ສຳເລັດໂຄງການສ້າງຄວາມທົນທານ ຕໍ່ດິນຟ້າອາກາດ ແລະ ລະບົບກະສິກຳ ທີ່ເປັນມິດກັບສິ່ງເວດລ້ອມ

10/08/2024 09:09
Email Print 723
ຂປລ ດິນຟ້າອາກາດແມ່ນມີຄວາມສຳຄັນທີ່ສຸດຕໍ່ການຜະລິດກະສິກຳ, ການຜະລິດກະສິກຳທີ່ດີເປັນມິດຕໍສິ່ງແວດລ້ອມ ກໍເປັນບັນຫາຕົ້ນຕໍໃນການຮັກສາສະພາບດິນຟ້າອາກາດໃຫ້ອຸດົມສົມບູນ.

    *ດິນຟ້າອາກາດແມ່ນມີຄວາມສຳຄັນທີ່ສຸດຕໍ່ການຜະລິດກະສິກຳ, ການຜະລິດກະສິກຳທີ່ດີເປັນມິດຕໍສິ່ງແວດລ້ອມ ກໍເປັນບັນຫາຕົ້ນຕໍໃນການຮັກສາສະພາບດິນຟ້າອາກາດໃຫ້ອຸດົມສົມບູນ. ຍ້ອນເຫັນຄວາມສຳຄັນດັ່ງກ່າວເມື່ອມໍ່ໆມານີ້, ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ແລະ ຫ້ອງການກະສິກຳ ແລະ ປ່າໄມ້ແຂວງອັດຕະປື (PAFO) ໄດ້ຮ່ວມກັນຈັດຕັ້ງປະຕິບັດໂຄງການ  “ສ້າງຄວາມທົນທານຕໍ່ດິນຟ້າອາກາດ ແລະ ລະບົບກະສິກໍາທີ່ເປັນມິດກັບສ່ິງແວດລ້ອມ ແລະ ການດຳລົງຊີວິດຢູ່ແຂວງອັດຕະປື” (Climate REAL) ເຊິ່ງເປັນໜຶ່ງໃນອົງປະກອບຂອງແຜນງານການເສີມສ້າງຄວາມເຂັ້ມແຂງເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດແບບປະສົມປະສານ (IPCREA) ທີ່ໄດ້ຮັບທຶນຈາກອົງການຮ່ວມມືສາກົນ ສ ເກົາຫລີ (KOICA).


      ທ່ານ ຄໍາບູນ ດວງພະບາງ ຮອງເຈົ້າແຂວງອັດຕະປື, ໃຫ້ຮູ້ວ່າ: ໂຄງການດັ່ງກ່າວໄດ້ຖືກສ້າງຂຶ້ນ ແລະ ຈັດຕັ້ງປະຕິບັດມາແຕ່ເດືອນ ສິງຫາ 2020 ເປັນຕົ້ນມາ ເພື່ອຍົກລະດັບຄວາມທົນທານຕໍ່ດິນຟ້າອາກາດໃຫ້ແກ່ລັດຖະບານ ສປປ ລາວ ແລະ ປະຊາຊົນແຂວງອັດຕະປື ໂດຍສະເພາະຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນປີ 2018 ທັງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນກວ່າຕອນກ່ອນເກີດໄພພິບັດ, ໂດຍຜ່ານການປັບປຸງຜົນຜະລິດກະສິກໍາ, ການເຮັດກະສິກໍາທີ່ມີຄວາມທົນທານຕໍ່ດິນຟ້າອາກາດ, ການພັດທະນາສີມືແຮງງານ, ການຄຸ້ມຄອງຄວາມສ່ຽງໄພພິບັດທີ່ສອດຄ່ອງກັບບັນດາບູລິມະສິດການພັດທະນາກະສິກໍາຂອງລັດຖະບານ. ຢ່າງໃດກໍ່ຕາມຖ້າບໍ່ຮັບການສະໜັບສະໜູນດ້ານເຕັກນິກຈາກອົງການ FAO ແລະ ການປະກອບສ່ວນດ້ານທຶນຮອນຈາກອົງການ KOICA, ຊີວິດການເປັນຢູ່ຂອງປະຊາຊົນທ່ີດຳລົງຊີວິດຢູ່ໃນເຂດເປ້ົາໝາຍກ່ໍຍາກທີ່ຈະໄດ້ຮັບການຟື້ນຟູໃຫ້ດີຂຶ້ນ.

