ຂປລ
ຂປລ. ກອງປະຊຸມທາບທາມເນື້ອໃນເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດຊຽງຂວາງ ຈັດຂຶ້ນໃນຕອນເຊົ້າວັນທີ 3 ຕຸລາ 2024 ຢູ່ແຂວງຊຽງຂວາງ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາສະຫາຍເລຂາ-ຮອງເລຂາຄະນະພັກແຂວງ, ກຳມະການຄະນະພັກ, ພະນັກ ງານຫລັກແຫລ່ງ ຂອງ 4 ແຂວງຄື: ແຂວງຊຽງຂວາງ, ຫົວພັນ, ແວຽງຈັນ ແລະ ແຂວງ ໄຊສົມບູນ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອລະດົມ ແລະ ຍາດແຍ່ງຄວາມຄິດຄວາມເຫັນ ຈາກບັນດາສະຫາຍ ຄະນະພັກ ແລະ ພະນັກງານຫລັກແຫລ່ງ ເຂົ້າໃສ່ຮ່າງລາຍງານການເມືອງ ແລະ ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 10 ທີ່ຈະລາຍງານຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃຫ້ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ຖືກຕ້ອງສອດຄ່ອງ ແລະ ແທດຕົວຈິງ, ທັງສອງແສງໄດ້ສະຕິປັນຍາລວມໝູ່ ແລະ ການເສີມຂະຫຍາຍປະຊາທິປະໄຕພາຍໃນພັກຢ່າງກວ້າງຂວາງ, ສ້າງຄວາມເປັນເອກະພາບ ທາງດ້ານທັດສະນະ, ຄວາມຮັບຮູ້, ຄວາມເຂົ້າໃຈແຕ່ຫົວທີ ຂອງບັນດາຄະນະພັກ, ພະນັກງານຫລັກແຫລ່ງ ຂອງທ້ອງຖິ່ນ ຕໍ່ຮ່າງເອກະສານຕົ້ນຕໍ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ຈາກນັ້ນ, ຖືເປັນເນື້ອໃນພື້ນຖານ ເພື່ອໃຫ້ບັນດາອົງຄະນະພັກ ນຳໄປປັບປຸງການກະກຽມເນື້ອໃນ ກອງປະຊຸມໃຫຍ່ຂອງຕົນ ໃຫ້ສອດຄ່ອງ, ກົມກຽວກັນ ແລະ ສາມາດຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ.
ໃນໂອກາດນີ້ ສະຫາຍ ນາງ ສູນທອນ ໄຊຍະຈັກ ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ຜູ້ແທນເຂົ້າຮ່ວມກອງປະຊຸມ ຍົກສູງຄວາມຮັບຜິດຊອບການເມືອງ, ປະກອບຄໍາຄິດຄໍາເຫັນ ຕໍ່ສອງເອກະສານດັ່ງກ່າວ ຢ່າງກົງໄປກົງມາ, ສ້າງສັນ, ມີປະຊາທິປະໄຕ ແລະ ຕີລາຄາບັນຫາຕ່າງໆ ຢ່າງຈະແຈ້ງ, ຊັດເຈນ ແລະ ແທດກັບຕົວຈິງ, ມີການອະທິບາຍບັນຫາໃຫ້ຈະແຈ້ງ, ຊັດເຈນ ເພື່ອເປັນພື້ນຖານໃຫ້ອະນຸກຳມະ ການເນື້ອໃນ ນໍາເອົາໄປສືບຕໍ່ຄົ້ນຄວ້າ, ປັບປຸງ ຮ່າງເອກະສານ ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃຫ້ຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ສົມບູນຂຶ້ນກວ່າເກົ່າ.
KPL