ເກີດເຫດກຳປັ່ນຫລົ້ມຢູ່ກົງໂກ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 78 ຄົນ

04/10/2024 22:13
Email Print 252
ຂປລ ກຳປັ່ນລຳໜຶ່ງ ບັນທຸກ ຜູ້ໂດຍສານ 278 ຄົນ ຖືກຫລົ້ມ ຢູ່ແມ່ນ້ຳ ກິວູ(Kivu) ທາງພາກຕາເວັນອອກ ປະເທດ ກົງໂກ ເມື່ອບໍ່ດົນມານີ້ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 78 ຄົນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກຳປັ່ນລຳໜຶ່ງ ບັນທຸກ ຜູ້ໂດຍສານ 278 ຄົນ ຖືກຫລົ້ມ ຢູ່ແມ່ນ້ຳ ກິວູ(Kivu) ທາງພາກຕາເວັນອອກ ປະເທດ  ກົງໂກ ເມື່ອບໍ່ດົນມານີ້ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ  78 ຄົນ.ປັດຈຸບັນ, ຍັງບໍ່ທັນຮູ້ ຈຳນວນ ຜູ້ປະສົບ ເຄາະຮ້າຍ ຖືກສູນຫາຍ,ຂະນະນີ້ ຍັງບໍ່ມີຂໍ້ມູນຜູ້ເສຍຊີວິດ ທີ່ເປັນເອກະພາບກັນເທື່ອ. ຂະນະນີ້ ອຳນາດການປົກຄອງທ້ອງຖິ່ນ ແຈ້ງໃຫ້ຊາບວ່າ: ວຽກງານ ກູ້ໄພກູ້ຊີບ ແລະ ສືບສວນ ສອບສວນ ຫາສາເຫດ ຂອງອຸບັດຕິເຫດ ດັ່ງກ່າວ ຢ່າງຮີບດ່ວນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top