ເພີ່ມຄວາມຮັບຮູ້ ວຽກຕ້ານການຟອກເງິນ- ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ

25/09/2024 12:45
Email Print 307
ຂປລ ຂປລ. ວັນທີ 17-18 ກັນຍາ 2024 ຜ່ານມາ, ກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ ຈັດສຳມະນາ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ ການກໍ່ການຮ້າຍ (AML/CFT) ສໍາລັບພະນັກງານກະຊວງການຕ່າງປະເທດ ຢູ່ເມືອງວັງວຽງ ແຂວງວຽງຈັນ



ຂປລ. ວັນທີ
17-18 ກັນຍາ 2024 ຜ່ານມາ, ກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ ຈັດສຳມະນາ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ ການກໍ່ການຮ້າຍ (AML/CFT) ສໍາລັບພະນັກງານກະຊວງການຕ່າງປະເທດ ຢູ່ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີພະນັກງານຂັ້ນກົມ, ຂັ້ນພະແນກ ແລະ ວິຊາການຈາກບັນດາກົມ ພາຍໃນກະຊວງການຕ່າງປະເທດ ແລະ ວິທະຍາກອນ ຈາກພາກ ສ່ວນທີ່ກ່ຽວຂ້ອງ ກັບວຽກງານ AML/CFT ເຂົ້າຮ່ວມໂດຍການຮ່ວມມື ແລະ ການສະໜັບສະໜູນຈາກ ສຳນັກງານຂໍ້ມູນຕ້ານການຟອກເງິນ ຂອງທະນາຄານ ແຫ່ງ ສປປ ລາວ ແລະ ອົງການສະຫະ ປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC). ທັງນີ້ ກໍເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໂດຍພື້ນຖານ ກ່ຽວກັບວຽກງານ ການຕ້ານອາຊະຍາກຳ ຂ້າມຊາດ ທີ່ມີການຈັດຕັ້ງ ໂດຍສະເພາະ ການຕ້ານການຟອກເງິນ ແລະ ຕ້ານການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ.



ການສະມະນາຄັ້ງນີ້, ໄດ້ມີການນຳສະເໜີ
, ແລກປ່ຽນບົດຮຽນ ແລະ ປະສົບການໃນບັນດາຫົວ ຂໍ້ທີ່ສໍາຄັນຂອງວຽກງານ AML/CFT ເຊິ່ງຊ່ວຍສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ຢ່າງເລິກເຊິ່ງ ໃຫ້ແກ່ສຳມະນາກອນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ AML/CFT ເປັນຕົ້ນ ບັນດາສົນທິສັນຍາທີ່ ສປປ ລາວ ເປັນພາຄີ, ບັນດາຍັດຕິທີ່ກ່ຽວຂ້ອງ ຂອງສະພາ ຄວາມໝັ້ນຄົງ ສປຊ, ກົນໄກການທົບທວນເຊິ່ງກັນ ແລະ ກັນຂອງກຸ່ມ ອາຊີ-ປາຊີຟິກ ຕ້ານການຟອກເງິນ (APG) ພາຍໃຕ້ມາດຕະຖານຂອງອົງ ການຕ້ານການຟອກເງິນສາກົນ (FATF), ການປະຕິບັດວຽກງານ ຕ້ານການຟອກເງິນ ຂອງພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ພາລະບົດບາດຂອງຄະນະ ກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ ການກໍ່ການຮ້າຍ (ຄຕຟງ) ເຊິ່ງມີສຳນັກງານຂໍ້ມູນ ຕ້ານການຟອກເງິນ ທີ່ເປັນກອງເລຂາ ແລະ ໜ່ວຍງານຮັບຜິດຊອບຫລັກ ໃນວຽກງານດັ່ງກ່າວ.

ການທົບທວນເຊິ່ງກັນ ແລະ ກັນຂອງ APG ສໍາລັບ ສປປ ລາວ ໃນຄັ້ງຜ່ານມາ, ພາຍໃຕ້ຂໍ້ແນະນໍາ 40 ຂໍ້ຂອງອົງການ FATF, ຜົນສໍາເລັດໃນວຽກງານ AML/CFT ໃນໄລຍະຜ່ານມາ ຂອງ ສປປ ລາວ ແລະ ບັນດາຂໍ້ຄົງຄ້າງທີ່ຈະຕ້ອງແກ້ໄຂ ເພື່ອກະກຽມໃຫ້ແກ່ ການທົບທວນຄັ້ງຕໍ່ໄປໃນປີ 2025 ນີ້ ກໍຄື ການປະຕິບັດໜ້າທີ່ ຂອງກະຊວງການຕ່າງປະເທດ ແລະ  ພາກສ່ວນທີ່ກ່ຽວ ຂ້ອງໃນວຽກງານດັ່ງກ່າວ ເຊິ່ງຖືວ່າເປັນຂໍ້ມູນພື້ນຖານ ທີ່ເປັນປະໂຫຍດໃຫ້ແກ່ພະນັກງານ ກະຊວງການຕ່າງປະເທດ ນຳໄປໝູນໃຊ້ເຂົ້າໃນ ການປະຕິບັດໜ້າທີ່ ວຽກງານ ຂອງຕົນ ໃນຕໍ່ໜ້າ.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

ads
ads

Top