ເພີ່ມທະວີແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ

11/09/2024 09:11
Email Print 11199
ຂປລ ມາພໍ້ກັນອີກເຊັ່ນເຄີຍກັບ “ຄໍລໍາສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່” ເຊິ່ງ2-3 ບົດຜ່ານມາ ກໍ່ໄດ້ສະເໜີຫົວຂໍ້.

*ມາພໍ້ກັນອີກເຊັ່ນເຄີຍກັບ “ຄໍລໍາສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່” ເຊິ່ງ2-3 ບົດຜ່ານມາ ກໍ່ໄດ້ສະເໜີຫົວຂໍ້ (ເປັນເຈົ້າການຈັດຕັ້ງປະຕິບັດມະຕິວ່າດ້ວຍການສ້າງ ເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ໃຫ້ເຂົ້າສູ່ລວງເລິກ; ຈຸດສຸມການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ) ໃຫ້ທ່ານຜູ້ອ່ານມາແລ້ວ ແລະ ມາບົດນີ້, ຂໍສະເໜີຫົວຂໍ້ກ່ຽວກັບ “ເພີ່ມທະວີແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ” ຕື່ມອີກ.

            ຢູ່ໃນມະຕິດັ່ງກ່າວ ໄດ້ຊີ້ໃຫ້ເຫັນວ່າ: ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄປພ້ອມກັບການປະສານຢ່າງກົມກຽວນັ້ນ, ຕ້ອງໄດ້ຍູ້ແຮງພາກການຜະລິດ, ການບໍລິການ ເພື່ອຕອບສະໜອງຄວາມຕ້ອງການຊົມໃຊ້ພາຍໃນ ແລະ ສ້າງຄວາມເຂັ້ມແຂງຂອງຖານລາຍຮັບຢູ່ພາຍໃນ ກັບການເພີ່ມທະວີປະສິດທິພາບໃນການຄຸ້ມຄອງລາຍຮັບ ແລະ ການດໍາເນີນມາດຕະການປະຢັດຢ່າງຈິງຈັງ ໂດຍການເຂົ້າຮ່ວມ ແລະ ເປັນເຈົ້າການຂອງທຸກພາກສ່ວນໃນສັງຄົມ. ພ້ອມນີ້, ຕ້ອງທົບທວນຄືນຍຸດທະສາດກໍ່ຄືການພັດທະນາໂຄງປະກອບເສດຖະກິດເຂດແຄວ້ນ ເພື່ອກະຈາຍຄວາມໄດ້ປຽບດ້ານທີ່ຕັ້ງ, ທ່າແຮງຂອງແຕ່ລະທ້ອງຖິ່ນ ເປັນກໍາລັງຂັບເຄື່ອນໃຫ້ແກ່ການພັດທະນາປະເທດຊາດ. ຕ້ອງສືບຕໍ່ຍູ້ແຮງການຄ້າຢູ່ປະເທດເຮົາ ເປັນຕ່ອງໂສ້ຕົ້ນຕໍຂອງລະບົບເສດຖະກິດ, ກະຕຸ້ນການເຕີບໂຕທາງດ້ານເສດຖະກິດໃຫ້ແຂງແຮງຕິດພັນກັບການພັດທະນາອຸດສາຫະກໍາປຸງແຕ່ງ ແຕ່ເນັ້ນໄປສູ່ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝໃຫ້ກາຍເປັນສາຍພານຂອງການຜະລິດທີ່ໜຽວແໜ້ນແນໃສ່ເຮັດໃຫ້ການພັດທະນາເສດຖະກິດແຫ່ງຊາດມີກໍາລັງແຮງ ທີ່ນັບມື້ສ້າງໄດ້ໂຄງປະກອບຂະແໜງເສດຖະກິດທີ່ເຂັ້ມແຂງ ຈາກສູນກາງໄປສູ່ເສດຖະກິດເຂດແຄວ້ນ ໄດ້ຢ່າງສະໝໍ່າສະເໝີ, ທັງເປີດກວ້າງໄດ້ການຜະລິດສິນຄ້າ, ເຮັດໃຫ້ເປັນແມ່ແຮງຂອງການສ້າງຖານລາຍຮັບນັບມື້ນັບຫລາຍຂຶ້ນ ແລະ ໄປຕາມທິດສັງຄົມນິຍົມ.

