ການສະຖາປະນາສປຈີນໄຂປະຫວັດສາດໜ້າໃໝ່ໃຫ້ແກ່ການພັດທະນາໂລກ

01/10/2024 11:08
Email Print 607
ຂປລ ເມື່ອຫວນຄືນກ່ອນນີ້ 75 ປີ ປະເທດຈີນແມ່ນປະເທດໜຶ່ງທີ່ຍັງທຸກຍາກ, ແຕ່ພາຍຫຼັງໄດ້ຮັບການສະຖາປະນາເປັນສາທາລະນະລັດປະຊາຊົນຈີນໃນວັນທີ 1 ຕຸລາ 1949 ເປັນຕົ້ນມາ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ແລະ ປະ ດິດສ້າງຂອງພັກກອມມູນິດຈີນ, ປະຊາຊົນຈີນໄດ້ສ້າງປະຫວັດສາດໜ້າໃໝ່ແຫ່ງການພັດທະນາປະເທດຊາດ, ສາມາດຍາດໄດ້ຜົນສໍາເລັດອັນສໍາຄັນ, ຮອບດ້ານ ແລະ ໜັກແໜ້ນ.

(ເນື່ອງໃນໂອກາດວັນຊາດຈີນຄົບຮອບ75ປີ,1/10/1949-1/10/2024)



     ເມື່ອຫວນຄືນກ່ອນນີ້ 75 ປີ ປະເທດຈີນແມ່ນປະເທດໜຶ່ງທີ່ຍັງທຸກຍາກ, ແຕ່ພາຍຫຼັງໄດ້ຮັບການສະຖາປະນາເປັນສາທາລະນະລັດປະຊາຊົນຈີນໃນວັນທີ 1 ຕຸລາ 1949 ເປັນຕົ້ນມາ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ແລະ ປະ ດິດສ້າງຂອງພັກກອມມູນິດຈີນ, ປະຊາຊົນຈີນໄດ້ສ້າງປະຫວັດສາດໜ້າໃໝ່ແຫ່ງການພັດທະນາປະເທດຊາດ, ສາມາດຍາດໄດ້ຜົນສໍາເລັດອັນສໍາຄັນ, ຮອບດ້ານ ແລະ ໜັກແໜ້ນ ໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ. ສປ ຈີນ ໄດ້ມີການພັດທະນາຢ່າງໃຫຍ່ຫລວງ ແລະ ກ້າວກະໂດດ, ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບສຸກ ກົມກຽວປອງດອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງທັນສະໄໝ, ເສດຖະກິດມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ຕໍ່ເນື່ອງ, ບົດບາດ ແລະ ອິດທິພົນຂອງ ສປ ຈີນ ນັບມື້ນັບພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ມາຮອດປັດຈຸບັນບໍ່ພຽງແຕ່ສປຈີນໄດ້ພົ້ນທຸກຫາກຍັງສາມາດພັດທະນາປະເທດຊາດຈີນໃນຍຸກໃໝ່ໃຫ້ກາຍເປັນໜຶ່ງໃນປະເທດທີ່ມີບົດບາດສຳຄັນໃນການພັດທະນາ ແລະ ປົກປັກຮັກສາສັນຕິພາບໂລກ.


