ຂປລ
ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024
ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024 ໂດຍການລົງນາມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ດາເຣັນ ຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ ໂດຍມີ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ຮາຊັນ ເຄເບ່ ຮອງຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ, ມີຜູ້ແທນຈາກອົງການຊັບສິນທາງປັນຍາໂລກ ແລະ ຫົວໜ້າກົມ-ຮອງກົມ ແລະ ພະນັກງານກົມຊັບສິນທາງປັນຍາ ເຂົ້າຮ່ວມ.
ສັນຍາການຮ່ວມມືດັ່ງກ່າວ, ເພື່ອຮ່ວມກັນປັບປຸງລະບົບ ການບໍລິຫານວຽກງານຊັບສິນທາງປັນຍາ ຊຶ່ງອົງການຊັບສິນທາງປັນຍາໂລກ (WIPO) ຈະຊ່ວຍປັບປຸງລະບົບ ການຄຸ້ມຄອງສິດຊັບສິນທາງປັນຍາ, ການຄຸ້ມຄອງເອກະສານ, ການບໍລິການອອນລາຍ ແລະ ການຄົ້ນຫາຂໍ້ມູນ ໃຫ້ກັບກະຊວງອຸດສາຫະກໍາ ແລະ ການຄ້າ; ຊ່ວຍເຫລືອໃນການພັດທະນາລະບົບ ແລະ ເຕັກໂນໂລຊີທີ່ທັນສະໄໝ ເພື່ອປັບປຸງ ແລະ ຫລຸດຜ່ອນຂັ້ນ-ຂອດການດໍາເນີນງານອອກສິດທິບັດຕ່າງໆ, ພັດທະນາຄວາມອາດສາມາດ ທາງດ້ານທັກສະ ແລະ ຖ່າຍທອດຄວາມຮູ້ ໃຫ້ພະນັກງານ ເພື່ອເສີມສ້າງຄວາມເປັນມືອາຊີບ ແລະ ມີຄຸນນະພາບ ໃນການພັດທະນາ ແລະ ຄຸ້ມຄອງວຽກງານຊັບສິນທາງປັນຍາ, ສົ່ງເສີມນະວັດຕະກຳ ແລະ ແນວຄິດປະດິດສ້າງ ໂດຍການເຮັດວຽກຮ່ວມກັນ ແລະ ສ້າງຄວາມຮັບຮູ້ວຽກງານ ແລະ ຄວາມສຳຄັນ ຂອງສິດທິວຽກງານຊັບສິນທາງປັນຍາ ເພື່ອເປັນຕົວຂັບເຄື່ອນການຂະຫຍາຍຕົວ ທາງດ້ານເສດຖະກິດ, ເສີມຂະຫຍາຍຄວາມເຂັ້ມແຂງ ການຮ່ວມມືກັບສາກົນ, ການແລກປ່ຽນຂໍ້ມູນ ແລະ ການເຜີຍແຜ່ຂໍ້ມູນ ຊຶ່ງ ກະຊວງ ອຸດສາຫະກຳ ແລະ ການຄ້າ ກໍຄື ກົມຊັບສິນທາງປັນຍາ ສາມາດແລກປ່ຽນຂໍ້ມູນຊັບສິນທາງປັນຍາ ກັບ ອົງການຊັບສິນທາງປັນຍາໂລກ ແລະ ກັບປະເທດຕ່າງໆເພື່ອສົ່ງເສີມ ແລະ ເຊື່ອມໂຍງຂໍ້ມູນ ໃນການຈັດຕັ້ງປະຕິບັດ
ພ້ອມນີ້, ຍັງຮ່ວມມືທາງດ້ານພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີ ຊຶ່ງອົງການຊັບສິນທາງປັນຍາໂລກ ຈະສະຫນອງແຜນແນະນຳ ກ່ຽວກັບພື້ນຖານໂຄງລ່າງ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ແນະນຳເຕັກໂນໂລຊີ ທີ່ເໝາະສົມ ໃຫ້ຖືກກັບຄວາມຕ້ອງການຂອງກະຊວງ ກໍຄື ກົມຊັບສິນທາງປັນຍາ
ຂ່າວ: ສົມຫວັງ
ພາບ: ເກດສະໜາ
KPL