ຂປລ
ທ່ານ ດາຕຸກ ຊີຣິ ໂມຮາໝັດ ຮາສັນ(Datuk Seri Mohamad Hasan) ລັດຖະມົນຕີ ການຕ່າງປະເທດ ມາເລເຊຍ ໃຫ້ຮູ້ວ່າ ດ້ວຍຖານະ ເປັນປະທານ ອາຊຽນ 2025, ມາເລເຊຍ ຍັງລໍຖ້າຄຳຢັ້ງຢືນຂອງ ສ.ອາເມລິກາ ກ່ຽວກັບ ຈຸດເວລາ ຂຶ້ນແຜນ ຈະຈັດກອງປະຊຸມ ສຸດຍອດ ພິເສດ ອາຊຽນ-ສ.ອາເມ ລິກາ.
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ທ່ານ ດາຕຸກ ຊີຣິ ໂມຮາໝັດ ຮາສັນ(Datuk Seri Mohamad Hasan) ລັດຖະມົນຕີ ການຕ່າງປະເທດ ມາເລເຊຍ ໃຫ້ຮູ້ວ່າ ດ້ວຍຖານະ ເປັນປະທານ ອາຊຽນ 2025, ມາເລເຊຍ ຍັງລໍຖ້າຄຳຢັ້ງຢືນຂອງ ສ.ອາເມລິກາ ກ່ຽວກັບ ຈຸດເວລາ ຂຶ້ນແຜນ ຈະຈັດກອງປະຊຸມ ສຸດຍອດ ພິເສດ ອາຊຽນ-ສ.ອາເມ ລິກາ. ຫລັງຈາກ ຂໍ້ລິເລີມ ດັ່ງກ່າວໂດຍ ທ່ານ ອັນວາ ອິມບຣາຮິມ(Anwar Ibrahim)ນາຍົກລັດຖະມົນຕີ ມາເລເຊຍ ສະເໜີ ຢ່າງເປັນທາງການ ດ້ວຍຄວາມປາດຖະໜາ ອາດສາມາດ ຈັດກອງປະຊຸມ ສຸດຍອດ ອາຊຽນ-ສ.ອາເມລິກາ ໃນປີນີ້. ພາຍຫລັງ ໄດ້ມີການໂອ້ລົມ ຜ່ານທາງໂທລະສັບກັບ ທ່ານ ມາໂຄຣ ຣູບີໂອ(Marco Rubio), ລັດຖະມົນຕີ ການຕ່າງປະເທດ ອາເມລິກາ ໃນຕົ້ນເດືອນ ເມສາ ຜ່ານມາ ກ່ຽວກັບ ແຜນການເລືອກ ເອົາຈຸດເວລາ ທີ່ເໝາະສົບ ເພື່ອຈັດກອງປະຊຸມ ໃນປີນີ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL