ຂປລ
ທ່ານ ເຈຍ ສະເຣຍ, ຜູ້ວ່າການ ທະນາຄານກາງ ກຳປູເຈຍ ກ່າວວ່າ, ນັບແຕ່ນີ້ໄປ, ຊາວມາເລເຊຍ ແລະ ກຳປູເຈຍ ຈະສາມາດ ຈ່າຍເງິນ ຂ້າມຊາຍແດນໄດ້ ໂດຍຜ່ານ ແອັບພລິເຄຊັນ ບາກອງ(Bakong) ຫລື Maybank M2U KH ຂອງກຳປູເຈຍ ແລະ DuitNow QR ຂອງ Paynet ເຄືອຂ່າຍ ການຈ່າຍເງິນ ໃນມາເລເຊຍ.
ຂປລ.ສຳນັກ ຂ່າວຊິນ ຮວາຂອງສປ ຈີນ, ວັນທີ20 ກັນຍານີ້, ທ່ານ ເຈຍ ສະເຣຍ, ຜູ້ວ່າການ ທະນາຄານກາງ ກຳປູເຈຍ ກ່າວວ່າ, ນັບແຕ່ນີ້ໄປ, ຊາວມາເລເຊຍ ແລະ ກຳປູເຈຍຈະສາມາດ ຈ່າຍເງິນ ຂ້າມຊາຍແດນໄດ້ ໂດຍຜ່ານ ແອັບພລິເຄຊັນ ບາກອງ(Bakong)ຫລື Maybank M2U KH ຂອງກຳປູເຈຍ ແລະ DuitNow QR ຂອງ Paynet ເຄືອຂ່າຍ ການຈ່າຍເງິນ ໃນມາເລເຊຍ. ການເຊື່ອມຕໍ່ ຂັ້ນຕອນທໍາອິດຈະອຳນວຍຄວາມສະດວກ ໃຫ້ນັກທ່ອງທ່ຽວ ກຳປູເຈຍ ຈ່າຍເງິນຢ່າງມີປະສິດທິຜົນ ແລະ ປອດໄພກວ່າໂດຍຜ່ານການນຳໃຊ້ແອັບ Bakong ຫລື M2U KH ເພື່ອສະແກນ ແລະ ຈ່າຍເງິນ ຢູ່ຮ້ານຄ້າ ຫລາຍກວ່າ 2 ລ້ານແຫ່ງ ທີ່ສະແດງ ສັນຍາລັກ Duit Now.Paynet QRມັນແມ່ນ ລະບົບ ການຈ່າຍເງິນລະຫັດ QR ແຫ່ງຊາດ ຂອງມາເລເຊຍ.ການນໍາໃຊ້ ສະກຸນເງິນ ຣຽວ (riel)ກໍາປູເຈຍມັນເປັນສະກຸນເງິນ ຕົ້ນຕໍ ສໍາລັບ ການເຮັດ ທຸລະກໍາ.ສໍາລັບ ໄລຍະເວລາຕໍ່ໄປປະຊາຊົນ ໃນມາເລເຊຍ ຈະສາມາດ ນໍາໃຊ້ ຄໍາຮ້ອງ ສະໝັກ ຂອງທະນາຄານ ການຄ້າ ທີ່ເຂົ້າຮ່ວມເພື່ອສະແກນ ລະຫັດ KHQR ຢູ່ຮ້ານຄ້າ ໃນກຳປູເຈຍ ທີ່ເຂົ້າຮ່ວມ ໂຄງການ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL