ສານອວຍພອນວັນສະຖາປະນາ ສປ ຈີນ ຄົບຮອບ 75 ປີ

30/09/2024 15:42
Email Print 533
ຂປລ ຂປລ.ໃນວັນທີ 30 ກັນຍາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກ ກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 75 ປີ.

ຂປລ.ໃນວັນທີ 30 ກັນຍາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກ ກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 75 ປີ. 

ເນື້ອໃນສານ ​ໄດ້ລະບຸວ່າ: ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 75 ປີ, ໃນນາມ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ ແລະ ປະຊາ ຊົນຈີນອ້າຍນ້ອງ ທຸກຖ້ວນໜ້າ.

ການສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ໃນວັນທີ 1 ຕຸລາ 1949 ຖືເປັນເຫດການທີ່ມີຄວາມໝາຍສຳຄັນຍິ່ງ ແລະ ເປັນໄຊຊະນະປະຫວັດສາດ ໃນພາລະກິດຕໍ່ສູ້ປະຕິວັດ ຂອງປະຊາຊົນຈີນອ້າຍນ້ອງ ພາຍໃຕ້ການນຳພາຂອງ ພັກກອມມູນິດຈີນ, ເປັນບາດລ້ຽວປະຫວັດສາດສຳຄັນ ແຫ່ງ ການເລິ່ມຕົ້ນສ້າງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ. ຕະຫລອດໄລຍະ 75 ປີຜ່ານມານັ້ນ, ພັກກອມມູນິດຈີນ ໄດ້ສືບຕໍ່ຢຶດໝັ້ນ ລັດທິມາກ, ແນວຄິດເໝົາເຈີຕົງ, ທິດສະດີເຕີ້ງສຽວຜິງ, ແນວຄິດສໍາຄັນ 3 ຕົວແທນ, ທັດສະນະການພັດທະນາຢ່າງມີວິທະຍາສາດ ແລະ ແນວຄິດສີຈິ້ນຜິງ ວ່າດ້ວຍ ສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ພາລະກິດສ້າງສັງຄົມນິຍົມ ຢູ່ ສປ ຈີນ, ເຮັດໃຫ້ບົດບາດການນໍາພາຂອງ ພັກກອມມູນິດຈີນ ສືບຕໍ່ມີຄວາມໜັກແໜ້ນ, ເຂັ້ມແຂງ, ພາລະກິດສ້າງສາສັງຄົມນິຍົມຢູ່ປະເທດຈີນ ໄດ້ມີຜົນສຳເລັດຢ່າງຮອບດ້ານ ແບບກ້າວກະໂດດ, ເສດຖະ ກິດມີການຂະຫຍາຍ ຕົວຢ່າງວ່ອງໄວຕໍ່ເນື່ອງ ແລະ ນັບມື້ນັບກ້າວຂຶ້ນສູ່ຄວາມທັນສະໄໝເຂັ້ມແຂງ, ສັງ ຄົມມີຄວາມກົມກຽວປອງດອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ບົດບາດ ແລະ ອິດທິພົນ ຂອງພັກກອມມູນິດຈີນ ແລະ ລັດຖະບານຈີນ ກໍນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ຜົນສໍາເລັດຮອບດ້ານ, ໃຫຍ່ຫລວງເປັນປະຫວັດການ ທີ່ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ ແລະ ຖືຜົນສໍາເລັດດັ່ງກ່າວ ເປັນການປຸກລະດົມກໍາລັງໃຈອັນແຮງກ້າແກ່ ພັກ, ລັດ ແລະ ປະຊາຊົນລາວພວກຂ້າພະເຈົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງຕົນ ໃນປັດຈຸບັນ.

ພັກ, ລັດ ແລະ ປະຊາຊົນລາວ ຍາມໃດກໍຖືສໍາຄັນ ຕໍ່ການເສີມຂະຫຍາຍສາຍພົວພັນຮ່ວມມືກັບ ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ພາຍໃຕ້ຄວາມເອົາໃຈໃສ່ຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ກໍຄື ທິດຊີ້ນຳທີ່ເປັນເອກະພາບກັນ ລະຫວ່າງ ການນຳສູງສຸດ ສອງພັກ, ສອງປະເທດ, ການພົວພັນທີ່ເປັນມູນເຊື້ອ ແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ໄດ້ຮັບການເພີ່ມພູນຄູນສ້າງ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ແລະ ການພົວພັນແບບຄູ່ຮ່ວມຊາຕາກໍາ ລາວ-ຈີນ ໄດ້ກາຍເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການພົວພັນ ຮ່ວມມືລະຫວ່າງ ສອງປະເທດ ໃນໄລຍະໃໝ່.

ໃນໂອກາດອັນສະຫງ່າລາສີນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອອັນໃຫຍ່ຫລວງ ແກ່ພາລະກິດປະຕິວັດຂອງປະຊາຊົນລາວ ໃນເມື່ອກ່ອນ ກໍຄື ໃນໄລຍະ ປົກປັກຮັກສາ ແລະ ສ້າງສາພັດທະນະປະເທດຊາດ ໃນປັດຈຸບັນ.

ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ ຂໍອວຍພອນໃຫ້ປະຊາຊົນຈີນອ້າຍນ້ອງ ໂດຍພາຍໃຕ້ການນໍາພາອັນຖືກຕ້ອງ ຂອງພັກກອມມູນິດຈີນ ອັນມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງນັ້ນ ຈົ່ງສືບຕໍ່ປະສົບຜົນສໍາເລັດອັນໃໝ່ ໃຫຍ່ຫລວງກວ່າເກົ່າ ໃນພາລະກິດການສ້າງປະເທດຈີນ ສັງຄົມນິ ຍົມທັນສະໄໝ ທີ່ມີສີສັນພິເສດຂອງປະເທດຈີນ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດຈີນວາງອອກ, ບັນລຸເປົ້າໝາຍສູ້ຊົນ 100 ປີ ເຫດການທີສອງແລະ ຄວາມມຸ່ງຫວັງໃນການຟື້ນຟູຄວາມຮຸ່ງເຮືອງສີວິໄລຂອງປະຊາຊາດຈີນ.

ຂໍອວຍພອນໃຫ້ ສາຍພົວພັນທີ່ເປັນມູນເຊື້ອ ແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການພົວພັນແບບຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ຈົ່ງໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດພວກເຮົາ ກໍຄື ປະ ກອບສ່ວນ ເຂົ້າໃນພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂໍອວຍພອນໃຫ້ ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດອັນໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດອັນມີກຽດສູງສົ່ງຂອງສະຫາຍ.

ໃນໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງ ສານອວຍພອນ ເຖິງທ່ານ ຫລີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ. ພ້ອມນີ້້້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ສົ່ງສານອວຍພອນ ເຖິງທ່ານ ຫວັງ ອີ້ ຫົວໜ້າຫ້ອງວ່າການຄະນະກຳມະການ ວຽກງານການຕ່າງປະເທດ ສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 75 ປີ ເຊັ່ນດຽວກັນ.
KPL

ຂ່າວອື່ນໆ

    • ຮອງປະທານປະເທດ  ເຄື່ອນໄຫວຢ້ຽມຢາມ ປະຊາຊົນບ້ານນາຈຽງ ນະຄອນປາກເຊການເມືອງ

      ຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມ ປະຊາຊົນບ້ານນາຈຽງ ນະຄອນປາກເຊ

      10/4/2024 3:36:42 PM

      ຂປລ. ວັນທີ 2 ຕຸລາ 2024 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານປະເທດ ເຄື່ອນໄຫວຢ້ຽມຢາມປະຊາຊົນ ບ້ານນາຈຽງ ນະຄອນປາກເຊ ທີ່ໄດ້ຮັບຜົນກະທົບຈາກໄພພໍ້າຖ້ວມ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມການນຳຂອງແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມຕິດຕາມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ ການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ

