ສສ ຫວຽດນາມ-ກຳປູເຈຍ-ສປປ ລາວ ສືບຕໍ່ຊຸກຍູ້ການຮ່ວມມືພ້ອມກັນພັດທະນາ

26/05/2025 21:59
Email Print 818
ຂປລ ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ສົມເດັດ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັນ ເນື່ອງໃນໂອກາດຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 26 ພຶດສະພາ ຢູ່ນະຄອນຫລວງ ກົວລາລໍາເປີ ຂອງມາເລເຊຍ, ທ່ານ ຟ້າມມິງຈິງ,  ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ສົມເດັດ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ   ແລະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັນ ເນື່ອງໃນໂອກາດຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ.ໃນໂອກາດນີ້ ທັງສາມຝ່າຍ  ໄດ້ຕົກລົງເຫັນດີ ຕີລາຄາ ຫລາຍກົນໄກ ຮ່ວມມື ສອງຝ່າຍ ແລະ ລະຫວ່າງ ສາມຝ່າຍ ສສ ຫວຽດນາມ-ກຳປູເຈຍ-ສປປ ລາວ ໄດ້ ແລະ ພວມເສີມຂະຫຍາຍ ຢ່າງມີປະສິດທິຜົນ, ພົ້ນເດັ່ນ ແມ່ນການພົບປະ ລະຫວ່າງ ລັດຖະມົນຕີ ກະຊວງ ປ້ອງກັນປະເທດ, ລັດຖະມົນຕີ ກະຊວງຕຳຫລວດ/ກະຊວງພາຍໃນ ແລະ ລັດຖະມົນຕີ ກະຊວງ ການຕ່າງປະເທດ ຂອງສາມປະເທດ; ເຫັນດີ ໂດຍຖືວ່າ ຄວາມໄວ້ເນື້ອເຊື່ອໃຈ, ການແບ່ງປັນ ຍຸດທະສາດ ຈະແມ່ນພື້ນຖານ ໃຫ້ແກ່ ການຮ່ວມມື ແບບຍືນຍົງ ຍາວນານ ໃນບັນດາ ຂົງເຂດ, ໃນນັ້ນ ເອົາໃຈໃສ່ ເປັນພິເສດ ເຖິງການເຊື່ອມຕໍ່ ລະຫວ່າງ ສອງປະເທດ, ສາມປະເທດ ກ່ຽວກັບ ດ້ານເສດຖະກິດ, ການຄ້າ, ການເງິນ, ການສຶກສາ, ວັດທະນະທຳ, ພົວພັນແລກປ່ຽນປະຊາຊົນ. ນອກນີ້ ທັງສາມຝ່າຍ ຍັງເຫັນດີ ຊຸກຍູ້ ການຜັນຂະຫຍາຍ ການຮ່ວມມື ພັດທະນາ ເຂດຊາຍແດນ; ສົມທົບກັນ ຄົ້ນຄວ້າ ສ້າງຕັ້ງ ບັນດາເຂດ ເສດຖະກິດ ຂ້າມຊາຍແດນ, ສຳຫລວດກວດຄືນ ປັບປຸງ ບັນດາຂໍ້ຕົກລົງ ເພື່ອແນໃສ່ ສ້າງກອບ ນິຕິທຳ ທີ່ສະດວກ ເພື່ອພະຍາຍາມ ຍົກວົງເງິນການຄ້າ ລະຫວ່າງ ສສ ຫວຽດນາມ-ສປປ ລາວ ຂຶ້ນເປັນ 5 ຕື້ໂດລາສະຫະລັດ ແລະ ສສ ຫວຽດນາມ-ກຳປູເຈຍ ຂຶ້ນເປັນ 20 ຕື້ໂດລາສະຫະລັດ; ຊຸກຍູ້ຂໍ້ລິເລີ່ມ “3 ປະເທດ, ຈຸດນັດພົບດຽວແລະ ສົມທົບກັບ ໄທ ຜັນຂະຫຍາຍ ບັນດາໂຄງການເຊື່ອມຕໍ່ ຄົມມະນາຄົມ ຂົນສົ່ງ ລະຫວ່າງ ສີ່ປະເທດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top