     ພວກເຮົາມາພິສູດນຳກັນວ່າ, ໂລກໄດ້ຫຍັງຈາກການສະຖາປະນາສປຈີນຕະຫລອດ 75 ປີ ຜ່ານມາ.ກ່ອນອື່ນໝົດ, ປະເທດຈີນໃໝ່ໄດ້ຍົກໃຫ້ເຫັນວ່າໃນດ້ານພາຍໃນປະເທດ, ການພັດທະນາປະເທດຈີນໄດ້ກ້າວສູ່ຍຸກທີ່ປະຊາຊົນມີຊີວິດການເປັນຢູ່ດີຂື້ນທີ່ອີ່ມໜໍາສຳລານ, ການພັດທະນາລະຫວ່າງຕົວເມືອງ ແລະ ຊົນນະບົດໄດ້ຫຍັບເຂົ້າໃກ້ກັນ, ພ້ອມນັ້ນຈັງຫວະການເຕີບໂຕທາງດ້ານເສດຖະກິດ ແລະ ລາຍຮັບກໍເພີ່ມຂື້ນ. ທ່ານ ນາງ ຟັງຫົງ ເອກອັກຄະລັດຖະທູດ ສປ ຈີນປະຈຳ ສປປ ລາວໄດ້ຂື້ນກ່າວໃນໂອກາດສະຖານທູດສປຈີນປະຈຳລາວຈັດງານລ້ຽງສະເຫຼີມສະຫຼອງຕ້ອນຮັບການສະຖາປະ ນາສາທາລະນະລັດປະຊາຊົນຈີນຄົບຮອບ75ປີ(1/10/1949-1/10/2024)ຂື້ນໃນຕອນຄໍ່າຂອງວັນທີ23ກັນຍານີ້ທີ່ໂຮງແຮມແລນມາກນະຄອນຫລວງວຽງຈັນວ່າ: 75 ປີ ຜ່ານມາຈີນໄດ້ມີການປ່ຽນແປງໃຫຍ່ດວ້ຍຄວາມດຸໝັ່ນສູ້ຊົນ, ພັກກອມມູນິດຈີນໄດ້ນຳພາປະຊາຊົນຈີນທຸກຊົນເຜົ່າດວ້ຍຈິດໃຈໜຶ່ງດຽວພາໃຫ້ປະເທດຈີນ ຈາກຄວາມທຸກຍາກກ້າວໄປສູ່ການຮັ່ງມີແລະຈະເລີນຮຸ່ງເຮືອງເຂັ້ມແຂງຂື້ນ. ເສດຖະກິດໄດ້ເຕີບໂຕຢ່າງບໍ່ຢຸດຢັ້ງ, ຈາກປີ 1952 GDP ຂອງຈີນມີພຽງ 67,9 ຕື້ຢວນ ໄດ້ເພີ່ມຂື້ນຢ່າງວ່ອງໄວນັບແຕ່ມີການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ໃນ ປີ 1986 ຍອດມູນຄ່າເສດຖະກິດທັງໝົດເກີນ 1 ພັນຕຶ້ຢວນ ແລະ ໃນປີ 2,000 ໄດ້ເກີນ 10 ພັນຕື້ຢວນ ແລະ ປີ2023 ໄດ້ເກີນ 126,000 ຕື້ຢວນ ເພີ່ມຂື້ນ 223 ເທົ່າທຽບໃສ່ປີ 1952. ຕົວເລກ GDP ຕໍ່ຄົນຕໍ່ປີໄດ້ເພີ່ມຂື້ນຈາກ 119 ຢວນ ໃນປີ1952 ເພີ່ມຂື້ນເປັນ 89.358 ຢວນໃນປີ 2023 ເພີ່ມຂື້ນ 89 ເທົ່າ.


      ຕໍ່ຕ່າງປະເທດ, ສປ ຈີນ ແມ່ນໜຶ່ງໃນສະມາຊິກຖາວອນຂອງອົງການສະຫະປະຊາຊາດ, ແມ່ນຜູ້ນຳໜ້າໃນການສະເໜີຂໍ້ລິເລີ່ມການພັດທະນາໂລກ, ລວມທັງໜຶ່ງແລວໜຶ່ງເສັ້ນທາງ ແລະ ເປັນປະເທດທີ່ມີການພົວພັນ ແລະ ຊວ່ຍເຫຼືອປະເທດອື່ນ, ລວມທັງຊວ່ຍເຫຼືອອົງການສາກົນຕ່າງໆຫຼາຍທີ່ສຸດຂອງໂລກ, ລວມທັງອົງການສະຫະປະຊາຊາດ. ຈາກບົດບາດສຳຄັນຂອງຈີນທີ່ມີຕໍ່ການພັດທະນາ ແລະ ຮັກສາສັນຕິພາບໂລກ, ຈີນຈິ່ງເປັນປະເທດທີ່ໄດ້ຮັບການໄວ້ວາງໃຈຫຼາຍທີ່ສຸດຂອງປະຊາຄົມໂລກ. ສະເພາະປີ 2025 ສປ ຈີນ ຈະໄດ້ຮັບກຽດເປັນເຈົ້າພາບໝູນວຽນອົງການຮວ່ມມືຊຽງໄຮ ແລະ ກອງປະຊຸມຄະນະກຳມະການປະມຸກລັດປະເທດສະມາຊິກອົງການຮວ່ມມືຊຽງໄຮຄັ້ງທີ 25 ຢູ່ຈີນ, ເຊິ່ງກາຍເປັນໂອກາດທີ່ດີເພື່ອການສືບຕໍ່ຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ,ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກແລະຂໍ້ລິເລີ່ມອະລິຍະທຳທົ່ວໂລກປະກອບສວ່ນຢ່າງຕັ້ງໜ້າເພື່ອສ້າງສັນຕິພາບແລະຄວາມຈະເລີນຮຸ່ງເຮືອງຮວ່ມຂອງໂລກ. ພ້ອມນັ້ນ, ຈີນຍັງເປັນປະເທດນຳໜ້າໃນການຊຸກຍູ້ການພັດທະນາຮ່ວມທົ່ວໂລກ, ເຊິ່ງມີ100 ກວ່າປະເທດ ແລະ ອົງການຈັດ ຕັ້ງສາກົນ, ລວມທັງອົງການສະຫະປະຊາຊາດໄດ້ສະແດງການສະໜັບສະໜູນ ແລະ ເຂົ້າຮ່ວມ. ໃນນັ້ນ, ຈີນໄດ້ສ້າງຕັ້ງກອງທຶນການພັດທະນາທົ່ວໂລກ ແລະ ການຮ່ວມມືໃຕ້ໃຕ້ ໂດຍໄດ້ສະໜັບສະໜູນ 150 ກວ່າໂຄງການຢູ່ໃນຫຼາຍປະເທດ. ຜົນສຳເລັດນີ້ຢັ້ງຢືນໄດ້ວ່າ: ຂໍ້ລິເລີ່ມການພັດທະນາທົ່ວໂລກກຳເນີດຢູ່ຈີນ, ແຕ່ຜົນງານ ແລະ ໂອກາດແມ່ນຂຶ້ນກັບໂລກ.ບົນເສັ້ນທາງພັດທະນາ ແລະ ຈະເລີນຮຸ່ງເຮືອງ, ປະເທດດຽວກໍ່ຂາດບໍ່ໄດ້,ຄົນດຽວກໍ່ຕົກແຖວບໍ່ໄດ້,ນີ້ແມ່ນວິໄສທັດຂອງຂໍ້ລິເລີ່ມການພັດທະນາທົ່ວໂລກ,ຍັງແມ່ນເປົ້າໝາຍທີ່ລິເລີ່ມໂດຍອົງການສະຫະປະຊາຊາດ.ຈີນຈະສືບຕໍ່ລົງເລິກການຮ່ວມມືໃນດ້ານຂໍ້ລິເລີ່ມການພັດທະນາທົ່ວໂລກກັບຝ່າຍຕ່າງໆ, ສືບຕໍ່ແບ່ງປັນໂອກາດຈາກການພັດທະນາຄວາມທັນສະໄໝແບບຈີນ, ເລັ່ງລັດຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະ ຫະປະຊາຊາດ ແລະ ຊຸກຍູ້ການພັດທະນາຮ່ວມກັນ. ຈີນໄດ້ກາຍເປັນຜູ້ເຂົ້າຮວ່ມຜູ້ກໍ່ສ້າງ ແລະ ຜູ້ປະກອບສວ່ນໃນລະບົບສາກົນ. ການຮວ່ມມືກໍ່ສ້າງໜຶ່ງແລວໜຶ່ງເສັ້ນທາງທີ່ມີຄຸນນະພາບສູງໄດ້ກາຍເປັນຜະລິດຕະພັນສາທາລະນະ ແລະ ກາຍເປັນເວທີຮວ່ມມືທົ່ວໂລກທີ່ມີຄວາມນິຍົມ. ໃນກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການພັກກອມມູນິດຈີນ ສະໄໝທີ XX ໄດ້ກຳນົດແນວທາງສຸມກຳລັງແຮງຂອງປະຊາຊົນເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ, ຊຸກຍູ້ການເປີດປະຕູສູ່ພາຍນອກທີ່ມີລະດັບສູງ, ພະຍາຍາມສ້າງໂອກາດໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າໃຫ້ແກ່ປະເທດລາວ ແລະ ບັນດາປະເທດໃນທົ່ວໂລກຢ່າງບໍ່ຢຸດຢັ້ງ.

 

