ຂໍ້ມູນຈາກການສຳຫລວດພົນລະເມືອງ ມີຄວາມສຳຄັນໃນການວາງແຜນພັດທະນາເສດຖະກິດສັງຄົມ

13/09/2024 07:25
Email Print 697
ຂປລ ການສໍາຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສ ແມ່ນໜຶ່ງວຽກງານທີ່ໃຊ້ເວລາ, ຊັບຊ້ອນ ແລະ ໃຫຍ່ທີ່ສຸດໃນປະເທດ ເຊິ່ງຈະຕ້ອງໄດ້ຮັບການຈັດຕັ້ງປະຕິບັດ ໂດຍຜ່ານການຊ່ວຍເຫລືອທີ່ເປັນບຸລິມະສິດ.

*ການສໍາຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສ ແມ່ນໜຶ່ງວຽກງານທີ່ໃຊ້ເວລາ, ຊັບຊ້ອນ ແລະ ໃຫຍ່ທີ່ສຸດໃນປະເທດ ເຊິ່ງຈະຕ້ອງໄດ້ຮັບການຈັດຕັ້ງປະຕິບັດ ໂດຍຜ່ານການຊ່ວຍເຫລືອທີ່ເປັນບຸລິມະສິດ. ດ້ວຍເຫດນັ້ນ ກ່ອນຈະດໍາເນີນການສໍາຫລວດຕົວຈິ່ງ ຈຶ່ງໄດ້ມີການທົດລອງສໍາຫລວດພົນລະເມືອງ ເນື່ອງຈາກຈະຊ່ວຍໃຫ້ສາມາດທົດສອບບັນ ດາອົງປະກອບຕ່າງໆຂອງການສໍາຫລວດພົນລະເມືອງ ເປັນຕົ້ນແບບສອບຖາມ, ການກະກຽມບຸກຄະລາກອນເກັບກໍາຂໍ້ມູນ, ແຜນການໂຄສະນາພ້ອມທັງສ້າງຄວາມເຂົ້າໃຈ ແລະ ການຮ່ວມມືຂອງພົນລະເມືອງ.

ໃນການສໍາຫລວດ ນັກເດີນສໍາຫລວດ ຈະຖາມຄໍາຖາມກັບຫົວໜ້າຄົວເຮືອນ ກ່ຽວກັບຜູ້ຢູ່ອາໄສປົກກະຕິ ແລະ ຄຸນລັກສະນະດ້ານພົນລະເມືອງ ແລະ ເສດຖະກິດ-ສັງຄົມຂອງພວກເຂົາ, ຈະມີຫລາຍຄໍາຖາມກ່ຽວກັບອາຍຸ, ສະຖານະພາບການແຕ່ງງານ, ສາສະໜາ, ພາສາ, ຄວາມຫຍຸ້ງຍາກດ້ານໜ້າທີ່ການ, ສະຖານທີ່ຢູ່ອາໄສຜ່ານມາ ແລະ ປັດຈຸບັນ, ການສຶກສາ, ການຈ້າງງານ, ຈໍານວນລູກທີ່ເກີດ ແລະ ການເສຍຊີວິດພາຍໃນຄົວເຮືອນ. ນັກເດີນສໍາຫລວດ ຍັງຈະເກັບກໍາຂໍ້ມູນກ່ຽວກັບສະພາບທີ່ຢູ່ອາໄສ, ສິ່ງຂອງເຄື່ອງໃຊ້ຕ່າງໆໃນຄົວເຮືອນ ແລະ ກິດຈະກໍາທາງດ້ານກະສິກໍາ; ທຸກຄົນທີ່ຢູ່ປະຈໍາໃນຄົວເຮືອນປະກອບມີເດັກນ້ອຍ, ເດັກແດງ, ຜູ້ໃຫຍ່, ຜູ້ສູງອາຍຸ ແລະ ຜູ້ທີ່ມີຄວາມຫຍຸ້ງຍາກທາງດ້ານໜ້າທີ່ການ ແມ່ນຈະຕ້ອງໄດ້ຈົດນັບໃນການທົດລອງສໍາຫລວດພົນລະເມືອງ, ທຸກຄົນມີຄວາມສໍາຄັນ ແລະທຸກຄົນໃນຄົວເຮືອນແມ່ນຕ້ອງຈົດນັບເຂົ້າໃນຕອນທ້າຍຂອງການສໍາພາດ, ນັກເດີນສໍາຫລວດຈະຕິດສະຕິກເກີຢູ່ຂ້າງປະຕູເຮືອນ,ເພື່ອຊີ້ບອກເຖິງຜົນສໍາເລັດຂອງການທົດລອງເກັບກໍາຂໍ້ມູນຂອງເຮືອນ ຫລື ທີ່ຢູ່ອາໄສທີ່ຢູ່ໃນເຂດສໍາຫລວດນັ້ນ; ນັກເດີນສໍາຫລວດຈະເກັບກໍາຂໍ້ມູນຂອງຄົວເຮືອນໂດຍນໍາໃຊ້ແທັບເລັດ ແລະ ຈະຮັບປະກັນວ່າຂໍ້ມູນທີ່ບັນທຶກ ໄວ້ຈະຖືກເກັບຮັກສາເປັນຄວາມລັບຢ່າງດີ ໂດຍຂໍ້ມູນທີ່ເກັບກໍາແມ່ນພຽງແຕ່ ເພື່ອຈຸດປະສົງທາງສະຖິຕິເທົ່ານັ້ນ ແລະ ຈະບໍ່ຖືກສົ່ງຕໍ່ ຫລື ເຜີຍແຜ່.

ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ແມ່ນການສໍາຫລວດລະດັບຊາດ ທີ່ເປັນແຫລ່ງຂໍ້ມູນໜຶ່ງດຽວທີ່ສໍາຄັນ ໃນການປັບປຸງຖານຂໍ້ມູນພົນ ລະເມືອງແຫ່ງຊາດຂອງ ສປປ ລາວ ຕະຫລອດໄລຍະ 10 ປີຜ່ານມາ; ເປັນຖານຂໍ້ມູນທີ່ຈະປະກອບດ້ວຍຂໍ້ມູນກ່ຽວກັບການຈະເລີນພັນ, ການເສຍຊີວິດ ແລະ ການເຄື່ອນຍ້າຍຂອງພົນລະເມືອງ, ລວມທັງຂໍ້ມູນລະອຽດກ່ຽວກັບຄຸນລັກສະນະຂອງພົນລະເມືອງ,ໂຄງປະກອບດ້ານອາຍຸ, ເພດ, ຊົນເຜົ່າ, ສາສະໜາ, ການຂຶ້ນທະບຽນການເກີດ, ການຖືບັດປະຈໍາຕົວ-ສໍາມະໂນຄົວ, ການສຶກສາ, ການປະກອບອາຊີບ, ເງື່ອນໄຂການດໍາລົງຊີວິດ ແລະ ການເຂົ້າເຖິງການບໍລິການຕ່າງໆ. ການສໍາຫລວດດັ່ງກ່າວ ນີ້ຈະເປັນແຫລ່ງຂໍ້ມູນ ເພື່ອຮັບໃຊ້ໃຫ້ແກ່ການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX ແລະ ການກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X, ສະໜອງໃຫ້ແກ່ການຕິດຕາມເປົ້າ  ໝາຍການພັດທະນາແບບຍືນຍົງແລະ ວິໄສທັດຮອດປີ 2030, ການຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ, ການປັບປຸງນະໂຍບາຍທາງດ້ານພົນລະເມືອງ ກໍຄືຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດຂອງ ສ ປປ ລາວ ແລະ ການຕິດຕາມແຜນງານທາງດ້ານພົນລະເມືອງ ໃນລະດັບຊາດ, ພາກພື້ນ ແລະ ສາກົນອີກດ້ວຍ.

ໃນຂະນະທີ່ປະເທດລາວ ກ້າວໄປສູ່ສະຖານະພາບ ຜູ້ມີລາຍຮັບປານກາງໃນປີ 2026, ຂໍ້ມູນ ແລະ ຫລັກຖານຈາກການສໍາຫລວດພົນລະເມືອງ ຈະມີຄວາມສໍາຄັນເປັນຢ່າງຍິ່ງສໍາລັບພາກລັດຖະບານ ແລະ ເອກະຊົນໃນການຕັດສິນໃຈ ໂດຍອີງໃສ່ຫລັກຖານກ່ຽວກັບເສັ້ນທາງກ້າວໄປສູ່ການເຕີບໂຕຂອງເສດຖະກິດ ແລະ ການປ່ຽນແປງທີ່ດີໃນຂະນະທີ່ບໍ່ໄດ້ປະປ່ອຍໃຜໄວ້ທາງຫລັງ.

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top