      ຂະນະທີ່ ທ່ານນາງ ຄະຢອງ ມີຄິມຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ, ໄດ້ຍົກໃຫ້ເຫັນວ່າໂຄງການ Climate REAL ໄດ້ຖືກອອກແບບມາໂດຍສະເພາະ ເພື່ອຊຸກຍູ້ທຸລະກິດກະສິກຳຂະໜາດນ້ອຍ ໂດຍຜ່ານຕ່ອງໂສ້ມູນຄ່າລວມພ້ອມທັງສະໜັບສະໜູນຊຸມຊົນເພື່ອປັບປຸງ ແລະ ຄຸ້ມຄອງການເຂົ້າເຖິງນ້ຳ, ການນຳໃຊ້ທີ່ດິນ ແລະ ປັບປຸງຄຸນນະພາບຂອງດິນຢ່າງຍືນຍົງ. ໂຄງການນີ້ຍັງໄດ້ເສີມຂະຫຍາຍຄວາມອາດສາມາດຂອງລັດຖະບານທ້ອງຖິ່ນ ແລະ ຊຸມຊົນໃນການຄຸ້ມຄອງຄວາມສ່ຽງຈາກໄພພິບັດ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນຂະແໜງກະສິກຳ, ທີ່ນໍາໄປສູ່ການຫລຸດຜ່ອນຄວາມສ່ຽງ ແລະ ເພີ່ມທະວີການກຽມຄວາມພ້ອມຮັບມືກັບໄພພິບັດ.

     ໂຄງການດັ່ງກ່າວໄດ້ຮັບການຜັນຂະຫຍາຍຢ່າງສຳເລັດຜົນຢູ່ໃນ 31 ບ້ານເປົ້າໝາຍ ໃນ 3 ເມືອງຂອງ ແຂວງອັດຕະປື (ເມືອງສາມັກຄີໄຊ, ເມືອງໄຊເສດຖາ, ເມືອງສະໜາມ ໄຊ), ໂດຍມີການປະສານສົມທົບກັນຢ່າງແໜ້ນແຟ້ນກັບໜ່ວຍງານລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ. ເຖິງແມ່ນວ່າຈະມີການຊັກຊ້າໃນການເລີ່ມຕົ້ນການຈັດຕັ້ງປະຕິບັດໂຄງການເນື່ອງຈາກສະພາບການ COVID- 19, ແຕ່ໄດ້ສ້າງຜົນປະໂຫຍດໃຫ້ແກ່ຊາວກະສິກອນ 2. 641 ຄົວເຮືອນ (ລວມທັງຊາວກະສິກອນຕົວແບບ 307 ຄົນ) ແລະ ພະນັກງານລັດ ແລະ ອໍານາດການປົກຄອງບ້ານຈາກການຈັດຕັ້ງປະຕິບັດຂອງໂຄງການ. ໃນທາງອ້ອມ, ໂຄງການ Climate REAL ໄດ້ສ້າງຜົນປະໂຫຍດໃຫ້ແກ່ 7.873 ຄົວເຮືອນ, ປະມານ 37.091  ຄົນ ໃນ 31 ບ້ານ ໂດຍ ຜ່ານພື້ນຖານໂຄງລ່າງຂອງຊຸມຊົນ ແລະ ການສ້າງຂີດຄວາມອາດສາມາດ, ລວມທັງພະນັກງານຂອງລັດໃນຂັ້ນສູນກາງ ແລະ ທ້ອງຖິ່ນປະມານ 235 ຄົນ ໂດຍຜ່ານການສ້າງຂີດຄວາມອາດສາມາດ.

    ກອງປະຊຸມສະຫລຸບໂຄງການ ດັ່ງກ່າວໄດ້ຮັບກຽດເຂົ້່າຮ່ວມໂດຍ ທ່ານນາງ ຮັງທິທັນ ຟາມ ຫົວໜ້າຊ່ຽວຊານ-ອົງການ FAO ປະຈໍາຫ້ອງການພາກພື້ນອາຊີ ແລະ ປາຊີຟິກ (RAP); ທ່ານ ສຸລະພອນ ອິນ ທະວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື (MAF); ຕາງໜ້າຈາກບັນດາພະແນກ, ເຈົ້າເມືອງສາມັກຄີໄຊ, ເຈົ້າເມືອງໄຊເສດຖາ, ເຈົ້າເມືອງສະໜາມໄຊ, ເຈົ້າເມືອງຊານໄຊ ແລະ ເຈົ້າເມືອງພູວົງ; ຕົວແທນຈາກອົງການ KOICA; ແລະ ຊາວກະສິກອນຕົວແບບດ້ານການປູກເຂົ້າ, ປູກພືດຜັກ, ລ້ຽງປາ ແລະ ປູກໝາກໂມ.

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top