ຂປລ
ຂປລ. ວັນທີ 2 ຕຸລາ 2024 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານປະເທດ ເຄື່ອນໄຫວຢ້ຽມຢາມປະຊາຊົນ ບ້ານນາຈຽງ ນະຄອນປາກເຊ ທີ່ໄດ້ຮັບຜົນກະທົບຈາກໄພພໍ້າຖ້ວມ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມການນຳຂອງແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມຕິດຕາມ.
ຂປລ. ວັນທີ 2 ຕຸລາ 2024 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານປະເທດ ເຄື່ອນໄຫວຢ້ຽມຢາມປະຊາຊົນ ບ້ານນາຈຽງ ນະຄອນປາກເຊ ທີ່ໄດ້ຮັບຜົນກະທົບຈາກໄພພໍ້າຖ້ວມ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມການນຳຂອງແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມຕິດຕາມ.
ໂອກາດນີ້, ທ່ານຮອງປະທານປະເທດ ໄດ້ມີຄໍາເຫັນໂອ້ລົມ, ພ້ອມສະແດງຄວາມເປັນຫ່ວງເປັນໄຍ, ເຫັນອົກເຫັນໃຈ ແລະ ດີໃຈເປັນຢ່າງຍິ່ງທີ່ໄດ້ມາຢ້ຽມຢາມພົບປະ ພໍ່ແມ່ປະຊາຊົນ ບ້ານນາຈຽງ ໂດຍສະເພາະ ແມ່ນຄອບຄົວຜູ້ທີ່ຖືກຜົນກະທົບ ຈາກໄພນໍ້າຖ້ວມ ໃນໄລຍະທີ່ຜ່ານມາ. ພ້ອມນີ້, ທ່ານຍັງເນັ້ນໃຫ້ ຄະນະນໍາແຂວງ, ນະຄອນ ສືບຕໍ່ເພີ່ມສະມັດຕະພາບ ຄວາມສູງ ຂອງຄູກັນນ້ຳ, ກວດກາຄືນຄູກັນນ້ຳຕ່າງໆທີ່ມີຄວາມສ່ຽງ, ການຮັບມືກັບນ້ຳປ່າ, ເອົາໃຈໃສ່ແກ້ໄຂ ຕາມສະພາບຕົວຈິງ ຢ່າງເປັນເຈົ້າການຮ່ວມກັນ ຂອງຄະນະນໍາແຕ່ລະຂັ້ນ ຕະຫລອດພໍ່ແມ່ປະຊາຊົນຢ່າງມີສະຕິ, ຮັບມືກັບການປ່ຽນແປງຂອງພູມອາກາດ, ຟື້ນຟູຄືນຊີວິດການເປັນຢູ່, ແຫລ່ງທໍາມາຫາກິນ ບ່ອນຜະລິດກະສິກຳ ໃຫ້ກັບຄືນສູ່ສະພາບປົກກະຕິ ຂຶ້ນເລື້ອຍໆ. ນອກນັ້ນ, ກໍໄດ້ເນັ້ນໃຫ້ເອົາໃຈໃສ່ ຕໍ່ກັບການຮໍ່າຮຽນຂອງລູກຫລານ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະ ບັນຫາຢາເສບຕິດ.
ຂະນະດຽວກັນ, ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ກໍໄດ້ລາຍງານສະພາບຜົນກະທົບ ຂອງໄພພິບັດທີ່ເກີດຂຶ້ນຢູ່ນະຄອນປາກເຊ ໂດຍສະເພາະ ແມ່ນບ້ານນາຈຽງ ໃນເດືອນກັນຍາທີ່ຜ່ານມາ ເຊິ່ງບ້ານນາຈຽງເປັນບ້ານທີ່ຢູ່ໃນເຂດຊານເມືອງ ເປັນພື້ນທີ່ຕໍ່າ, ເຮັດໃຫ້ນ້ຳຖ້ວມຂັງບ້ານເຮືອນ, ພື້ນທີ່ທໍາການຜະລິດຂອງປະຊາຊົນ, ການລ້ຽງປາ, ກໍ່ໃຫ້ເກີດຄວາມ ເສຍຫາຍ ພື້ນທາງໂຄງລ່າງ ເສັ້ນທາງທີ່ເປັນດິນແດງ ກໍໄດ້ຮັບຜົນເສຍຫາຍ. ພ້ອມນັ້ນ,ກໍໄດ້ລາຍງານ ກ່ຽວກັບວິທີການແກ້ໄຂ, ແຜນການຮັບມືກັບໄພພິບັດ ຢ່າງຕັ້ງໜ້າໃນທົ່ວນະຄອນປາກເຊ.
ໃນໂອກາດມາຢ້ຽມຢາມຄັ້ງນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ພ້ອມຄະນະກໍໄດ້ມອບເຄື່ອງ ອຸປະໂພກ-ບໍລິໂພກ ຈໍານວນໜຶ່ງ ໃຫ້ປະຊາຊົນຊາວບ້ານນາຈຽງ ເພື່ອບັນເທົາທຸກຈາກຜົນກະທົບນໍ້າຖ້ວມ ໃນໄລຍະທີ່ຜ່ານມາ, ພ້ອມທັງ ເຄື່ອນໄຫວຢ້ຽມຢາມສຸກສາລາບ້ານຊົ້ງ ນໍາອີກ.
ຂ່າວ-ພາບ: ພູທິບສະຫວັນ
KPL