ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນແຂວງ ສາລະວັນ ສຸມໃສ່ກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

04/09/2024 16:43
Email Print 687
ຂປລ ຂປລ. ໃນໂອກາດ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ ແຂວງສາລະວັນ ໃນວັນທີ 3 ກັນຍາ 2024 ນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາ ທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເນັ້ນໃຫ້ຄະນະພັກ-ຄະນະນໍາແຂວງ ເພີ່ມທະ ວີຄວາມຮັບຜິດຊອບ ໃນການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ເພື່ອຮັບປະກັນດ້ານເນື້ອໃນ, ດ້ານໂຄງປະກອບບຸກຄະລາກອນ ແລະ ດ້ານເວລາ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງກັບບັນດານິຕິກໍາ

ຂປລ. ໃນໂອກາດ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ ແຂວງສາລະວັນ ໃນວັນທີ 3 ກັນຍາ 2024 ນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາ ທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເນັ້ນໃຫ້ຄະນະພັກ-ຄະນະນໍາແຂວງ ເພີ່ມທະ ວີຄວາມຮັບຜິດຊອບ ໃນການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ເພື່ອຮັບປະກັນດ້ານເນື້ອໃນ, ດ້ານໂຄງປະກອບບຸກຄະລາກອນ ແລະ ດ້ານເວລາ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງກັບບັນດານິຕິກໍາ ກໍຄື ຄໍາແນະນໍາ ເພື່ອເລືອກເຟັ້ນພະນັກງານ ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ສ້າງພະນັກງານຮຸ່ນໜຸ່ມ ໃຫ້ໜັກແໜ້ນ, ເຂັ້ມແຂງ ເພື່ອຮັບປະກັນການສ້າງ ພະນັກງານສືບທອດປ່ຽນແທນ ໃຫ້ມີຄຸນນະພາບ ແລະ ກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນໃຫ້ບັນລຸຜົນສຳເລັດ ຕາມລະດັບຄາດໝາຍ.

ຄຽງຄູ່ກັນນັ້ນ, ກໍໃຫ້ເອົາໃຈໃສ່ເພີ່ມທະວີ ຈັດຕັ້ງປະຕິບັດໜ້າທີ່ການເມືອງ ຢ່າງແຂງແຮງ ເພື່ອສ້າງຂະບວນການໃຫ້ຟົດຟື້ນ ໂດຍສະເພາະວຽກງານວິຊາສະເພາະ ໃນແຕ່ລະຂົງເຂດວຽກງານ, ປະຕິບັດໃຫ້ບັນລຸຕາມແຜນການທີ່ວາງໄວ້ ຕິດພັນກັບການຄົ້ນຄວ້າຢ່າງເລີກເຊິ່ງ ຕໍ່ກັບແຜນພັດທະນາ ຂອງຂະແໜງການ ດ້ວຍເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ.

ໂອກາດນີ້, ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສາລະວັນ  ກໍໄດ້ລາຍງານໂດຍສັງເຂບໃນການນໍາພາ-ຊີ້ນໍາ ວຽກງານທີ່ພົ້ນເດັ່ນຂອງແຂວງ ໃນການຈັດ ຕັ້ງປະຕິບັດວຽກງານຮອບດ້ານ ເປັນຕົ້ນ ການພັດທະນາເສດຖະກິດ ມີການຂະຫຍາຍຕົວ ໃນທ່ວງທ່າດີຂຶ້ນ, ການສຸມໃສ່ປະຕິບັດວຽກງານ ໃນຈຸດສຸມຕ່າງໆ ທີ່ເງື່ອນໄຂດ້ານທ່າແຮງບົ່ມຊ້ອນ ໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນ ການຊຸກຍູ້ສົ່ງເສີມການຜະລິດເຂົ້າ ເຊິ່ງຈຳນວນໜຶ່ງໄດ້ສົ່ງອອກເປັນສິນຄ້າໄປ ສປ ຈີນ, ການປູກພືດອຸດສາຫະກຳ, ພືດສະບຽງອາຫານ ແລະ ການສົ່ງເສີມການລ້ຽງສັດເປັນຟາມ ແລ ະແບບຄອບຄົວ ມີທ່າອ່ຽງເພີ່ມຂຶ້ນຫລາຍກວ່າເກົ່າ, ສຸມໃສ່ການກະກຽມເປັນເຈົ້າພາບງານມະຫະກໍາ ກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII ແລະ ວຽກງານອື່ນໆ. ສໍາລັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກພາຍໃນແຂວງ ມາຮອດປັດຈຸບັນ, ໜ່ວຍພັກຮາກຖານບ້ານ ແມ່ນສໍາເລັດການດໍາເນີນກອງປະຊຸມໃຫຍ່ 100%, ຂັ້ນເມືອງສຳເລັດແລ້ວ 8 ຮາກຖານ ເທົ່າກັບ 38,09%, ໜ່ວຍພັກຮາກຖານມີທັງໝົດ 821 ໜ່ວຍພັກ ໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ແລ້ວ 754 ໜ່ວຍພັກ ເທົ່າກັບ 90,24%; ຂັ້ນແຂວງ, ຄະນະພັກຮາກຖານພະແນກ ການ-ອົງການ ໃນຈຳນວນ 17 ຮາກຖານ ພວມກະກຽມຈະດໍາເນີນກອງປະຊຸມໃຫຍ່ ແລະ ໜ່ວຍພັກທີ່ຂຶ້ນກັບ ແມ່ນສໍາເລັດແລ້ວ 18 ໜ່ວຍພັກ ເທົ່າກັບ 8,98%. ຄຽງຄູ່ກັນນັ້ນ, ຄະນະປະຈຳພັກແຂວງສາລະວັນ ກໍໄດ້ເອົາໃຈໃສ່ໃນການຜັນຂະຫຍາຍບັນດາມະຕິ, ຄຳສັ່ງ, ຄໍາແນະນໍາຕ່າງໆໃນການກະກຽມ ແລະດໍຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢ່າງເປັນເຈົ້າການ ແລະ ເພື່ອໃຫ້ຖືກຕ້ອງ, ສອດຄ່ອງຕາມລະບຽບຫລັກການ ຂອງພັກ ຕິດພັນກັບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄປພ້ອມກັບການຍົກສູງບົດບາດຄວາມສາມາດນຳພາຂອງພັກ, ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ ເຮັດໃຫ້ວຽກງານພັກ-ພະນັກງານ ຢູ່ແຂວງສາລະວັນ ເຕີບໃຫຍ່, ເຂັ້ມແຂງທາງດ້ານຈຳນວນ ແລະ ຄຸນນະພາບ.





