ເຊເວັ່ນ ອີເລຟເວັ່ນ ສົ່ງເສີມນະໂຍບາຍ “ສ້າງຄົນ” ຮ່ວມຂັບເຄື່ອນເສດຖະກິດ-ສັງຄົມລາວໃຫ້ພັດທະນາຢ່າງຍືນຍົງ

02/10/2024 10:07
Email Print 556
ຂປລ ເຊເວັ່ນ ອີເລຟເວັ່ນ ໃນ ສປປ.ລາວ ເຊິ່ງບໍລິຫານໂດຍ ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມ ບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ດໍາເນີນທຸລະກິດໂດຍຍຶດໝັ້ນ “ຄ່ານິຍົມ 3 ປະໂຫຍດ” ຂອງເຄືອຈະເລີນໂພກກະພັນ (Charoen Pokphand Group).

    *ເຊເວັ່ນ ອີເລຟເວັ່ນ ໃນ ສປປ.ລາວ ເຊິ່ງບໍລິຫານໂດຍ ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມ ບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ດໍາເນີນທຸລະກິດໂດຍຍຶດໝັ້ນ “ຄ່ານິຍົມ 3 ປະໂຫຍດ” ຂອງເຄືອຈະເລີນໂພກກະພັນ (Charoen Pokphand Group) ຄືສ້າງປະໂຫຍດໃຫ້ປະເທດ, ປະຊາຊົນ ແລະ ອົງກອນ ແລະ ຂັບເຄື່ອນນະໂຍບາຍແບບຍືນຍົງໂດຍສະເພາະການ “ສ້າງຄົນ” ເພື່ອຮ່ວມພັດທະນາເສດຖະກິດ ແລະ ສັງຄົມລາວໃຫ້ເຕີບໃຫຍ່ແບບຍືນຍົງ.

     ໜຶ່ງໃນໂຄງການສ້າງຄົນທີ່  ຊີພີ ອໍລ໌ ດຳເນີນການກໍຄື ໂຄງການທຶນການສຶກສາ ບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ເພື່ອ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (CP ALL SCHOLARSHIP FOR LAOS) ທີ່ດຳເນີນການມາຕັ້ງແຕ່ປີ 2019 ຕໍ່ເນື່ອງມາເປັນປີທີ 6 ແລ້ວ ໂດຍໃຫ້ນັກສຶກສາລາວເຂົ້າມາສຶກສາຕໍ່ໃນສາຂາວິຊາການຈັດການທຸລະກິດການຄ້າສະໄໝໃໝ່ ທີ່ສະຖາບັນການຈັດການປັນຍາພິວັດ (ພີໄອເອັມ) ສະຖາບັນການສຶກສາເພື່ອສັງຄົມໃນກຸ່ມ  ຊີພີ ອໍລ໌ ໃນລະດັບປະລິນຍາຕີພາກພາສາໄທ ແລະ ພາສາອັງກິດ ແລະ ປະລິນຍາໂທດ້ານບໍລິຫານທຸລະກິດ ລວມປິລະ 60 ທຶນ.

