ຊ່ວຍກັນສະໜັັບສະໜູນ ຜະລິດຕະພັນພາຍໃນ ເພື່ອໃກ້ມີຄວາມຍຶນຍົງ

02/09/2024 10:48
Email Print 5308
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ໂຮງງານນໍ້າດື່ມ ພົງເທບ ໄດ້ຜະລິດນໍ້າດື່ມ ໂດຍເນັ້ນໃສ່ຄຸນນະພາບ, ຄວາມສະອາດ ແລະ ປອດໄພ ເພື່ອອອກຈໍາໜ່າຍບໍລິການຮັບໃຊ້ສັງຄົມ.

       ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ໂຮງງານນໍ້າດື່ມ ພົງເທບ ໄດ້ຜະລິດນໍ້າດື່ມ ໂດຍເນັ້ນໃສ່ຄຸນນະພາບ, ຄວາມສະອາດ ແລະ ປອດໄພ ເພື່ອອອກຈໍາໜ່າຍບໍລິການຮັບໃຊ້ສັງຄົມ ໂດຍໃຊ້ເຄ່ືອງມືລະບົບການກັ່ນຕອງທີ່ທັນສະໄໝ ແລະ ຮຽກຮ້ອງໃຫ້ສັງຄົມຈົ່ງໃຫ້ການສະໜັບສະໜູນ ແລະ ຊົມໃຊ້ຜະລິດຕະພັນພາຍໃນ ເວົ້າລວມເວົ້າສະເພາະຜະລິດຕະພັນຂອງຄໍາມ່ວນ ກໍຄືນໍ້າດື່ມພົງເທບໃຫ້ຫລາຍເພື່ອຄວາມຍືນຍົງຕະຫລອດໄປ.

    ທ່ານ ພົງເທບ ວິໄລສັກ ເຈົ້າຂອງໂຮງງານນໍ້າດື່ມພົງເທບໄດ້ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ໂຮງງານນໍ້າດື່ມພົງເທບ ເລີ່ມຜະລິດນໍ້າດື່ມເພື່ອບໍລິການແກ່ສັງຄົມແຕ່ປີ  2016,  ຊ່ຶງສາມາດຕອບສະໜອງຕາມຄວາມຕ້ອງການຂອງສັງຄົມໄດ້ດີສົມຄວນ, ຂັ້ນຕອນ ແລະ ຂະບວນການຜະລິດ ນໍ້າດື່ມຂອງໂຮງງານ ໄດ້ເນັ້ນໃສ່ຄຸນນະພາບ, ຄວາມສະອາດ ແລະ ຄວາມປອດໄພເປັນຫລັກ ຊຶ່ງໂຮງງານໄດ້ມີເຄື່ອງມືລະບົບການກັ່ນຕອງທີ່ທັນສະໄໝ. ໃນປັດຈຸບັນ ໄດ້ຜະລິດນໍ້າດື່ມ 4 ຂະໜາດຄື:  200ml, 350ml, 600ml ແລະ 1.500ml, ສາມາດຜະລິດນໍ້າດ່ືມໄດ້ 500 ແພັກ ຫລື 3.000 ຕຸກຕໍ່ຂະໜາດຕໍ່ວັນ (ຜະລິດລວມໃນ 4 ຂະໜາດເທ່ົາກັບ 12.000 ຕຸກຕ່ໍວັນ). ໂອກາດນີ້, ທ່ານ ພົງເທບ ວິໄລສັກ ກ່າວຕື່ມ ວ່າ: ສຳລັບແຜນການໃນການຜະລິດນໍ້າດື່ມໃນຕໍ່ໜ້າ ຈະໄດ້ຂະຫຍາຍໂຮງານຜະລິດນໍ້າກ້ອນ ແລະ ຜະລິດນ້ໍາຫວານອອກມາບໍລິການຮັບໃຊ້ສັງຄົມຕື່ມອີກ ເພື່ອສ້າງວຽກເຮັດງານທຳ ໃຫ້ສັງຄົມຫລາຍຂຶ້ນ ແລະ ສືບຕໍ່ພັດທະນາໂຮງງານໃຫ້ມີຄຸນນະພາບສູງຂ້ຶນໄປເລ້ືອຍໆ ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈຕໍ່ຜູ້ບໍລິໂພກ ທີ່ໄດ້ໃຫ້ການອຸ້ມຊູຍູ້ໜູນນໍ້າດື່ມພົງເທບຕະຫລອດໄລຍະ 8 ປີກວ່າທີ່ຜ່ານມາ ແລະ ຮຽກຮ້ອງໃຫ້ສັງຄົມ ຈົ່ງໃຫ້ການສະໜັບສະໜູນ ແລະ ຊົມໃຊ້ຜະລິດຕະພັນ ພາຍໃນເວົ້າລວມເວົ້າສະເພາະ ຜະລິດຕະພັນຂອງຄໍາມ່ວນ ກໍຄືນໍ້າດ່ືມ ພົງເທບ ໃຫ້ຫລາຍເພື່ອຄວາມຍືນຍົງຕະຫລອດໄປ.

     ທ່ານ ວົງໄຊຊະນະ ໄຊຍະກຸມມານ ຫົວໜ້າຂະແໜງອຸດສາຫະກຳ ພະແນກອຸດສາຫະກຳ ແລະ ການຄ້າ ໄດ້ຢັ້ງຢືນວ່າ: ໂຮງງານນໍ້າດື່ມ ພົງເທບ ເປັນໂຮງງານຜະລິດນໍ້າດື່ມຂະໜາດໃຫຍ່ອັນດັບຕົ້ນໆ ຂອງແຂວງຄຳມ່ວນ, ເປັນໂຮງງານທີ່ມີ ຄຸນນະພາບ ແລະ ໄດ້ມາດຕະຖານ,  ມີຂະບວນການຜະລິດທີ່ຖືກຕ້ອງຕາມຫລັກອະນາໄມ, ຊຶ່ງພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ກໍຄືຂະແໜງອຸດສາຫະກຳ ໄດ້ຮ່ວມກັບຂະແໜງອາຫານ ແລະ ຢາ ພະແນກສາທາລະນະສຸກແຂວງ ແລະ ພາກສ່ວນກ່ຽວຂ້ອງລົງຕິດຕາມ, ກວດກາການຜະລິດຂອງໂຮງງານຢ່າງເປັນປົກກະຕິ, ນໍ້າດື່ມພົງເທບ ເປັນນໍ້າດື່ມທີ່ໄດ້ຮັບຄວາມນິຍົມຊົມຊອບຈາກສັງຄົມພາຍໃນແຂວງ ແລະ ມີການຜະລິດພຽງພໍກັບຄວາມຕ້ອງການຂອງສັງຄົມ ຢູ່ພາຍໃນແຂວງໃນປັດຈຸບັນ.

ຂ່າວ-ພາບ: ກອງຄຳຂ່າວ-ພາບ: ກອງຄຳ

KPL

ຂ່າວອື່ນໆ

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ads
ads

Top