ເປີດປ້າຍຂອງສູນປະສານງານຕັດສິນວຽກງານການຄ້າຈີນ-ອາຊຽນຢ່າງເປັນທາງການ

02/10/2024 16:19
Email Print 616
ຂປລ ສູນປະສານງານ ຕັດສິນ ວຽກງານ ການຄ້າຈີນ-ອາຊຽນ ໄດ້ເປີດປ້າຍ ຢ່າງເປັນທາງການ ຢູ່ໃນເວທີ ປຶກສາ ຫາລື ກົດໝາຍ ວຽກງານ ການຄ້າຈີນ-ອາຊຽນ ທີ່ຈັດຂຶ້ນຢູ່ ນະຄອນນານນີງ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີຈີນ ເມື່ອບໍ່ດົນມານີ້.

ຂປລ.ວິທະຍຸ ສາກົນ ແຫ່ງສປ ຈີນ, ກະຊວງ ຍຸດຕິທຳຈີນ ແຈ້ງໃຫ້ຮູ້ວ່າ: ສູນປະສານງານ ຕັດສິນ ວຽກງານ ການຄ້າຈີນ-ອາຊຽນ ໄດ້ເປີດປ້າຍ ຢ່າງເປັນທາງການ ຢູ່ໃນເວທີ ປຶກສາ ຫາລື ກົດໝາຍ ວຽກງານ ການຄ້າຈີນ-ອາຊຽນ ທີ່ຈັດຂຶ້ນຢູ່ ນະຄອນນານນີງ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີຈີນ ເມື່ອບໍ່ດົນມານີ້. ສູນປະສານງານ ດັ່ງກ່າວ ແມ່ນເວທີແລກປ່ຽນ ແລະ ປະສານງານດ້ານການຕັດສິນ ວຽກງານການຄ້າສາກົນ ທີ່ບໍ່ຫວັງຜົນກຳໄລ ທີ່ອົງການ ປົກຄອງ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ແລະ ກະຊວງ ຍຸຕິທຳຈີນ ພ້ອມກັນ ຊຸກຍູ້,ສະມາຄົມ ການຕັດສິນ ເຂດກວາງຊີຈີນ ເປັນຜູ້ລິເລີ່ມ,ຮ່ວມມືກັບ ອົງການ ຕັດສິນ ອົງການ ບໍລິການດ້ານກົດໝາຍ,ສະມາຄົມການຄ້າ ແລະ ຄັງປັນຍາ ຂອງມະຫາວິທະຍາໄລ ຂອງ ສປ ຈີນ ແລະ ບັນດາ ປະເທດ ອາຊຽນ ພ້ອມກັນ ສ້າງຂຶ້ນ ໂດຍມີ ຈຸດປະສົງ ລົງເລິກ ແລະ ເປີດກວ້າງ ການແລກປ່ຽນ ປະສານງານ ໃນຂົງເຂດ ການຕັດສິນ ລະຫວ່າງ ສປ ຈີນ ກັບ ບັນດາປະເທດ ອາຊຽນ,ຊຸກຍູ້ສ້າງກົນໄກ ປະສານງານ ຕັດສິນ ວຽກງານການຄ້າ ລະຫວ່າງ ສປ ຈີນ ກັບ ອາຊຽນ,ຊຸກຍູ້ ຫ້ແກ້ ໄຂຂໍ້ຂັດແຍ້ງ ດ້ານການຄ້າ ໂດຍຜ່ານຊ່ອງທາງ ຫລາຍກວ່າເກົ່າ, ສະໜອງການບໍລິການ ແລະ ການຮັບປະກັນ ດ້ານການຕັດສິນ ທີ່ມີຄຸນນະພາບດີ ປະສິດ ທິພາບສູງ ແລະ ເປັນວິຊາການ ຕໍ່ການໄປມາຫາສູ່ ດ້ານເສດຖະກິດ ການຄ້າຈີນ-ອາຊຽນ ແລະ ການພັດທະນາ ເສດຖະກິດ ຂອງພາກພື້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top