ນາຍົກລັດຖະມົນຕີ ຊີ້ນໍາ ການຮັບມື ແລະ ແກ້ໄຂໄພນໍ້າຖ້ວມ

17/09/2024 19:41
Email Print 229
ຂປລ ຂປລ. ກອງປະຊຸມລາຍງານ ຜົນກະທົບຕໍ່ສະພາບໄພນໍ້າຖ້ວມ ແລະ ແຜນການຟື້ນຟູຊ່ວຍ ເຫລືອຢູ່ບັນດາແຂວງ ແລະ ບາງແຜນຈຸດສຸມໃນຕໍ່ໜ້າ ຈັດ​ຂຶ້ນ​ໃນ​ວັນ​ທີ 16 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ບັນ ດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ຄະນະກຳມະ ການຄຸ້ມຄອງໄພພິບັດຂັ້ນສູນກາງ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ



ຂປລ. ກອງປະຊຸມລາຍງານ ຜົນກະທົບຕໍ່ສະພາບໄພນໍ້າຖ້ວມ ແລະ ແຜນການຟື້ນຟູຊ່ວຍ ເຫລືອຢູ່ບັນດາແຂວງ ແລະ ບາງແຜນຈຸດສຸມໃນຕໍ່ໜ້າ ຈັດ​ຂຶ້ນ​ໃນ​ວັນ​ທີ 16 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ບັນ ດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ຄະນະກຳມະ ການຄຸ້ມຄອງໄພພິບັດຂັ້ນສູນກາງ  ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ​ໂດຍ​ທ່ານນາຍົກລັດຖະມົນຕີ​ ໄດ້​ຊີ້​ນໍາຫລາຍ​ບັນຫາ ​ເພື່ອ​ຮັບ​ມື ​ແລະ ​ແກ້​ໄຂ​ສະພາບ​ໄພ​ນໍ້າ​ຖ້ວມ.

          ​ໂອກາດ​ນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມເອົາໃຈໃສ່ຂອງຄະນະຄຸ້ມຄອງໄພພິບັດທຸກຂັ້ນ (ສູນກາງ, ຂັ້ນແຂວງ, ຂັ້ນເມືອງ); ອົງການປົກຄອງທ້ອງຖິ່ນ ລວມທັງ ພາກ ສ່ວນຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ ໄດ້ຢ່າງທັນການ. ພ້ອມນີ້ ທ່ານກໍໄດ້ເນັ້ນ​ໃຫ້ໃຫ້ ຄະນະຄຸ້ມຄອງໄພພິບັດທຸກຂັ້ນ ສືບຕໍ່ຈັດຕັ້ງປະຕິບັດຕາມກົນໄກ ການເຮັດວຽກຂອງຄະນະຄຸ້ມຄອງໄພພິບັດ; ເອົາໃຈໃສ່ໃຫ້ການຊ່ວຍເຫລືອຜູ້ປະສົບໄພ ກໍຄື ຜູ້ໄດ້ຮັບຜົນກະທົບ,  ຕິດຕາມໃຫ້ການຊ່ວຍເຫລືອເບິ່ງແຍງສຸຂະພາບ, ສຸຂະອະນາໄມຂອງຜູ້ປະສົບໄພໃຫ້ດີ; ຮີບຮ້ອນປັບປຸງພື້ນຖານໂຄງລ່າງຕ່າງໆ ທີ່ໄດ້ຮັບຜົນກະທົບ ເສຍຫາຍໃຫ້ນໍາໃຊ້ໂດຍໄວ ເພື່ອເປັນເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນ; ສືບຕໍ່ຕິດຕາມສະພາບດິນຟ້າອາກາດ ເພື່ອສືບຕໍ່ຮັບມືກັບໄພພິ ບັດທີ່ອາດຈະເກີດຂຶ້້ນອີກ ໃນຕໍ່ໜ້າໃຫ້ກໍານົດແຜນລະອຽດ ເພື່ອກະກຽມຄວາມພ້ອມການຊ່ວຍເຫລືອ ທາງດ້ານກໍາລັງ, ອຸປະກອນຊ່ວຍເຫລືອ  ແລະ ເຄື່ອງຊອຸປະໂພກ-ບໍລິໂພກຕ່າງໆ ຕ້ອງຮອດເປົ້າໝາຍຜູ້ປະສົບໄພ ຢ່າງວ່ອງໄວທັນການ; ເອົາໃຈໃສ່ຍົກຍ້າຍປະຊາຊົນ ທີ່ມີຄວາມສ່ຽງ ແລະ ວັດຖຸສິ່ງຂອງທີ່ຈຳເປັນ ໄປຢູ່ບ່ອນທີ່ປອດໄພ; ການແກ້ໄຂໄພພິບັດ ຕ້ອງເຝົ້າຕິດຕາມລະວັງ ໂດຍມີການຈັດຕັ້ງບັນຊາ, ແບ່ງຄວາມຮັບຜິດຊອບ ລະອຽດຈະແຈ້ງ, ລົງເລິກຊີ້ນໍາໃຫ້ແທດຕົວຈິງ, ມີລະບົບການປະສານງານທີ່ສະດວກ, ວ່ອງໄວ, ມີແຜນການແກ້ໄຂທີ່ດີ, ມີການຕິດຕາມ-ກວດກາ ຢ່າງເປັນປົກກະຕິ, ເມື່ອພົບບັນ ຫາຍຸ້ງຍາກ ໃຫ້ມີການປຶກສາຫາລືກັນ ຫລື ຂໍທິດຊີ້ນຳຈາກຂັ້ນເທິງຢ່າງທັນການ, ເດັດຂາດບໍ່ໃຫ້ຊັກຊ້າແກ່ຍາວ; ເອົາໃຈໃສ່ໂຄສະນາປະຊາສຳພັນ ແຈ້ງເຕືອນໃຫ້ພໍ່ແມ່ປະຊາຊົນ ຈົ່ງມີສະຕິລະມັດລະວັງ, ຕິດຕາມຂ່າວສານຢ່າງທົ່ວເຖິງ ກ່ຽວກັບການປ່ຽນແປງ ຂອງສະພາບອາກາດ ຜ່ານທາງສື່ອອນລາຍ ແລະ ເຝົ້າລະວັງລະດັບນ້ຳຢ່າງໃກ້ຊິດ ເປັນແຕ່ລະໄລຍະ, ການໂຄສະນາເຜີຍແຜ່ ກະຈາຍຂ່າວຢ່າງກວ້າງ ຂວາງ ໂດຍສະເພາະ ການສະໜັບສະໜູນປະກອບສ່ວນ ຂອງທຸກພາກສ່ວນໃນສັງຄົມ ລວມທັງການລົງຕິດຕາມບັນຊາແກ້ໄຂ ບັນຫາຢູ່ພື້ນທີ່ຕົວຈິງ ຂອງການນໍາທຸກຂັ້ນ ເພື່ອອອກຂ່າວໃຫ້ຖືກຕ້ອງກັບຄວາມຈິງ, ທັງເປັນການຕ້ານຫາງສຽງບໍ່ດີ ທີ່ເປັນການໃສ່ຮ້າຍປ້າຍສີ, ການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ ກໍຄືການສ້າງຄວາມປັ່ນປ່ວນຕ່າງໆ; ການບໍລິຫານຈັດການນໍ້າຂອງເຂື່ອນຕ່າງໆ ຕ້ອງຮັບປະກັນຄວາມປອດໄພ ແລະ ລະບາຍນໍ້າອອກ ຕ້ອງມີການປະສານງານກັນຄັກແນ່; ເອົາໃຈໃສ່ຕໍ່ວຽກງານການປ້ອງກັນຄວາມສະຫງົບ, ປົກປັກຮັກສາວັດຖຸສິ່ງຂອງ ຂອງປະຊາຊົນໃຫ້ດີ, ບໍ່ໃຫ້ມີການສວຍໂອກາດ ໂດຍສະເພາະ ບັນຫາຂີ້ລັກ ແລະ ການຂຶ້ນລາຄາສິນຄ້າ ທີ່ອາດເກີດຂຶ້ນ; ມອບໃຫ້ ຄະນະກໍາມະການ ຄະນະຄຸ້ມຄອງໄພພິບັດ ຂັ້ນສູນກາງຕິດຕາມ, ກວດກາ, ເກັບກໍາສັງລວມບັນດາຂໍ້ມູນ ຜູ້ທີ່ໄດ້ຮັບຜົນກະທົບທັງໝົດ ໂດຍສະເພາະ ແຜນຄວາມຕ້ອງການຕົວຈິງຕ່າງໆ ​ໃນສະເພາະໜ້າ ແລະ ຍາວນານ ສິ່ງສໍາຄັນ ແມ່ນຫລີກລ່ຽງ ການຂຶ້ນແຜນທີ່ຊໍ້າຊ້ອນ ເພື່ອເປັນການສວຍໂອກາດ.

​ໃນກອງປະຊຸມ, ທ່ານ ນາງ ໃບຄໍາ ຂັດຕິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ ຜູ້ປະຈໍາການຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ​ໄດ້ໃຫ້ຮູ້ວ່າ:ນັບແຕ່ວັນທີ 18 ກໍລະກົດ 2024 ຮອດປັດຈຸບັນ, ສປປ ລາວ ໄດ້ຮັບຜົນກະທົບ ແລະ ຜົນເສຍຫາຍຈາກພາຍຸດີເປຣຊັນ (Depression), ພາຍຸໝູນເຂດຮ້ອນ ພຣະພິຣູນ (Prapiroon) ແລະ ລົມພາຍຸໄຕ້ຝຸ່ນ ຢາກິ(YAKI) ຕາມການເກັບກຳຂໍ້ມູນ ແລະ ປະເມີນເບື້ອງຕົ້ນມີທັງໝົດ 15 ແຂວງ, ກວມເອົາ 100 ເມືອງ, 1.144 ບ້ານ, 45.661 ຄອບຄົວ, ຈໍານວນພົນ 176 ພັນກວ່າຄົນ, ຍິງ 75.054 ຄົນ, ເສຍຊີວິດ 5 ຄົນ ແລະ ສູນຫາຍ 1 ຄົນ, ຄອບຄົວຖືກຍົກຍ້າຍຊົ່ວຄາວ 182 ຄອບຄົວ, ເຮືອນເປ່ເພ 169 ຫລັງ, ເນື້້ອທີ່ທໍາການຜະລິດເສຍຫາຍ­ 13 ພັນກວ່າເຮັກຕາ, ເສັ້ນທາງ 262 ເສັ້ນ, ຂົວ 12 ແຫ່ງ,  ຊົນລະປະທານ 87 ແຫ່ງ, ສຸກສາລາ 5 ແຫ່ງ, ນໍ້າລິນ 30 ແຫ່ງ, ໜອງປາ 334 ໜອງ, ສັດໃຫຍ່ ແລະ ສັດປີກ ລວມຈໍານວນ 13 ພັນກວ່າໂຕ. ປັດຈຸບັນ, ພາກສ່ວນກ່ຽວຂ້ອງຍັງສືບຕໍ່ເກັບຂໍ້ມູນ ຄວາມເສຍຫາຍໃຫ້ລະອຽດ ເພື່ອເປັນຂໍ້ມູນໃນການກຳນົດແຜນຊ່ວຍເຫລືອ ແລະ ຟື້ນຟູ.ສະເພາະຜົນກະທົບ ຈາກພາຍຸຢາກິ (YAKI) ມາຮອດປັດຈຸບັນ, ມີທັງໝົດ 8 ແຂວງເຊິ່ງແຂວງທີ່ໄດ້ຮັບ ຜົນກະທົບຫລາຍກວ່າໝູ່ ແມ່ນແຂວງຫລວງນໍ້າທາ ແລະ ນະຄອນຫລວງວຽງຈັນ.

ນອກຈາກນັ້ນ, ຍັງຮັບຟັງລາຍງານກ່ຽວກັບແຜນການຮັບມື, ການແກ້ໄຂໄພພິບັດນໍ້າຖ້ວມຢູ່ບັນດາແຂວງ ແລະ ບາງແຜນຈຸດສຸມໃນຕໍ່ໜ້າ ເປັນຕົ້ນ ສະພາບຜົນກະທົບໄພນໍ້າຖ້ວມທີ່ເກີດຂຶ້ນ ໂດຍສະເພາະ ຢູ່ແຂວງຫລວງນໍ້າທາ ແລະ ນະຄອນຫລວງວຽງຈັນ; ການຊ່ວຍເຫລືອຕອບໂຕ້ສຸກເສີນ; ການລະດົມ ການຊ່ວຍເຫລືອ; ແຜນການຈຸດສຸມໃນຕໍ່ໜ້າ ແລະ ຄວາມພ້ອມດ້ານຕ່າງໆ ທີ່ຈະສາມາດຮອງຮັບການແກ້ໄຂສຸກເສີນ ໃຫ້ບັນດາຜູ້ປະສົບໄພນໍ້າຖ້ວມ. ຄຽງຄູ່ກັນນີ້, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ສະພາບຜົນກະທົບໄພນໍ້າຖ້ວມຕົວຈິງ ຈາກຂະແໜງການກ່ຽວຂ້ອງ ຕື່ມອີກ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

KPL

ຂ່າວອື່ນໆ

    • ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງການເມືອງ

      ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ

      9/18/2024 5:20:19 PM

      ຂປລ. ກອງປະຊຸມຄົບຄະນະເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງນະຄອນອາຊຽນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ), ມີທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ບັນດາເຈົ້າຄອງ-ຮອງເຈົ້າຄອງນະຄອນຫລວງອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມືການເມືອງ

      ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມື

      9/18/2024 5:14:01 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກັນຍາ 2024 ເຊິ່ງຝ່າຍລາວນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ຝ່າຍຫວຽນາມ ນຳໂດຍ ສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະ ການປະຊາຊົນ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາການເມືອງ

      ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ

      9/18/2024 5:07:20 PM

      ຂປລ. ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືໃນຂອບອາຊຽນ.

    • ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນການເມືອງ

      ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

      9/18/2024 4:50:27 PM

      ຂປລ. ແຫລ່ງຂ່າວ ຈາກແຂວງສາລະວັນ ໃຫ້ຮູ້ວ່າ: ພິທີປະກາດການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງແຂວງ ສາລະວັນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

    • ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາການເມືອງ

      ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ

      9/18/2024 4:44:04 PM

      ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024

ads
ads

Top