     ທ່ານ ໄຊໂຣດ ທິວັດໝັ້ນຈະເລີນ Managing Director International ຂອງ  ຊີພີ ອໍລ໌ກ່າວວ່າ ການສຶກສາເປັນພື້ນຖານຂອງການພັດທະນາຊັບພະຍາກອນມະນຸດ ປັດຈຸບັນມີນັກສຶກສາລາວຈາກໂຄງການນີ້ສຳເລັດການສຶກສາແລ້ວ 48 ຄົນ ແລະ ກາຍມາເປັນກໍາລັງຫຼັກຂອງ  ຊີພີ ອໍລ໌ ລາວ 19 ຄົນ ສ່ວນທີ່ເຫຼືອເຖິງແມ່ນວ່າຈະບໍ່ໄດ້ຮ່ວມງານກັບບໍລິສັດ ແຕ່ກໍໄດ້ກັບໄປເປັນກຳລັງສຳຄັນໃນການພັດທະນາປະເທດໃຫ້ເດີນໜ້າໄປຕາມນະໂຍບາຍທີ່ລັດຖະບານລາວໄດ້ວາງໄວ້.
#ພີໄອເອັມ ເປັນມະຫາວິທະຍາໄລແຫ່ງເຄືອຂ່າຍ (Network University) ທີ່ຈັດການຮຽນການສອນໃນຮູບແບບ Work-based Education ຄືຮຽນໄປນຳເຮັດວຽກໄປນຳນັກສຶກສາຈະໄດ້ເຝິກປະຕິບັດງານ ກັບສະຖານປະກອບການຊັ້ນນຳເຊິ່ງເປັນເຄືອຂ່າຍຂອງມະຫາວິທະຍາໄລທັງພາຍໃນ ແລະ ພາຍນອກ ເຄືອຈະເລີນໂພກກະພັນເພື່ອເກັບກ່ຽວປະສົບການຈິງ ກຽມພ້ອມເປັນບັນດິດທີ່ກົງກັບຄວາມຕ້ອງການຂອງຕະຫຼາດແຮງງານ.

      ນາງ ອ່ອນຈັນ ວົງມາລາ ນັກສຶກສາຮຸ່ນທໍາອິດທີ່ໄດ້ຮັບທຶນເມື່ອປີ 2019 ແລະ ສໍາເລັດການສຶກສາກັບມາເປັນຂຸມກຳລັງຮຸ່ນບຸກເບີກຂອງ ເຊເວັ່ນ ອີເລຟເວັ່ນ ລາວ ຕັ້ງແຕ່ເປີດສາຂາທຳອິດສຸພານຸວົງ ອະເວນິວ ເມື່ອເດືອນ ກັນຍາ 2023 ແລະ ປັດຈຸບັນເຮັດວຽກຕໍາແໜ່ງຜູ້ຊ່ວຍຜູ້ຈັດການຮ້ານ ກ່າວວ່າ ການຮຽນໄປນໍາເຝິກງານໄປນໍາເຮັດໃຫ້ມີທັກສະໃນການເຮັດວຽກຫຼາຍຂຶ້ນ ແລະ ຍັງໄດ້ຮັບຄ່າຕອບແທນໃນລະຫວ່າງເຝິກງານ ເຮັດໃຫ້ບໍ່ຕ້ອງເດືອດຮ້ອນຄອບຄົວເລື່ອງຄ່າໃຊ້ຈ່າຍ.

*** ອ່ານຕໍ່ສະບັບໜ້າ ***

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ສື່ມວນຊົນ ອາຊຽນ ຍົກລະດັບຄວາມຮູ້ ກ່ຽວກັບຄວາມປອດໄພຂອງເດັກ ຈາກສື່ອອນລາຍອາຊຽນ ASEAN

      ສື່ມວນຊົນ ອາຊຽນ ຍົກລະດັບຄວາມຮູ້ ກ່ຽວກັບຄວາມປອດໄພຂອງເດັກ ຈາກສື່ອອນລາຍ

      10/3/2024 8:40:30 PM

      ຂປລ. ວິທະຍຸກະຈາຍສຽງແຫ່ງຊາດ ແຫ່ງ ສສ ຫວຽດນາມ (VOV) ຈັດຝຶກອົບຮົມຍົກລະດັບຄວາມຮູ້ ໃນການເພີ່ມທະວີທັກສະການລາຍງານຂ່າວ ໃຫ້ສື່ມວນຊົນພາກພື້ນອາຊຽນ ກ່ຽວກັບຄວາມປອດໄພຂອງເດັກນ້ອຍ ຈາກສື່ອອນລາຍ ໃນວັນທີ 3-5 ຕຸລາ 2024 ຢູ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໂດຍມີສື່ມວນຊົນຈາກ 10 ປະເທດອາຊຽນເຂົ້າຮ່ວມ.

    • ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ປິດລົງດ້ວຍຜົນສຳເລັດອັນຈົບງາມອາຊຽນ ASEAN

      ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ປິດລົງດ້ວຍຜົນສຳເລັດອັນຈົບງາມ

      9/27/2024 7:10:42 PM

      ຂປລ. ກອງປະຊຸມລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ 42 ປິດລົງດ້ວຍຜົນສຳເລັດອັນຈົບ ງາມ ໃນຕອນບ່າຍຂອງວັນທີ 26 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທັງເປັນປະທານກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກປະເທດສະມາຊິກອາຊຽນ ແລະປະເທດ ຕີມໍ​ແລັດສະເຕ, ຮອງເລຂາທິການອາຊຽນ, ກອງເລຂາອາຊຽນ, ສູນພະລັງງານຂອງອາຊຽນເຂົ້າຮ່ວມ.

    • ລັດຖະມົນຕີສະພາປະຊາຄົມວັດທະນະທຳ- ສັງຄົມອາຊຽນ ຮັບຮອງເອົາຫລາຍເອກະສານສຳຄັນອາຊຽນ ASEAN

      ລັດຖະມົນຕີສະພາປະຊາຄົມວັດທະນະທຳ- ສັງຄົມອາຊຽນ ຮັບຮອງເອົາຫລາຍເອກະສານສຳຄັນ

      9/26/2024 4:50:29 PM

      ຂປລ. ກອງປະຊຸມ ລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນ ໃນວັນທີ 26 ກັນຍາ 2024 ນີ້, ໄດ້ປິດລົງດ້ວຍຜົນສຳເລັດ ເຊິ່ງກອງປະຊຸມ ໄດ້ປຶກສາຫາລື ແລະ ຕົກລົງຮັບຮອງເອົາ ຫລາຍບັນຫາສຳຄັນ ເປັນຕົ້ນຮັບຮອງເອົາຖະແຫລງການ ແລະ ເອກະສານສຳຄັນຂອງອາຊຽນ ຈຳນວນ 29 ສະບັບ ເພື່ອນຳສະເໜີຕໍ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ເຊິ່ງຈະຈັດຂຶ້ນໃນຕົ້ນເດືອນຕຸລາ 2024 ພິຈາລະ ນາຮັບຮອງ ຫລື ຮັບຊາບ.

    • ສ້າງສະພາບແວດລ້ອມທາງໄຊເບີ ທີ່ປອດໄພ ສຳລັບແມ່ຍິງໃນອາຊຽນອາຊຽນ ASEAN

      ສ້າງສະພາບແວດລ້ອມທາງໄຊເບີ ທີ່ປອດໄພ ສຳລັບແມ່ຍິງໃນອາຊຽນ

      9/26/2024 4:10:05 PM

      ຂປລ. ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ສູນກາງສະຫະພັນແມ່ຍິງລາວ ຈັດຝຶກອົບຮົມໃນຫົວຂໍ້ “ສ້າງສະພາບແວດລ້ອມທາງໄຊເບີທີ່ປອດໄພ ແລະ ເຂັ້ມແຂງ ສຳລັບແມ່ຍິງໃນອາຊຽນ” ໃນວັນທີ 26 ກັນຍາ 2024 ຢູ່ ນະຄອນຫລວງວຽງຈັນ

    • ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ-ບວກ ຫາລືການຮັບມື ກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງອາຊຽນ ASEAN

      ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ-ບວກ ຫາລືການຮັບມື ກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງ

      9/26/2024 3:58:35 PM

      ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນ-ບວກ (ADSOM-Plus​) ຈັດຂຶ້ນໃນວັນທີ 26 ກັນຍາ 2024 ຢູ່ນະຄອນຫວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າເຈົ້າໜ້າທີ່ອາວຸ ໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ, ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາ ຊຽນ, ​ຕີ​ມໍ​​ແລັດສະ​ເຕ ​ໃນ​ນາມ​ຜູ້​ສັງ​ເກດ​ການ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

ads
ads

Top