       ສະເພາະຕໍ່ສປປລາວ, ຜົນງານຕົວຈິງປະຈັກຕາໃຫ້ແກ່ຊາວໂລກແມ່ນເສັ້ນທາງລົດ ໄຟລາວ-ຈີນໄດ້ໄຂສັງກາດ ໃໝ່ໃຫ້ແກ່ປະເທດລາວຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ເປັນສູນກາງຂອງການເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນຢ່າງມີຄຸນນະພາບ. ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດໄດ້ປະກອບຄໍາເຫັນໃນໂອກາດເຂົ້າຮວ່ມກອງປະຊຸມປືກສາຫາຫລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 11ທີ່ ສປ ຈີນ(13-14 ກັນຍາ 2024) ທີ່ນະຄອນຫຼວງປັກກິ່ງ ສປ ຈີນວ່າ: ສປ ຈີນ ເປັນປະເທດມະຫາອໍານາດໜຶ່ງທີ່ມີຄວາມເຂັ້ມແຂງທາງດ້ານເສດຖະກິດ, ການທະຫານ, ມີຂີດຄວາມສາມາດ ແລະ ຄວາມພ້ອມຫຼາຍດ້ານໃນການຊຸກຍູ້ ແລະ ສົ່ງເສີມການຮ່ວມມືເພື່ອການພັດທະນາກັບບັນດາປະເທດໃນພາກພື້ນກໍ່ຄືໃນໂລກ ໃນນັ້ນໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອກອງທັບປະຊາຊົນລາວ ກໍ່ສ້າງກອງທັບປະຊາຊົນລາວໃຫ້ເຕີບໃຫຍ່ເຂັ້ມແຂງ. ເຊັ່ນດຽວກັບທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ໄດ້ມີຄຳເຫັນຕໍ່ງານວາງສະແດງສິນຄ້ານຳເຂົ້າ-ສົ່ງອອກຄຸນໝິງ ຄັ້ງທີ 26 ຢູ່ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນເມື່ອປີ2022 ພາຍໃຕ້ຫົວຂໍ້ "ແບ່ງປັນໂອກາດໃໝ່ ແລະ ຊອກຫາການພັດ ທະນາໃໝ່"ຜ່ານລະບົບທາງໄກວ່າ: ສປ ຈີນ ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດຂອງພາກພື້ນ ແລະ ໃນໂລກ ໃຫ້ມີຄວາມເຂັ້ມແຂງ ໂດຍຜ່ານການຈັດຕັ້ງປະຕິບັດຂໍ້ລິເລີ່ມຕ່າງໆ, ລວມເຖິງການເຄື່ອນໄຫວໃນຂອບສັນຍາການຄ້າເສລີຈີນ-ອາຊຽນ ແນໃສ່ຫລຸດຜ່ອນຄວາມແຕກໂຕນກັນທາງດ້ານ ການພັດທະນາ ກໍຄືການເຊື່ອມຈອດລະຫວ່າງຈີນກັບອາຊຽນ ແລະ ພາກພື້ນ.ຢັ້ງຢືນໄດ້ວ່າການສະຖາປະນາສາທາລະນະລັດປະຊາຊົນຈີນ, ບໍ່ສະເພາະແຕ່ປະຊາຊົນຈີນ ໄດ້ສ້າງປະຫວັດສາດໜ້າໃໝ່ແຫ່ງການພັດທະນາປະເທດຊາດຈີນເທົ່ານັ້ນ, ຫາກຍັງໄດ້ໄຂປະຫວັດສາດໜ້າໃໝ່ໃຫ້ແກ່ການພັດທະນາໂລກຢ່າງແທ້ຈິງຕື່ມອີກ.

     ທົ່ວພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ສະແດງຄວາມຂໍ່່ານັບຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ75 ປີ ຢ່າງສຸດໃຈ ແລະ ຕີລາຄາສູງຕໍ່ຜົນສໍາເລັດຮອບດ້ານ, ໃຫຍ່ຫຼວງ ແລະ ມີຄວາມໝາຍປະຫວັດການທີ່ປະຊາຊົນຈີນຍາດມາໄດ້ ແລະ ຂໍອວຍພອນໃຫ້ປະຊາຊົນຈີນອ້າຍນ້ອງ ໂດຍພາຍໃຕ້ການນໍາພາອັນຖືກຕ້ອງ, ເດັດດ່ຽວໜັກແໜ້ນ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຈີນ ອັນມີ ສະຫາຍ ສີຈິ້ນຜິງ ເປັນແກນກາງ ຈົ່ງປະສົບຜົນສໍາເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມທີ່ທັນສະໄໝຕາມສີສັນພິເສດຂອງຈີນທີ່ວາງໄວ້, ສູ້ຊົນບັນລຸເປົ້າໝາຍ “ 100 ປີ ເຫດການທີສອງ ” ກໍ່ຄືຄວາມມຸ້ງຫວັງໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ ແລະ ປະສົບຜົນສໍາເລັດຢ່າງຈົບງາມ. ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ, ໄດ້ຮັບການເສີມຂະຫຍາຍໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.
ຂໍ່່ານັບຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 75 ປີ ຢ່າງສຸດໃຈ.


