ຈັດງານວາງສະແດງສີນຄ້າຈີນ-ອາຊຽນ ໄດ້ຮັບຜົນງານຢ່າງຫລວງຫລາຍຕະຫລອດເວລາ 20 ປີ

21/09/2024 19:32
Email Print 118
ຂປລ ງານວາງສະແດງ ສີນຄ້າ ຈີນ-ອາຊຽນ ຄັ້ງທີ 21 ຈະຈັດຂຶ້ນ ຢູ່ນະຄອນ ນານນີງ ເຂດກວາງຊີຈີນ ລະຫວ່າງ ວັນທີ 24-28 ກັນຍານີ້.ຕາມສະຖິຕິ ຈາກອົງການ ພາສີ, ນັບແຕ່ຈັດງານວາງ ສະແດງ ສີນຄ້າຈີນ-ອາຊຽນ ມາເປັນເວລາ 20 ປີຜ່ານມາ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ງານວາງສະແດງ ສີນຄ້າ ຈີນ-ອາຊຽນ ຄັ້ງທີ 21 ຈະຈັດຂຶ້ນ ຢູ່ນະຄອນ ນານນີງ ເຂດກວາງຊີຈີນ ລະຫວ່າງ ວັນທີ 24-28 ກັນຍານີ້.ຕາມສະຖິຕິ ຈາກອົງການ ພາສີ, ນັບແຕ່ຈັດງານວາງ ສະແດງ ສີນຄ້າຈີນ-ອາຊຽນ ມາເປັນເວລາ 20 ປີຜ່ານມາ. ຂະໜາດ ການຄ້າ ສອງຝ່າຍ ໄດ້ຂະຫຍາຍກວ້າງອອກ ຢ່າງວ່ອງໄວ, ເພີ່ມຈາກ 876,38 ຕື້ຢວນ ໃນປີ2004 ເພີ່ມຂຶ້ນເຖິງ 6.410 ຕື້ຢວນ ໃນປີ 2023 ຊຶ່ງສະເລ່ຍແລ້ວ ເພີ່ມຂຶ້ນ 11%ຕໍ່ປີ.ໃນ 8 ເດືອນຕົ້ນປີນີ້, ການຄ້າ ຂາເຂົ້າ-ຂາອອກ ຂອງ ສປ ຈີນ ຕໍ່ກັບ ອາຊຽນ ມີເຖິງ 4.500 ຕື້ຢວນ, ເພີ່ມຂຶ້ນ 10% ເມື່ອທຽບໃສ່ ເວລາດຽວກັນ ຂອງປີກາຍ, ອາຊຽນ ສືບຕໍ່ ເປັນຄູ່ຄ້າ ອັນດັບ 1 ຂອງ ສປ ຈີນ. ການຮ່ວມມື ລະຫວ່າງ ສປ ຈີນ-ອາຊຽນ ມີຈຸດພິເສດ ຄື: ການໄປມາ ຫາສູ່ກັນ ທາງການຄ້າ ລະຫວ່າງ ວິສາຫະກິດ ເອກະຊົນ ຂອງ ສປ ຈີນ ກັບອາຊຽນ ຄຶກຄື້ນຫລາຍ, ຕ່ອງໂສ້ ອຸດສາຫະກຳ ແລະ ຕ່ອງໂສ້ ການສະໜອງ ມີການຮ່ວມມື ຢ່າງແໜ້ນແຟ້ນ, ຂົງເຂດ ຜະລິດ ຕະພັນ ກະສິກຳ ມີທ່າແຮງ ທີ່ຊ່ວຍຊູຍູ້ ໜູນກັນ, ດ່ານອັດສະລິຍະ ດຳເນີນ ງານສະດວກ ຢ່າງຕໍ່ເນື່ອງ, ມີຜົນດີຕໍ່ ການຊຸກຍູ້ ການຄ້າ ຊາຍແດນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top