ສາຍການບິນຫວຽດເຈັດ ສະຫລອງຜູ້ໂດຍສານຄົບ 200 ລ້ານຄົນ ມອບສ່ວນຫລຸດ 20% ທຸກເສັ້ນທາງບິນ

23/08/2024 13:38
Email Print 1605
ຂປລ ຂ່າວດີສຳລັບນັກທ່ອງທ່ຽວທີ່ເດີນທາງຈາກລາວໄປຫວຽດນາມ ແລະ ສະຖານທີ່ອື່ນໆ ເມື່ອສາຍການບິນຫວຽດເຈັດ (Vietjet) ກໍາລັງສະເຫລີມສະຫລອງວັນສຳຄັນທີ່ມີຜູ້ໂດຍສານຄົບ 200 ລ້ານຄົນ ໂດຍການເປີດໂປຣໂມຊັນພິເສດຕະຫລອດ 01 ເດືອນ ແຕ່ມື້ນີ້ຈົນຮອດວັນທີ 15 ກັນຍາ 2024 ຊຶ່ງນັກທ່ອງທ່ຽວສາມາດຮັບສ່ວນຫລຸດ 20%

ຂປລ. ຂ່າວດີສຳລັບນັກທ່ອງທ່ຽວທີ່ເດີນທາງຈາກລາວໄປຫວຽດນາມ ແລະສະຖານທີ່ອື່ນໆ ເມື່ອສາຍການບິນຫວຽດເຈັດ (Vietjet)ກໍາລັງສະເຫລີມສະຫອງວັນສຳຄັນທີ່ມີຜູ້ໂດຍສານຄົບ200ລ້ານຄົນ ໂດຍການເປີດໂປຣໂມຊັນພິເສດຕະຫລອດ01ເດືອນແຕ່ມື້ນີ້ຈົນຮອດວັນທີ 15ກັນຍາ 2024ຊຶ່ງນັກທ່ອງທ່ຽວສາມາດຮັບສ່ວນຫລຸ20% (ຕາມເງື່ອນໄຂແລະ ຂໍ້ກໍານົດ) ໃນເສັ້ນທາງນະຄອນຫລວງວຽງຈັນ-ນະຄອນຮ່ຈິມິນ ແລະ ທຸກຖ້ຽວບິນໃນເຄືອຂ່າຍຂອງ Vietjet ໂດຍໃຊ້ລະຫັດໂປຣໂມຊັນ VJ200ເມື່ອຈອງຜ່ານທາງ www.vietjetair.com ລືແອັບມືຖື Vietjet Air.

ຂໍ້ສະເໜີພິເສດນີ້ສາມາດໃຊ້ກັບປີ້ຍົນປະເພດEco ແລະ ໃຊ້ໄດ້ສຳລັບການເດີນທາງຕັ້ງແຕ່ມື້ນີ້ຈົນຮອດວັນທີ 15ພະຈິກ 2024. ເຊິ່ງເປັນເວລາທີ່ເໝາະສົມແກ່ການສຳຜັດກັບລະດູໃບໄມ້ຫລົ່ທີ່ໜ້າຕື່ນຕາຕື່ນໃຈໃນທົ່ວຫວຽດນາມ ແລະຈຸດໝາຍປາຍທາງອື່ນໆ ໃນຂອບເຂດທະວິບອາຊີ ຫລືຈະໄປສຳຫວດລະດູໃບໄມ້ປົ່ງທີ່ສົດຊື່ນຂອງປະເທດອົດສະຕາລີກໍໄດ້ເຊັ່ນກັນ. ປັດຈຸບັນ Vietjet ໃຫ້ບໍລິການເສັ້ນທາງການບິນາຍກວ່າ 149ເສັ້ນທາງທັງພາຍໃນ ແລະຕ່າງປະເທດ.ໃນນັ້ນມີ 38ເສັ້ນທາງພາຍໃນ ແລະ ມີ111ເສັ້ນທາງຕ່າງປະເທດ, ພ້ອມກັບສະໜອງການບໍລິການໃຫ້ແກ່ນັກທ່ອງທ່ຽວລາວພ້ອມກັບເສັ້ນທາງໂດຍກົງທີ່ເຊື່ອມຕໍ່ຈາກນະຄອນຫລວງວຽງຈັນ ຫາ ນະຄອນໂຮ່ຈີມິນ. ນັກ​ທ່ອງ​ທ່ຽວລາວ​ ບໍ່​ພຽງ​ແຕ່​ສາມາດ​​ທ່ຽວ​ສູນລວມ​ເສດຖະກິດ ​ແລະ ສະຖານທີ່ທ່ອງ​ທ່ຽວ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ​ເທົ່າ​ນັ້ນ​, ຫາກ​ຍັງ​ສາມາດ​ໄປ​ທ່ຽວ​ຊົມ​ແຫລ່ງທ່ອງທ່ຽວ​ ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ ​ເຊັ່ນ: Da Nang, Hue, Nha Trang, Phu Quoc, Hanoi​ແລະ ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວຫລາຍແຫ່ງໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ເຊັ່ນ: ສ ເກົາຫລີ. , ຍີ່ປຸ່ນ, ອົດສະຕຣາລີ, ອິນເດຍ, ແລະ ອື່ນໆ.

