ຊາວອາຟຣິກາ ເສຍຊີວິດຈາກພະຍາດໝາກສຸກລີງ 800 ກວ່າຄົນ

04/10/2024 14:25
Email Print 277
ຂປລ ສູນຄວບຄຸມ ແລະ ປ້ອງກັນພະຍາດ ອາຟຣິກາ ເປີດເຜີຍວ່າ: ມີຜູ້ເສຍຊີວິດ ຈາກພະຍາດ ໝາກສຸກລີງ ສະສົມ ຢ່າງໜ້ອຍ 866 ຄົນ ໃນທົ່ວອາຟຣິກາ ແລະ ແພ່ລະບາດ ຍັງບໍ່ສາມາດ ຄວບຄຸມໄດ້

ຂປລ.ສຳນັກ​ຂ່າວ ​ເອ​ເອຟພີ, ວັນ​ທີ 4 ຕຸລາ, ສູນ​ຄວບ​ຄຸມ ​ແລະ ປ້ອງ​ກັນ​ພະຍາດ ອາ​ຟຣິກາ ​ເປີດ​ເຜີຍ​ວ່າ: ມີ​ຜູ້​ເສຍ​ຊີວິດ​ ຈາກ​ພະຍາດ ໝາກສຸກລີງ ສະ​ສົມ ຢ່າງ​ໜ້ອຍ 866 ຄົນ ໃນທົ່ວ​ອາ​ຟຣິກາ ​ແລະ ແພ່​ລະບາດ ຍັງ​ບໍ່​ສາມາດ ຄວບ​ຄຸມ​ໄດ້, ຂະນະ​ທີ່ ອັດຕາ​ການກວດ​ຫາ​ເຊື້ອ​ ຍັງ​ຄົງຈຳກັດ ​ຊຶ່ງເລີ່​ມ​ແຕ່​ເດືອນ ​ມັງກອນ​ປີ​ນີ້ ມີ​ຜູ້​ຕິດ​ເຊື້ອ​ສະສົມ ຈຳນວນ 34.297 ຄົນ ທົ່ວ​ທະວີບ ​ເຮັດ​ໃຫ້​ ຈຳນວນ​ປະ​ເທດ ກວດ​ພົບ ​ຜູ້​ຕິດ​ເຊື້ອ ​ເພີ່ມ​ຂຶ້ນ ຢ່າງ​ໜ້ອຍ 16 ປະ​ເທ​ດ ໃນ​ປີ​ນີ້. ໂດຍສະເພາະ ປະເທດກົງໂກ ຊຶ່ງເປັນສູນກາງ ການແພ່ລະບາດ , ​ເລີ່ມສັກວັກຊິນປ້ອງກັນ ພະຍາດນີ້ໃຫ້ແກ່ ປະຊາຊົນ ຕັ້ງແຕ່ ວັນທີ 2 ຕຸລາທີ່ຜ່ານມາ./.

KPL

ຂ່າວອື່ນໆ

ads
ads

Top