ທາບທາມບຸກຄະລາກອນສະໝັກຮັບ ເລືອກຕັ້ງ ຄະນະບໍລິຫານງານພັກ ຮວຜທ

24/09/2024 21:24
Email Print 310
ຂປລ ຂປລ. ວັນທີ 24 ກັນຍາ 2024 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ເປີດກອງປະຊຸມ ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງ ເຂົ້າຄະນະບໍລິຫານງານພັກ ສະໄໝທີ I ຮອບທີ 3 ໂດຍການເປັນ ປະທານຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວ ໜ້າການເມືອງໂຮງຮຽນ, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຮອງເລຂາຄະນະພັກ, ຫົວໜ້າການທະ ຫານໂຮງຮຽນ, ວິຊາການຈາກກົມຈັດຕັ້ງພັກ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.

ຂປລ. ວັນທີ 24 ກັນຍາ 2024 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ເປີດກອງປະຊຸມ ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງ ເຂົ້າຄະນະບໍລິຫານງານພັກ ສະໄໝທີ I ຮອບທີ 3 ໂດຍການເປັນ ປະທານຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວ ໜ້າການເມືອງໂຮງຮຽນ, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຮອງເລຂາຄະນະພັກ, ຫົວໜ້າການທະ ຫານໂຮງຮຽນ, ວິຊາການຈາກກົມຈັດຕັ້ງພັກ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.

ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງໂຮງຮຽນ ໄດ້ ຜ່ານບົດ ລາຍງານການເມືອງທັງສອງພາກ ແລະ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຮອງເລຂາຄະນະພັກ, ຫົວໜ້າ ການທະຫານໂຮງຮຽນ ໄດ້ຜ່ານຮ່າງສຳຫລວດການນຳພາລວມ ຂອງຄະນະພັກໂຮງຮຽນ ຕະຫລອດໄລຍະຜ່ານມາ ເພື່ອໃຫ້ຜູ້ແທນກອງປະຊຸມມີຄຳເຫັນຕີລາຄາ ປັບປຸງຮ່າງລາຍງານການເມືອງ ແລະ ຮ່າງສຳຫລວດການນຳພາລວມ ດັ່ງກ່າວ ໃຫ້ມີຄວາມເນື້້ໃນສົມບູນຂຶ້ນກວ່າເກົ່າ. ຈາກນັ້ນ, ອະນຸກຳມະການທາບທາມບຸກຄະລາກອນ ກໍໄດ້ຜ່ານ ມາດຖານເງື່ອນໄຂ ຜູ້ທີ່ສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກຊຸດໃໝ່ ຕ້ອງເປັນຜູ້ທີ່ມີມາດຖານເງື່ອນ ໄຂຄົບຖ້ວນ ຍຶດໝັ້ນອຸດົມການສັງຄົມນິຍົມ, ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະຫລັກໝັ້ນການເມືອງໜັກ ແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ເປັນແບບຢ່າງນຳໜ້າໃນການປະຕິບັດ ກົດລະບຽບຂອງ ພັກ, ກົດໝາຍຂອງລັດ, ມີຄວາມຮູ້ຄວາມສາມາດອັນແນ່ນອນ, ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງ, ເຄົາລົບ, ປະຕິບັດຫລັກການລວມສູນປະຊາທິປະໄຕ ແລະ ມີສຸຂະພາບສົມບູນ ແຂງແຮງດີ.

ໂອກາດນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ໄດ້ມີຄຳເຫັນຊີ້ນໍາຕໍ່ກອງປະຊຸມ ພ້ອມທັງ ເນັ້ນໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງໃຊ້ສິດຂອງຕົນໃນການປ່ອນບັດ ຕ້ອງມີການໄຈ້ແຍກ ເບິ່ງທັດສະ ນະຄວາມຮູ້, ຄວາມສາມາດນຳພາ-ບັນຊາກົມກອງ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດວຽກທີ່ດີ, ເຮັດວຽກເປັນໝູ່ຄະນະ ບຸກຄົນຮັບຜິດຊອບ ບົນພື້ນຖານປະຕິບັດຫລັກ ການລວມສູນປະຊາທິປະໄຕ, ເຮັດສຳເລັດ ໜ້າທີ່ການເມືອງຂອງຕົນ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ແນໃສ່ເຮັດໃຫ້ການຄັດເລືອກຄະນະພັກຊຸດນີ້ ດຳເນີນ ໄປຢ່າງຖືກຕ້ອງຕາມກົດລະບຽບພັກວາງອອກ.

ຈາກນັ້ນ, ຄະນະຜູ້ແທນສົມບູນ ກໍໄດ້ໃຊ້ສິດຂອງຕົນ ປ່ອນບັດທາບທາມເລືອກເອົາບຸກຄະລາກອນ ທີ່ສະ ໝັກເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະໄໝທີ I ຮອບທີ 3 ສຳເລັດຕາມແຜນການ.

ຂ່າວ: ໂອລິນ ມິ່ງມີໄຊ
KPL

ຂ່າວອື່ນໆ

ads
ads

Top