ສືບຕໍ່ຮ່ວມສ້າງອາຊຽນ ກາຍເປັນຖານການຜະລິດ ໜຶ່ງດຽວ ທີ່ມີຄວາມສາມາດ ແຂ່ງຂັນໃນພາກພື້ນ

16/09/2024 15:17
Email Print 540
ຂປລ ຂປລ. ກອງປະຊຸມສະພາເຂດ ການຄ້າເສລີອາຊຽນ ຄັ້ງທີ 38 ຈັດ​ຂຶ້ນໃນວັນທີ 16 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ, ມີ ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ມີບັນດາລັດຖະມົນຕີສະພາເຂດການຄ້າເສລີອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດ ຕີ​ມໍ​ແລັດສະ​ເຕ, ມີຫົວໜ້າຄະນະຜູ້ແທນຂອງປະເທດສະມາຊິກອາຊຽນ ເຂົ້າຮ່ວມ.



ຂປລ. ກອງປະຊຸມສະພາເຂດ ການຄ້າເສລີອາຊຽນ ຄັ້ງທີ
38 ຈັດ​ຂຶ້ນໃນວັນທີ 16 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ, ມີ ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ມີບັນດາລັດຖະມົນຕີສະພາເຂດການຄ້າເສລີອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດ ຕີ​ມໍ​ແລັດສະ​ເຕ, ມີຫົວໜ້າຄະນະຜູ້ແທນຂອງປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

ທ່ານ ມະໄລທອງ ກົມມະສິດ ໄດ້ມີ​ຄຳ​ເຫັນ​ວ່າ: ກອງປະຊຸມຄັ້ງນີ້, ສະແດງເຖິງຄວາມໝາຍໝັ້ນ ຂອງປະເທດສະມາຊິກ ທີ່ຈະສືບຕໍ່ຮ່ວມກັນເພື່ອສ້າງໃຫ້ອາຊຽນ ກາຍເປັນຖານການຜະລິດໜຶ່ງດຽວ ທີ່ມີຄວາມສາມາດດ້ານການແຂ່ງຂັນໃນພາກພື້ນ ເຊິ່ງກອງປະຊຸມຄັ້ງນີ້, ຈະໄດ້ສືບຕໍ່ເພີ່ມທະວີ ການເຊື່ອມໂຍງ ການຄ້າດ້ານສິນຄ້າ ໃນພາກພື້ນຂອງພວກເຮົາ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງຕື່ມອີກ, ພ້ອມທັງ ຈະໄດ້ສຸມໃສ່ປຶກສາຫາລື, ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງ ຄະນະເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ, ບົດລາຍງານຄະນະເຈລະຈາ ຍົກລະດັບສັນຍາການຄ້າ ດ້ານສິນຄ້າອາຊຽນ ແລະ ຖະແຫລງການຮ່ວມຂອງກອງປະຊຸມ ສະພາເຂດການຄ້າເສລີອາຊຽນ ຄັ້ງທີ 38.



ນັບແຕ່ອາຊຽນ ໄດ້ສ້າງຕັ້ງເຂດການຄ້າເສລີອາຊຽນ ໃນປີ
1992 ເປັນຕົ້ນມາ, ພາກພື້ນອາຊຽນ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະ ການຫລຸດຜ່ອນ ແລະ ລົບລ້າງອັດຕາພາສີ, ການສ້າງຄວາມສະດວກທາງດ້ານການຄ້າ ແລະ ການຫັນເປັນທັນສະໄໝ ດ້ານການເຊື່ອມໂຍງ ລະບົບແຈ້ງພາສີ ແລະ ອື່ນໆ. ມາຮອດປັດຈຸບັນ, ອາຊຽນ ໄດ້ລົບລ້າງອັດຕາພາສີເກືອບ ໝົດທຸກລາຍການສິນຄ້າ ກວມເອົາ 98,6% ຂອງລາຍການອັດຕາພາສີທັງໝົດ ແລະ ສືບຕໍ່ພັດທະນາລະບົບແຈ້ງພາສີ ປະຕູດຽວອາຊຽນຢ່າງຕໍ່ເນື່ອງ ເຊິ່ງເປັນການຫລຸດຜ່ອນຕົ້ນທຶນການຄ້າ ແລະ ອໍານວຍຄວາມສະດວກ ແກ່ພາກທຸລະກິດ ໃນພາກພື້ນຂອງພວກເຮົາ. ບັນດາຜົນສໍາເລັັດດັ່ງກ່າວ ໄດ້ຊຸກຍູ້ການຄ້າພາຍໃນອາຊຽນ ໃຫ້ມີການຂະຫຍາຍຕົວ, ສະແດງອອກ ໃນປີ 2023 ມູນຄ່າການຄ້າພາຍໃນອາຊຽນ ສາມາດບັນລຸໄດ້ 759 ຕື້ ໂດລາສະຫະລັດ, ກວມເອົາ 21,5 % ຂອງມູນຄ່າການຄ້າທັງໝົດຂອງອາຊຽນ.