KPL

ຂ່າວອື່ນໆ

    • ຮອງປະທານປະເທດ  ເຄື່ອນໄຫວຢ້ຽມຢາມ ປະຊາຊົນບ້ານນາຈຽງ ນະຄອນປາກເຊການເມືອງ

      ຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມ ປະຊາຊົນບ້ານນາຈຽງ ນະຄອນປາກເຊ

      10/4/2024 3:36:42 PM

      ຂປລ. ວັນທີ 2 ຕຸລາ 2024 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານປະເທດ ເຄື່ອນໄຫວຢ້ຽມຢາມປະຊາຊົນ ບ້ານນາຈຽງ ນະຄອນປາກເຊ ທີ່ໄດ້ຮັບຜົນກະທົບຈາກໄພພໍ້າຖ້ວມ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມການນຳຂອງແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມຕິດຕາມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ ການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ

      10/4/2024 3:30:35 PM

      ຂປລ. ວັນທີ 3 ຕຸລາ 2024 ທີ່ນະຄອນຫລວງໂດຮາ, ປະເທດກາຕາ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງ ນາຍົກລັດຖະມົນຕີ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມື ເວທີປຶກສາຫາລື ແຫ່ງ ອາຊີ ຄັ້ງທີ 3 (ACD) ພາຍໃຕ້ຄຳຂວັນ: “ການທູດດ້ານກິລາ (Sport Diplomacy)” ໂດຍການເປັນປະທານຂອງ ສົມເດັດ Sheikh Tamim Bin Hamad Al Thani, ປະມຸກລັດ ແຫ່ງ ປະເທດ ກາຕາ ແລະ ມີບັນດາປະມຸກລັດ/ຫົວໜ້າລັດຖະບານຈາກ 35 ປະເທດສະມາຊິກ ຂອບການຮ່ວມມືດັ່ງກ່າວ ເຂົ້າ ຮ່ວມ.

    • ໂທລະສານສະແດງຄວາມເສົ້າສະຫລົດໃຈການເມືອງ

      ໂທລະສານສະແດງຄວາມເສົ້າສະຫລົດໃຈ

      10/3/2024 9:01:44 PM

      ຂປລ. ວັນ​ທີ 3 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ສານ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ ເຖິງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຕໍ່​ເຫດການອຸ ບັດເຫດທາງລົດ ຂອງຄະນະຄູອາຈານ ແລະ ນັກຮຽນໃນວັນທີ 1 ຕຸລາ 2024 ຜ່ານມາ.

    • ກວດກາສູນກາງພັກ ພົບປະຄະນະ ຊ່ຽວຊານ ມະຫາວິທະຍາໄລເຊ້ຍເມີນການເມືອງ

      ກວດກາສູນກາງພັກ ພົບປະຄະນະ ຊ່ຽວຊານ ມະຫາວິທະຍາໄລເຊ້ຍເມີນ

      10/3/2024 8:44:44 PM

      ຂປລ. ວັນທີ 3 ຕຸລາ 2024 ນີ້, ທ່ານ ດາວບົວລະພາ ບາວົງເພັດ ກຳມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊຸຍ ຈີ້ນກົງ (Xu jingong) ອະດີດຮອງເລຂາຄະນະພັກ, ມະຫາວິທະຍາໄລ ເຊ້ຍເມີນ, ຫົວໜ້າສະຖາບັນຄົ້ນ ຄວ້າ ລັດທິມາກ ແຂວງຟູຈ້ຽນ ສປ ຈີນ ພ້ອມຄະນະ ໃນໂອກາດ​ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ທາບທາມເນື້ອໃນ ເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດແຂວງຊຽງຂວາງການເມືອງ

      ທາບທາມເນື້ອໃນ ເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດແຂວງຊຽງຂວາງ

      10/3/2024 8:33:05 PM

      ຂປລ. ກອງປະຊຸມທາບທາມເນື້ອໃນເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດຊຽງຂວາງ ຈັດຂຶ້ນໃນຕອນເຊົ້າວັນທີ 3 ຕຸລາ 2024 ຢູ່ແຂວງຊຽງຂວາງ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາສະຫາຍເລຂາ-ຮອງເລຂາຄະນະພັກແຂວງ, ກຳມະການຄະນະພັກ, ພະນັກ ງານຫລັກແຫລ່ງ ຂອງ 4 ແຂວງຄື: ແຂວງຊຽງຂວາງ, ຫົວພັນ, ແວຽງຈັນ ແລະ ແຂວງ ໄຊສົມບູນ ເຂົ້າຮ່ວມ.

ads
ads

Top