ການຢ້ຽມຢາມ ສສ ຫວຽດນາມ ຂອງເລຂາທິການໃຫຍ່ ປະກອບສ່ວນຮັດແໜ້ນການຮ່ວມມືສອງປະເທດ

17/09/2024 19:48
Email Print 140
ຂປລ ຂປລ. ໃນວັນທີ 16 ກັນຍາ 2024 ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບຜົນສຳເລັດ ການຢ້ຽມຢາມລັດຖະກິດ ສສ ຫວຽດນາມ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງແຕ່ວັນທີ 10-13 ກັນຍາ 2024 ຜ່ານມາ



ຂປລ. ໃນວັນທີ
16 ກັນຍາ 2024 ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບຜົນສຳເລັດ ການຢ້ຽມຢາມລັດຖະກິດ ສສ ຫວຽດນາມ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງແຕ່ວັນທີ 10-13 ກັນຍາ 2024 ຜ່ານມາ ປະກອບສ່ວນສຳຄັນ ເຮັດໃຫ້ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ລາວ-ຫວຽດນາມ ໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນ ຂຶ້ນກວ່າເກົ່າ.

ທ່ານ ທອງສະຫວັນ ພົມວິຫານ ​ໄດ້ໃຫ້ຮູ້ວ່າ: ການຢ້ຽມຢາມລັດຖະກິດ ສສ ຫວຽດນາມ ໃນຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ພົບປະສອງຝ່າຍກັບ ການນຳ, ອະດີດການນຳ ຂັ້ນສູງສຸດ ຂອງ ສສ ຫວຽດນາມ ແລະ ພົບປະກັບອະດີດທະຫານອາສາສະໝັກ, ນັກສຶກສາລາວ ທີ່ກຳລັງສຶກສາ ຢູ່ ສສ ຫວຽດນາມ ແລະ ຢ້ຽມຢາມບາງພື້ນຖານເສດຖະກິດ, ວັດທະນະທຳ, ປະຫວັດສາດ ຢູ່ນະຄອນໂຮ່ຈີ່ມິງ ເຊິ່ງເປັນການຢືນຢັນເຖິງການສືບຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍປະທານ ໂຮ່ຈີ່ມິນ ຜູ້ຍິ່ງໃຫຍ່ ຮ່ວມກັບປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ໃຫ້ນັບມື້ໄດ້ຮັບ ການເສີມຂະຫຍາຍຂຶ້ນສູ່ລະດັບໃໝ່.

ການຢ້ຽມຢາມຄັ້ງນີ້, ມີຄວາມໝາຍສຳຄັນເປັນຢ່າງຍິ່ງ ເພາະຢູ່ໃນບັນຍາກາດທີ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກຳລັງດຳເນີນມະຕິ ກອງປະຊຸມໃຫຍ່ຂອງແຕ່ລະພັກ ໃນໄລຍະທ້າຍສະໄໝ ທີ່ມີຜົນສຳເລັດຫລາຍດ້ານ ແລະ ມີບັນຍາກາດທີ່ເບິກບານມ່ວນຊື່ນ. ພ້ອມກັນນັ້ນ, ກໍຢູ່ໃນບັນຍາກາດທີ່ພັກ, ລັດ ຫວຽດນາມ ໄດ້ມີການນຳໃໝ່, ທັງເປັນການຢືນຢັນວ່າ: ລາວ ແລະ ຫວຽດນາມ ບໍ່ພຽງແຕ່ແມ່ນສອງປະເທດ ບ້ານໃກ້ເຮືອນຄຽງເທົ່ານັ້ນ, ແຕ່ແມ່ນສອງປະເທດສະຫາຍອ້າຍນ້ອງ ທີ່ມີຕົ້ນກຳເນີດມາຈາກ ພັກກອມມູນິດອິນດູຈີນ, ຍຶດໝັ້ນເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ, ສືບຕໍ່ໃຫ້ບູລິມະສິດການປະຕິບັດ ນະໂຍບາຍການຕ່າງປະເທດຂອງຕົນ,  ຄຽງບ່າຄຽງໄຫລ່ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນພາລະກິດປ່ຽນແປງໃໝ່, ສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດ ໃນປັດຈຸບັນ ແລະ ອະນາຄົດ.     

ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຕ້ອງມີໜ້າທີ່ຮ່ວມກັນ ໃນການປົກປັກຮັກສາ, ເພີ່ມພູນຄຸນສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫ່ຍ ແລະ ຄວາມສາມັກຄີພິເສດ ລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ນັບມື້ນັບເພີ່ມທະວີຂຶ້ນສູ່ລະດັບໃໝ່, ກ້າວເຂົ້າສູ່ລວງເລິກ, ແທດເໝາະກັບຕົວຈິງ, ມີປະສິດທິຜົນ ໃນທຸກຂົງເຂດ, ບົນພື້ນຖານເສີມຂະຫຍາຍນໍ້າໃຈເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮ່ວມມືກັນດ້ວຍຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະ ໂຫຍດ. ສ່ວນການພົວພັນທາງດ້ານ ການເມືອງຂອງສອງປະເທດ ຖືເປັນພື້ນຖານຫລັກ ໃນການກຳນົດແນວທາງ ການພົວພັນຮ່ວມມືລວມ ລະຫວ່າງ ສອງປະເທດ, ສອງຝ່າຍໄດ້ເອົາໃຈໃສ່ ຮ່ວມມືກັນຢ່າງແໜ້ນແຟ້ນ ໃນບັນດາບັນຫາຍຸດທະສາດ, ແນວທາງ ແລະ ນະໂຍບາຍທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ, ຮັກສາການຢ້ຽມຢາມ ແລະ ການພົບປະລະຫວ່າງ ການນຳຂັ້ນສູງຂອງສອງພັກ ແລະ ສອງລັດ ໃນຫລາຍຮູບຫລາຍແບບ ທັງໝົດນີ້ເປັນແກ່ນສານ ໃນການກຳນົດທິດໃຫ້ແກ່ການພົວພັນຮ່ວມມືຂອງສອງປະເທດ.