​ໃນ​ໂອກາດ​ສະ​ເຫລີມສະຫອງ​ຜູ້​ໂດຍສານ​ຄົບ200ລ້ານ​​ຄົນ, ສາຍ​ການ​ບິນ​ຍັງ​ໄດ້​ມອບ​ປີ້ຍົນ2ລ້ານ​ໃບໃນ​ລາຄາ​ເລີ່ມຕົ້ນ​ພຽງ 55​ໂດ​ລາ​ສະຫະລັດ/ຖ້ຽວ​ (​ລວມພາສີ​ແລະ​ຄ່າ​ທຳນຽມ) ​ໃນ​​ເສັ້ນທາງ​ສາຍ​ການບິນ​ນະຄອນຫລວງວຽງ​ຈັນ-ນະຄອນ​ໂຮ່ຈິ​ມິນ ​ແລະ ​ເສັ້ນທາງ​ອື່ນໆ​ຂອງ Vietjet ທັງພາຍໃນຫວຽດນາມ​ແລະ ຕ່າງປະເທດ.ລາຄາໂປຣໂມຊັນເຫລົ່ານີ້ມີໃຫ້ຈອງໃນຊ່ວງ ນາທີທອງເວລາ 12:00ຫາ 14:00ໂມງ (UTC+7) ຂອງທຸກໆມື້ຈົນຮອດວັນທີ 31ສິງຫາ 2024. ສໍາລັບການເດີນທາງແມ່ນເລີ່ມຕັ້ງແຕ່ວັນທີ 4ກັນຍາ 2024 ຫາ 22ພຶດສະພາ 2025 (ຕາມເງື່ອນໄຂແລະ ຂໍ້ກໍານົດ).Vietjet ມຸ່ງໝັ້ນທີ່ຈະຊຸກຍູ້ສາຍການບິນດ້ວຍການເພີ່ມເຮືອບິນໃໝ່ 10ລຳ ທີ່ມີກຳນົດຈັດສົ່ງໃນຊ່ວງທ້າຍປີ2024. ເຮືອບິນເຫລົ່ານີ້ ແມ່ນ A321neo ACF ລຸ້ນທີ່ທັນສະໄໝເຊິ່ງຈະສະໜັບສະໜູນການຂະຫຍາຍສາຍການບິນ ແລະ ເສີມສ້າງປະສົບການແກ່ຜູ້ໂດຍສານທັງພາຍໃນ ແລະ​ຕ່າງປະເທດ​.

ຜູ້ໂດຍສານສາມາດເພີດເພີນໃນເຮືອບິນທີ່ທັນສະໄໝທີ່ມີພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ, ເພີດເພີນກັບອາຫານທີ່ມີວັດຖຸດິບທີ່ດີ, ປອດສານພິດແລະຍັງໄດ້ສໍາຜັດກັບການສະແດງສິລະປະວັດທະນະທໍາ.ນອກຈາກນັ້ນ, ນັກທ່ອງທ່ຽວສາມາດເຂົ້າຮ່ວມໂຄງການສະສົມຄະແນນຂອງ Vietjet SkyJoy ເພື່ອຮັບຄະແນນ ແລະ ແລກຂອງລາງວັນຈາກ Vietjet ຫຼາຍກວ່າ 250 ຍີ່ຫໍ້ດັງ.

KPL

ຂ່າວອື່ນໆ

ads
ads

Top