ຂ່າວ-ພາບ: ວິໄລວອນ ສິດທິໄຊ

KPL

ຂ່າວອື່ນໆ

    • ປະດັບຫລຽນກາລະນຶກ 70 ປີ ພັກ ປປ ລາວ ໃຫ້ບັນດາການນຳ-ອະດີດການນຳຂັ້ນສູງ ພັກ-ລັດການເມືອງ

      ປະດັບຫລຽນກາລະນຶກ 70 ປີ ພັກ ປປ ລາວ ໃຫ້ບັນດາການນຳ-ອະດີດການນຳຂັ້ນສູງ ພັກ-ລັດ

      3/21/2025 11:53:33 AM

      ຂປລ. ພິທີປະດັບຫລຽນກາລະນຶກ 70 ປີ ພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ໃຫ້ບັນດາສະຫາຍ ການນຳ, ອະດີດການນຳຂັ້ນສູງ ພັກ, ລັດ ເນື່ອງໃນໂອກາດເຫລີມສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ຈັດຂຶ້ນໃນວັນທີ 21 ມີນາ 2025 ໃຫ້ກຽດປະດັບຫລຽນໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແລະ ສະຫາຍ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ.

    • ວາງສະແດງຮູບພາບ  ສະຫລອງວັນ ສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີການເມືອງ

      ວາງສະແດງຮູບພາບ ສະຫລອງວັນ ສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

      3/21/2025 11:43:53 AM

      ຂປລ. ພິທີວາງສະແດງຮູບພາບ ພາຍໃຕ້ຫົວຂໍ້: “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ພັກປະຊາຊົນປະຕິວັດລາວ” (ພັກ ປປ ລາວ) ຈັດຂຶ້ນໃນວັນທີ 21 ມີນາ 2025 ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາສະຫາຍ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ເຂົ້າຮ່ວມ.

    • ການນຳພັກ-ລັດ ວາງພວງມາລາ ໂອກາດ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີການເມືອງ

      ການນຳພັກ-ລັດ ວາງພວງມາລາ ໂອກາດ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

      3/21/2025 11:36:26 AM

      ຂປລ. ໃນວັນທີ 21 ມີນາ 2025 ນີ້, ການນຳພັກ, ລັດ ນຳໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສູນກາງພັກ, ຄະນະລັດຖະບານ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົມນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບຫລໍ່ຂອງປະທານ ໄກສອນ ພົມວິຫານ ທີ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (ພັກ ປປ ລາວ).

    • ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ຫວຽດນາມ ອວຍພອນວັນສ້າງຕັ້ງພັກ ຄົບຮອບ 70 ປີການເມືອງ

      ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ຫວຽດນາມ ອວຍພອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/21/2025 8:36:43 AM

      ຂປລ. ໃນວັນທີ 20 ມີນາ 2025 ນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ ເຂົ້າອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ໃນໂອກາດວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025).

    • ພັກເພື່ອນມິດຍຸດທະສາສາດ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີການເມືອງ

      ພັກເພື່ອນມິດຍຸດທະສາສາດ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

      3/21/2025 8:29:41 AM

      ຂປລ. ເນື່ອງໃນໂອກາດສະເຫລີລສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ຄະນະກໍາມະການສູນກາງພັກກອມມູນິດຈີນ ໄດ້ສົ່ງໂທລະເລກອວຍພອນ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ

ads
ads

Top