ສຳລັບ ການຮ່ວມມືດ້ານເສດຖະກິດ ສອງຝ່າຍເຫັນດີພະຍາຍາມຊຸກຍູ້ ແລະ ສ້າງບາດກ້າວບຸກທະລຸ ໃນການຍົກສູງລະດັບ ການຮ່ວມມືທາງດ້ານເສດຖະກິດ, ວັດທະນະທຳ, ການສຶກສາວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ສົມຄູ່ກັບການພົວພັນທາງດ້ານ ການເມືອງບົນພື້ນຖານ ການເສີມຂະຫຍາຍຄວາມສາມາດ ແລະ ທ່າແຮງບົ່ມຊ້ອນຂອງແຕ່ລະປະເທດ. ເພື່ອບັນລຸເປົາໝາຍດັ່ງກ່າວ, ສອງຝ່າຍຈະຕ້ອງໄດ້ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ສັນຍາຮ່ວມມືລະຫວ່າງສອງລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຂອງສອງປະເທດ; ສືບຕໍ່ເຈລະຈາ, ປັບປຸງ ຫລື ເຊັນບັນດາສັນຍາໃໝ່, ຂໍ້ຕົກລົງ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ, ສ້າງລະບົບກົດໝາຍ ທີ່ສະດວກສະບາຍ ໃຫ້ແກ່ການຮ່ວມມືຂອງສອງປະເທດ; ສອງຝ່າຍ ຕ້ອງມີບັນດາມາດຕະການຢ່າງລະອຽດ ເພື່ອເພີ່ມທະວີການເຊື່ອມຈອດ ແລະ ຊ່ວຍເຫລືອ ລະຫວ່າງສອງ ພື້ນຖານເສດຖະກິດ ລາວ-ຫວຽດນາມ ແລະ ລະຫວ່າງ ສາມພື້ນຖານເສດຖະກິດ ລາວ-ຫວຽດນາມ-ກໍາປູເຈຍ ໂດຍສະເພາະ ແມ່ນການເຊື່ອມຈອດ ທາງດ້ານກົດໝາຍ, ການເງິນ, ພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານໄຟຟ້າ, ໂທລະຄົມ, ການທ່ອງທ່ຽວ, ຊຸກຍູ້ການລະດົມໃຫ້ບັນດາຄູ່ຮ່ວມມືສາກົນທີ່ເໝາະສົມ ໃຫ້ເຂົ້າມາຮ່ວມມື ແລະ ສະໜັບສະໜູນບັນດາໂຄງການ ເຊື່ອມຕໍ່ຍຸດທະສາດ ລະຫວ່າງ ສອງປະເທດ; ຕ້ອງໄດ້ສຸມໃສ່ຍົກສູງຄຸນນະພາບ, ປະສິດທິຜົນ ໃນການຮ່ວມມືລົງທຶນ, ເອົາໃຈໃສ່ຜັນຂະຫຍາຍບັນດາໂຄງການສໍາຄັນ ເພື່ອຮັບປະກັນຄວາມຄືບໜ້າ ແລະ ຄຸນນະພາບ; ເພີ່ມທະວີການແລກປ່ຽນປະສົບການ ໃນການຄຸ້ມຄອງເສດຖະກິດມະຫາພາກ ລະຫວ່າງສອງປະເທດ; ຕ້ອງມີບັນດານະໂຍບາຍບຸລິມະສິດ ເພື່ອຊຸກຍູ້ບັນດາວິສາຫະກິດຂອງທັງສອງປະເທດ ໃຫ້ມາລົງທຶນໃນບັນດາຂົງເຂດ ທີ່ທັງສອງຝ່າຍມີທ່າແຮງ ແລະ ເຂັ້ມແຂງທີ່ສຸດ ໂດຍສະເພາະແມ່ນຂະແໜງພະລັງງານ  (ພະລັງງານສະອາດ, ພະລັງງານທົດແທນ), ການຫັນເປັນດີຈິຕອນ, ເຕັກໂນໂລຊີ, ກະສິກຳ, ບໍ່ແຮ່, ການທ່ອງທ່ຽວ ແລະ ຊຸກຍູ້ການປະຕິບັດຮູບແບບເຂດເສດຖະກິດ ດ່ານຊາຍແດນຕາມແລວທາງ ເສດຖະກິດຕາເວັນອອກ-ຕາເວັນຕົກ ແລະ ຕ້ອງໄດ້ພະຍາຍາມຈັດຕັ້ງປະຕິບັດ ບັນດາມາດຕະການແກ້ໄຂ ເພື່ອຮັກສາການເພີ່ມຂຶ້ນຂອງ ມູນຄ່າການຄ້າສອງສົ້ນສະເລ່ຍ 10-15%/ປີ; ຍູ້ແຮງບັນດາກິດຈະກຳສົ່ງເສີມທາງດ້ານການຄ້າ, ການສ້າງເຄື່ອງໝາຍການຄ້າ, ຊ່ອງທາງການຈໍາໜ່າຍສິນຄ້າຫວຽດນາມ ແລະ ລາວ ຢູ່ແຕ່ລະປະເທດ ເພື່ອເຮັດໃຫ້ມີການສົ່ງອອກ ທີ່ຍືນຍົງໃຫ້ແກ່ບັນດາຜະລິດຕະພັນ ແລະ ສິນຄ້າ. ພ້ອມທັງ ຊຸກຍູ້ການນຳໃຊ້ເງິນຕາທ້ອງຖິ່ນ ລະຫວ່າງສອງປະເທດໃນການເຄື່ອນໄຫວທຸລະກຳດ້ານການຄ້າ ແລະ ການລົງທຶນ ເຊິ່ງຫວຽດນາມ ສ້າງທຸກເງື່ອນໄຂອຳນວຍສະດວກ ໃຫ້ລາວໃນການ ສົ່ງອອກ ແລະ ນຳເຂົ້າສິນຄ້າ ໂດຍຜ່ານທ່າເຮືອກຳປັ່ນທາງທະເລ ຂອງຫວຽດນາມ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງການເມືອງ

      ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ

      9/18/2024 5:20:19 PM

      ຂປລ. ກອງປະຊຸມຄົບຄະນະເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງນະຄອນອາຊຽນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ), ມີທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ບັນດາເຈົ້າຄອງ-ຮອງເຈົ້າຄອງນະຄອນຫລວງອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມືການເມືອງ

      ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມື

      9/18/2024 5:14:01 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກັນຍາ 2024 ເຊິ່ງຝ່າຍລາວນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ຝ່າຍຫວຽນາມ ນຳໂດຍ ສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະ ການປະຊາຊົນ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາການເມືອງ

      ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ

      9/18/2024 5:07:20 PM

      ຂປລ. ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືໃນຂອບອາຊຽນ.

    • ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນການເມືອງ

      ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

      9/18/2024 4:50:27 PM

      ຂປລ. ແຫລ່ງຂ່າວ ຈາກແຂວງສາລະວັນ ໃຫ້ຮູ້ວ່າ: ພິທີປະກາດການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງແຂວງ ສາລະວັນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

    • ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາການເມືອງ

      ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ

      9/18/2024 4:44:04 PM

      ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024

ads
ads

Top