິນແພງທະວົງ ຍັງໄດ້ຕາງໜ້າ ໃຫ້ບໍລິສັດບໍລິຫານຈັດການໄຊເບີລາວ ຈຳກັດ ມອບເງິນ ຈຳນວນ 400 ລ້ານກີບ ໃຫ້ລັດຖະບານ ກໍຄື ກະຊວງການຕ່າງປະເທດ ເພື່ອປະກອບສ່ວນ ນຳໃຊ້ ເຂົ້າໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ເຊິ່ງຈະຈັດຂຶ້ນ ໃນມໍ່ໆນີ້, ຕາງໜ້າຮັບໂດຍ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ.

ຂ່າວ: ທະນູທອງ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍວັດທະນະທຳ-ສັງຄົມ

      ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍ

      5/13/2026 10:47:45 AM

      ພິທີພົບປະສອງຝ່າຍ ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 12 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ,

    • ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1ວັດທະນະທຳ-ສັງຄົມ

      ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

      4/9/2026 9:37:49 PM

      ຂປລ. ພິທີເປີດນໍາໃຊ້ໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ ບໍລິສັດ ເບຍລາວ ຈຳກັດ ໄລຍະທີ 1 (LDP1) ຂັບເຄື່ອນການເຕີບໂຕແບບຍືນຍົງ ຈັດຂຶ້ນໃນວັນທີ 9 ເມສາ 2026 ຊຶ່ງໂຄງການນີ້ ເປັນສ່ວນໜຶ່ງ ຂອງແຜນພັດທະນາ 10 ປີ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸດສາຫະກຳ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ, ພ້ອມຂັບເຄື່ອນການເຕີບໂຕແບບຍືນຍົງໃນໄລຍະໃໝ່, ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳຫວຽດ ນາມ ແລະ ສປປ ລາວ, ຮອງປະທານບໍລິຫານ ກຸ່ມບໍລິສັດ ຄາສເບີກ ພາກພື້ນອາຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    •  ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບວັດທະນະທຳ-ສັງຄົມ

      ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບ

      3/5/2026 2:22:12 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເຊີນຊວນນັກທ່ອງທ່ຽວຈາກປະເທດລາວ ສໍາຜັດກັບວັດທະນະທຳທີ່ສົດໃສ, ອາຫານທີ່ມີຊື່ສຽງລະດັບໂລກ ແລະ ທິວທັດທຳມະຊາດທີ່ສວຍງາມຂອງຫວຽດນາມ ດ້ວຍໂປຣໂມຊັນພິເສດ “ບິນກັບ Vietjet, ລຸ້ນຮັບໂຊກຄຳ” (Fly Vietjet, Strike Gold) ເຊິ່ງເລີ່ມຕັ້ງແຕ່ວັນທີ 3 ມີນາ ຫາ 19 ພຶດສະພາ 2026.

    • ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ ວັດທະນະທຳ-ສັງຄົມ

      ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ

      1/26/2026 1:11:12 PM

      ຂປລ. ຊົນເຜົ່າກຶມມຸ ເປັນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ແລະ ກໍຄ້າຍຄືກັນກັບບັນດາຊົນເຜົ່າມີເຊື້ອສາຍພົວພັນກັບຊົນຊາດຂອມ ໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ເຂດໃຈກາງສຸວັນນະພູມ. ຊົນເຜົ່າກຶມມຸໄດ້ດໍາລົງຊີວິດຢູ່ບັນດາແຂວງພາກເໜືອລົງຮອດແຂວງຄໍາມວນ, ເຜົ່າກຶມມຸມີພາສາປາກເວົ້າເປັນຂອງຕົນເອງ ແລະ ຢຶດຖືຮີດຄອງປະເພນີຂອງເຜົ່າ ໂດຍໄດ້ຖືເອົາບຸນເກີຣ ຫລື ບຸນເຕ້ຍນືມເປັນບຸນປົດປີ

    • ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມ

      12/31/2025 5:31:46 PM

      ທ່ານນາງ ດຣ ຫງວຽນ ທິ ເຟືອງ ທາວ (Nguyen Thi Phuong Thao) ປະທານສະພາການບໍລິຫານຍິງ ສາຍການບິນຫວຽດເຈັດ (Vietjet) ໄດ້ຮັບການປະດັບນາມມະຍົດ “ວິລະຊົນແຮງງານ”

ads
ads

Top