ພ້ອມທັງປັບປຸງໂຄງສ້າງດ້ານງົບປະມານແຫ່ງລັດ ຄຸ້ມຄອງໜີ້ສາທາລະນະ, ເພີ່ມທະວີ ແລະ ສະກັດກັ້ນ ບໍ່ໃຫ້ເກີດມີໜີ້ສິນເກີນການຄວບຄຸມ ແລະ ເປັນເຈົ້າການດຸ່ນດ່ຽງໜີ້ສິນຢ່າງມີວິທະຍາສາດ, ຖືກຕາມຫລັກເສດຖະສາດ ເພື່ອແນໃສ່ຮັບປະກັນໃຫ້ພື້ນຖານລະບົບການເງິນແຫ່ງຊາດ ມີຄວາມໝັ້ນຄົງ, ຍືນຍົງ, ຮັກສາສະຖຽນລະພາບໄສດຖະກິດມະຫາພາກ; ສຸມໃສ່ສ້າງໃຫ້ໄດ້ຄວາມເປັນເຈົ້າດ້ານການເງິນ ໂດຍສະເພາະການເກັບລາຍຮັບ, ຄຸ້ມຄອງລາຍຈ່າຍ, ການສະສົມໃຫ້ຄັງເງິນມີຄວາມເຕີບໃຫຍ່,ເຂັ້ມແຂງ, ສ້າງພື້ນຖານເຮັດໃຫ້ງົບປະມານແຫ່ງລັດເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ, ສາມາດສ້າງມູນຄ່າເພີ່ມ ເພື່ອຕໍ່ຍອດທຶນຮອນໃຫ້ອອກສູ່ການພັດທະນາທີ່ມີປະສິດທິຜົນ. ເພີ່ມທະວີການລະດົມ, ຄຸ້ມຄອງ, ຈັດສັນ ແລະ ນໍາໃຊ້ແຫລ່ງທຶນຢ່າງມີປະສິດທິຜົນ, ຊຸກຍູ້ການພັດທະນາເສດຖະກິດ ແລະ ແກ້ໄຂບັນຫາສັງຄົມ, ການພັດທະນາຄົນ, ການປະຕິບັດນະໂຍບາຍດ້ານສັງຄົມ, ເພີ່ມທະວີສະຫວັດດີການສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບໄພພິບັດ, ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພົວພັນຮ່ວມມືກັບຕ່າງປະເທດຢ່າງເປັນເຈົ້າການ.

            ນອກຈາກທີ່ກ່າວມານັ້ນແລ້ວ, ຕ້ອງໄດ້ປັບປຸງກົນໄກການເຄື່ອນໄຫວຂອງທະນາຄານ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເງິນຕາ, ວຽກງານສິນເຊື່ອ ເພື່ອຊຸກຍູ້ການຜະລິດ ແລະ ການບໍລິການ, ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ກຸ່ມຜະລິດ ແລະ ສະຫະກອນ. ສຸມໃສສາງໃຫ້ໄດ້ຄວາມເປັນເຈົ້າດ້ານວຽກງານເງິນຕາແຫ່ງຊາດ ເຊິ່ງເປັນອົງປະກອບພື້ນຖານສໍາຄັນຂອງຄວາມເປັນເຈົ້າທີ່ແທ້ຈິງ ໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງຄື: ຍົກສູງການຖືຄອງເງິນກີບ, ຄຸ້ມຄອງການຖືຄອງ ແລະ ໃຊ້ຈ່າຍທີ່ຂາດການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຄັ່ງຄັດ, ຮັດກຸມເຂົ້າຕື່ມ, ກະຈາຍຄວາມສ່ຽງດ້ານການນໍາໃຊ້ເງິນຕາຕ່າງປະເທດ ເພື່ອບໍ່ໃຫ້ສະກຸນເງິນໃດໜຶ່ງຜູກມັດ, ຜູກຂາດ; ເຮັດໃຫ້ລະບົບການເງິນ-ເງິນຕາຂອງປະເທດເຮົາກາຍເປັນການເງິນ ເອກະລາດ ເປັນເຈົ້າຕົນເອງ, ເຮັດໃຫ້ລະບົບທະນາຄານເປັນແຫລ່ງສໍາຄັນໃນການສະສົມທຶນ ໂດຍສ້າງຄວາມເຕີບໃຫຍ່ຂອງຄັງສໍາຮອງເງິນຕາຕ່າງປະເທດ ເພື່ອຄໍ້າຈູນລະບົບເສດຖະກິດ-ການເງິນຂອງປະເທດເຮົາ.  

KPL

ຂ່າວອື່ນໆ

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ads
ads

Top