ຂປລ
ຂປລ. ສູນວັດທະນະທໍາ ຫວຽດນາມ ປະຈໍາລາວ ຮ່ວມກັບ ກອງກາຍຍະສິນແຫ່ງຊາດ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈັດການສະແດງກາຍຍະສິນມິດຕະພາບລາວ-ຫວຽດນາມ ໃນໂອກາດວັນເກີດຂອງປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ ໃນຄໍ່າຄືນວັນທີ 22 ພຶດສະພາ 2025 ຜ່ານມາ, ຢູ່ນະຄອນຫລວງວຽງຈັນ

ຂປລ. ສູນວັດທະນະທໍາ ຫວຽດນາມ ປະຈໍາລາວ ຮ່ວມກັບ ກອງກາຍຍະສິນແຫ່ງຊາດ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈັດການສະແດງກາຍຍະສິນມິດຕະພາບລາວ-ຫວຽດນາມ ໃນໂອກາດວັນເກີດຂອງປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ ໃນຄໍ່າຄືນວັນທີ 22 ພຶດສະພາ 2025 ຜ່ານມາ, ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຫງວນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ, ພ້ອມດ້ວຍຫົວໜ້າກົມ, ຮອງກົມ ແລະ ປະຊາຊົນໃນະນຄອນຫລວງວຽງຈັນ ແລະ ຊາວຫວຽດນາມ ເຂົ້າຮ່ວມຮັບຊົມ.


ໃນໂອກາດນີ້, ທ່ານ ນາງ ວອນວິໄລ ລັດຖະຟ້າສະຫວ່າງ ຜູ້ອໍານວຍການກອງກາຍຍະສິນແຫ່ງຊາດລາວ ໄດ້ກ່າວວ່າ: ງານວາງສະແດງ ພົບປະແລກປ່ຽນ ສິລະປະວັດທະນະທໍາລາວ-ຫວຽດນາມ ເພື່ອສະເຫລີມສະຫລອງວັນເກີດ ປະທານໂຮ່ຈີ່ມິງ ຄົບຮອບ 135 ປີ ຈັດຂຶ້ນເພື່ອສ້າງບັນຍາກາດໃນວັນທີ່ມີຄວາມໝາຍຄວາມສໍາຄັນ ໃຫ້ມີຄວາມຄຶກຄື້ນມ່ວນຊື່ນ, ສະແດງໃຫ້ເຫັນເຖິງ ຄວາມສາມັກຄີພິເສດ ທີ່ມີມາແຕ່ດົນນານລະຫວ່າງກາຍຍະສິນຫວຽດ ນາມ ແລະ ກາຍຍະສິນລາວ ທີ່ສືບທອດກັນມາແຕ່ອະດີດເຖິງປັດຈຸບັນ.


ງານສະແດງພົບປະແລກ ປ່ຽນສິລະປະ-ກາຍຍະສິນ ລາວ-ຫວຽດນາມ ໃນຄັ້ງນີ້, ປະກອບມີ 13 ລາຍການ ຄື: ຟ້ອນເພງ ສັນລະເສີນປະທານໂຮ່ຈີ່ມິງ, ຕີລັງກາເທິງໄມ້ສ້າວ, ຕັ້ງມືແອນອ່ອນ, ຫ້ອງຮຽນຂອງນ້ອງໝານ້ອຍຄໍາຮູ້, ໂຍນຮັບມະຫັດສະຈັນ, ຕະຫລົກ, ລີລາການຂຶ້ນຂັ້ນໃດ, ເຊືອກແພຄູ່, ເລືອນລອຍ, ມາຍາກົນ, ສັດງູ, ຕີລັງກາເທິງຂົວດີດ ແລະ ບົດຟ້ອນ ເຮັດໃຫ້ຜູ້ຊົມມີຄວາມ ຄຶກຄື້ນມ່ວນຊືນກັບບັນຍາກາດການສະແດງຢ່າງເຕັມທີ່.

ຂ່າວ: ກິດຕາ
ພາບ: ຂັນໄຊ
KPL