      10/4/2024 3:30:35 PM

      ຂປລ. ວັນທີ 3 ຕຸລາ 2024 ທີ່ນະຄອນຫລວງໂດຮາ, ປະເທດກາຕາ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງ ນາຍົກລັດຖະມົນຕີ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມື ເວທີປຶກສາຫາລື ແຫ່ງ ອາຊີ ຄັ້ງທີ 3 (ACD) ພາຍໃຕ້ຄຳຂວັນ: “ການທູດດ້ານກິລາ (Sport Diplomacy)” ໂດຍການເປັນປະທານຂອງ ສົມເດັດ Sheikh Tamim Bin Hamad Al Thani, ປະມຸກລັດ ແຫ່ງ ປະເທດ ກາຕາ ແລະ ມີບັນດາປະມຸກລັດ/ຫົວໜ້າລັດຖະບານຈາກ 35 ປະເທດສະມາຊິກ ຂອບການຮ່ວມມືດັ່ງກ່າວ ເຂົ້າ ຮ່ວມ.

    • ໂທລະສານສະແດງຄວາມເສົ້າສະຫລົດໃຈການເມືອງ

      ໂທລະສານສະແດງຄວາມເສົ້າສະຫລົດໃຈ

      10/3/2024 9:01:44 PM

      ຂປລ. ວັນ​ທີ 3 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ສານ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ ເຖິງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຕໍ່​ເຫດການອຸ ບັດເຫດທາງລົດ ຂອງຄະນະຄູອາຈານ ແລະ ນັກຮຽນໃນວັນທີ 1 ຕຸລາ 2024 ຜ່ານມາ.

    • ກວດກາສູນກາງພັກ ພົບປະຄະນະ ຊ່ຽວຊານ ມະຫາວິທະຍາໄລເຊ້ຍເມີນການເມືອງ

      ກວດກາສູນກາງພັກ ພົບປະຄະນະ ຊ່ຽວຊານ ມະຫາວິທະຍາໄລເຊ້ຍເມີນ

      10/3/2024 8:44:44 PM

      ຂປລ. ວັນທີ 3 ຕຸລາ 2024 ນີ້, ທ່ານ ດາວບົວລະພາ ບາວົງເພັດ ກຳມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊຸຍ ຈີ້ນກົງ (Xu jingong) ອະດີດຮອງເລຂາຄະນະພັກ, ມະຫາວິທະຍາໄລ ເຊ້ຍເມີນ, ຫົວໜ້າສະຖາບັນຄົ້ນ ຄວ້າ ລັດທິມາກ ແຂວງຟູຈ້ຽນ ສປ ຈີນ ພ້ອມຄະນະ ໃນໂອກາດ​ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ທາບທາມເນື້ອໃນ ເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດແຂວງຊຽງຂວາງການເມືອງ

      ທາບທາມເນື້ອໃນ ເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດແຂວງຊຽງຂວາງ

      10/3/2024 8:33:05 PM

      ຂປລ. ກອງປະຊຸມທາບທາມເນື້ອໃນເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດຊຽງຂວາງ ຈັດຂຶ້ນໃນຕອນເຊົ້າວັນທີ 3 ຕຸລາ 2024 ຢູ່ແຂວງຊຽງຂວາງ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາສະຫາຍເລຂາ-ຮອງເລຂາຄະນະພັກແຂວງ, ກຳມະການຄະນະພັກ, ພະນັກ ງານຫລັກແຫລ່ງ ຂອງ 4 ແຂວງຄື: ແຂວງຊຽງຂວາງ, ຫົວພັນ, ແວຽງຈັນ ແລະ ແຂວງ ໄຊສົມບູນ ເຂົ້າຮ່ວມ.

ads
ads

Top