ທ່ານ ສີ ຈິ້ນຜິງ ພົບປະເຈລະຈາກັບ ເຈົ້າຊີວິດ ມາເລເຊຍ

21/09/2024 19:31
Email Print 132
ຂປລ ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ໄດ້ພົບປະ ເຈລະຈາກັບ ສົມເດັດ ຊຸນຕັນ ອິບລາຮີມ ອິບນີ ອານມາຮູມ ຊຸນຕັນ ອິສຄານດາ ເຈົ້າຊີວິດ ມາເລເຊຍ ທີ່ເດີນທາງມາ ຢ້ຽມຢາມຈີນ ທາງລັດຖະກິດ ຢູ່ຫໍສະພາ ປະຊາຊົນ ທີ່ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ.

   ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 20 ກັນຍານີ້, ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ໄດ້ພົບປະ ເຈລະຈາກັບ ສົມເດັດ ຊຸນຕັນ ອິບລາຮີມ ອິບນີ ອານມາຮູມ ຊຸນຕັນ ອິສຄານດາ ເຈົ້າຊີວິດ ມາເລເຊຍ ທີ່ເດີນທາງມາ ຢ້ຽມຢາມຈີນ ທາງລັດຖະກິດ ຢູ່ຫໍສະພາ ປະຊາຊົນ ທີ່ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ.ໃນໂອກາດນີ້​ ທ່ານ ສີ ຈິ້ນຜິງ ໄດ້ກ່າວວ່າ: ປີນີ້ແມ່ນ ສປ ຈີນ ແລະ ມະເລເຊຍ ສ້າງສາຍພົວພັນ ທາງການທູດ ຄົບຮອບ 50 ປີ ແລະ ປີມິດຕະພາບ ຈີນ-ມາເລເຊຍເຊິ່ງເປັນປີທີ່ສຳຄັນ ສຳລັບ ສາຍພົວພັນ ຈີນ-ມາເລເຊຍ. ສປ ຈີນ ຍິນດີຮ່ວມກັບ ມາເລເຊຍ ສືບທອດ ແລະ ເສີມຂະຫຍາຍ ມູນເຊື້ອ ອັນດີງາມ, ລົງເລິກ ການຮ່ວມມື ຍຸດທະສາດ ບົນຂະບວນ ການພັດທະນາ ຂອງໃຜ ຂອງລາວ, ຊຸກຍູ້ໃຫ້ການສ້າງ ຄູ່ຮ່ວມ ຊາຕາກຳຈີນ-ມາເລເຊຍ ກ້າວຂຶ້ນສູ່ ລະດັບໃໝ່ ຢ່າງບໍ່ຢຸດຢັ້ງ. ສປ ຈີນ ສະໜັບ ສະໜູນ ມາເລເຊຍ ຮັບໜ້າທີ່ ເປັນປະເທດ ປະທານ ໝູນວຽນ ຂອງອາຊຽນ ໃນປີໜ້າ, ຍິນດີຮ່ວມກັບ ມາເລເຊຍ ຊຸກຍູ້ ການຮ່ວມມື ແລະ ເສດຖະກິດ ໃນພາກພື້ນ ເຊື່ອມໂຍງ ເຂົ້າເປັນອັນໜຶ່ງ ອັນດຽວກັນ ໃນພາກພື້ນອາຊີ ຕາເວັນອອກ, ເພີ່ມທະວີ ການແລກປ່ຽນ ແລະ ການປະສານງານ ກ່ຽວກັບ ປະເດັນ ສຳຄັນ ແລະ ບັນຫາ ສາກົນ, ປະກອບສ່ວນ ເຂົ້າໃນການປົກປັກ ຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນ ກໍຄື ທົ່ວໂລກ.ສົມເດັດ ຊຸນຕັນ ອິບຣະຮີມ ອິບນີ ອານມາຮູມ ຊຸນຕັນ ອິສຄານດາກ່າວວ່າ, ມາເລເຊຍ ໄດ້ຮັບຜົນປະໂຫຍດ ອັນໃຫຍ່ຫລວງ ຈາກການຮ່ວມກັນສ້າງ ໜຶ່ງແລວ ໜຶ່ງເສັ້ນທາງ”, ຍິນດີຮ່ວມກັບ ສປ ຈີນ ເກາະແຂນກັນ ຊຸກຍູ້ ສາຍພົວພັນ ມາເລເຊຍ- ສປ ຈີນ ໃຫ້ກ້າວຂຶ້ນສູ່ ລະດັບ ສູງກວ່າເກົ່າ. ໃນຖານະ ເປັນປະເທດ ປະທານ ໝູນວຽນ ຂອງອາຊຽນ ແລະ ປະເທດ ປະສານງານ ສາຍພົວພັນ ອາຊຽນ-ຈີນ ໃນປີໜ້າ, ມາເລເຊຍ ຍິນດີ ເສີມຂະຫຍາຍ ບົດບາດ ອັນຕັ້ງໜ້າ ເຂົ້າໃນການຊຸກຍູ້ ການພັດທະນາ ສາຍພົວພັນ ຄູ່ຮ່ວມ ຍຸດທະສາດ ຮອບດ້ານ ລະຫວ່າງ ອາຊຽນ ກັບ ສປ ຈີນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top