ທ່ານ ມະໄລທອງ ກົມມະສິດ ຍັງ​ໃຫ້​ຮູ້ອີກວ່າ: ໃນປີຜ່ານມາ
, ພວກເຮົາໄດ້ຈັດຕັ້ງປະຕິບັດບັນ ດາແຜນວຽກກ່ຽວກັບ ການສ້າງເຂດການຄ້າເສລີອາຊຽນ ໄດ້ບັນລຸຕາມເປົ້າໝາຍຫລາຍດ້ານ ໂດຍສະເພາະ ພວກເຮົາສາມາດແກ້ໄຂ ບັນດາຂໍ້ຄົງຄ້າງ ທີ່ເກີດຈາກການຈັດຕັ້ງປະຕິບັດ ສັນຍາການຄ້າດ້ານສິນ ຄ້າອາຊຽນ ແລະ ການນໍາໃຊ້ການແລກປ່ຽນບັນດາເອກະສານ ການຄ້າແບບເອເລັກໂຕຣນິກ ຜ່ານລະບົບບໍລິການແຈ້ງ ພາສີປະຕູດຽວອາຊຽນ. ພ້ອມນັ້ນ, ຂໍສະແດງຄວາມຊົມເຊີຍ ຕໍ່ຄວາມຄືບໜ້າຂອງ ການເຈລະຈາຍົກລະດັບສັນຍາ ການຄ້າດ້ານສິນຄ້າອາຊຽນ ແລະ ຫວັງຢ່າງຍິ່ງວ່າ ການເຈລະຈາຍົກລະດັບສັນຍາດັ່ງກ່າວ ຈະສາມາດສຳເລັດໃນປີ 2025 ຕາມທີ່ໄດ້ກໍານົດໄວ້.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ປະເທດ ເປຣູອາຊຽນ ASEAN

      ປະເທດ ເປຣູ

      4/28/2025 2:01:56 PM

      ປະເທດເປຣູ (Peru) ທີ່ມີຊື່ທາງການຄື ສາທາລະນະລັດ ເປຣູ(Republic Of Peru), ມີນະຄອນຫລວງຊື່ວ່າ ລີມາ(Lima), ຕັ້ງຢູ່ທາງຕາເວັນຕົກຂອງທະວີບ ອາເມລິກາໃຕ້ ມີຊາຍແດນທິດເໜືອຕິດກັບ ເອກວາດໍ ແລະ ໂກໂລມບີ , ທິດຕາເວັນອອກຕິດກັບ ບຣາຊິນ ແລະ ໂບລີວີ, ທິດໃຕ້ຕິດກັບ ຊີເລ ແລະ ທິດຕາເວັນຕົກຕິດກັບ ມະຫາສະໝຸດປາຊີຟິກ. ມີເນື້ອທີ່ທັງໝົດ1.285.000 ກິໂລຕາແມັດ, ກວມເອົາປະຊາກອນ 33,85 ລ້ານຄົນ(ໃນປີ 2023)

    • ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33ອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

      4/28/2025 9:27:05 AM

      ຂປລ. ໃນລະຫວ່າງວັນທີ 22-26 ເມສາ 2025 ທີ່ເມືອງກຸຈິງ ແຂວງສາລະວັກ ປະເທດມາເລເຊຍ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      4/25/2025 11:59:37 AM

      ປະເທດຈີນ(China) ມີຊື່ຢ່າງເປັນທາງການວ່າ: ສາທາລະນະລັດ ປະຊາຊົນຈີນ(People’s Republic of China), ມີນະຄອນ ຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ; ເປັນປະເທດທີ່ມີ ປະຊາກອນ ຫລາຍທີ່ ສຸດໃນໂລກ 1,411 ຕື້ກວ່າຄົນ(ໃນປີ 2023)

    • ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນອາຊຽນ ASEAN

      ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນ

      4/10/2025 4:34:33 PM

      ອາ​ຊຽນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ ​ອາ​ຊຽນ ​ຜ່ານ​ທາງວິ​ດີ​ໂອ, ເພື່ອ​ປຶ​ກ​ສາ ​ຫາ​ລື​​ວ່າ​ ຈະເຮັດ​ແນວ​ໃດ ​ເພື່ອ​ຮັບ​ມື​ກັບ ​ນະ​ໂຍ​ບາຍ ​ພາ​ສີ ຫລ້າ​ສຸດ​ ຂອງ ສ.​ອາ​ເມ​ລິ​ກາ ແລະ​ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ຫລັງ​ກອງ​ປະ​ຊຸມ.

    • ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ ອາຊຽນ ASEAN

      ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ

      3/27/2025 5:01:34 PM

      ຂປລ. ສປປ ລາວ ໄດ້ຮ່ວມກັບບັນດາປະເທດສະມາຊິກອາຊຽນ ສະເຫລີມສະຫລອງວັນສັງຄົມສົງເຄາະອາຊຽນ (15 ມີນາ) ເພື່ອຍົກສູງບົດບາດອັນສໍາຄັນ ຂອງນັກສັງຄົມສົງເຄາະ ແລະ ບຸກຄະລາກອນສັງຄົມສົງເຄາະ ໃນການຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ ການປ່ຽນແປງສະພາບ ດິນຟ້າອາກາດ ໃນວັນທີ 25 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີພະນັກງານຈາກພາກລັດ, ສະຖາບັນການສຶກສາ, ຄູ່ຮ່ວມພັດທະນາ ແລະ ນັກສຶກສາທີ່ໜຸ່ມນ້ອຍ ຈາກພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄະນະວິທະຍາສາດສັງຄົມ ເຂົ້າຮ່ວມ.

ads
ads

Top