ສາຍການບິນຫວຽດເຈັດຈະ​ໄດ້​ເຮືອບິນລຳ​ໃໝ່​ເຖິງ 10 ລຳ​ໃນ​ທ້າຍ​ປີ​ນີ

10/08/2024 08:28
Email Print 1053
ຂປລ ໃນຊ່ວງເວລາທີ່ຕະຫລາດການບິນທົ່ວໂລກປະສົບກັບບັນຫາ ແລະ ຄວາມຕ້ອງການການເດີນທາງທີ່ເພີ່ມຂຶ້ນນັ້ນ,ສາຍການບິນຫວຽດເຈັດ (VietJet ) ມີແຜນຍົກລະດັບການບໍລິການໃຫ້ສູງຂຶ້ນ ໂດຍວາງແຜນຈະຮັບມອບເຮືອບິນໃໝ່ເຖິງ 10 ລຳໃນທ້າຍປີ 2024.

ຂປລ. ໃນຊ່ວງເວລາທີ່ຕະຫລາດການບິນທົ່ວໂລກປະສົບກັບບັນຫາ ແລະ ຄວາມຕ້ອງການການເດີນທາງທີ່ເພີ່ມຂຶ້ນນັ້ນ,ສາຍການບິນຫວຽດເຈັດ (VietJet ) ມີແຜນຍົກລະດັບການບໍລິການໃຫ້ສູງຂຶ້ນ ໂດຍວາງແຜນຈະຮັບມອບເຮືອບິນໃໝ່ເຖິງ 10ລຳໃນທ້າຍປີ 2024. ການຂະຫຍາຍຕົວນີ້ຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ກັບສາຍການບິນທີ່ທັນສະໄໝໃຫ້ສອດຄ່ອງກັບເປົ້າໝາຍການພັດທະນາ ແລະ ຊ່ວຍຍົກລະດັບປະສົບການ ການເດີນທາງຂອງຜູ້ໂດຍສານໃນເຄືອຂ່າຍເສັ້ນທາງທີ່ກວ້າງຂວາງ ລວມທັງການບໍລິການຢູ່ລາວ.

ເຮືອບິນໃໝ່ສ່ວນໃຫຍ່ມີກຳນົດການຮັບມອບຕັ້ງແຕ່ເດືອນສິງຫາ ປີ 2024ເປັນຕົ້ນ ລຸ້ນ A321neo ACF (Airbus Cabin Flex) ເປັນລຸ້ນຫລ້າສຸດຈາກ Airbus. ​ໃນ​ປີ 2019, VietJet ​ແມ່ນ​ບໍລິສັດ​ສາຍການບິນ​ທຳ​ອິດ​ຂອງ​ໂລກ​ທີ່​ໃຫ້ບໍລິການການບິນດ້ວຍ ACF.ເຮືອບິນລຸ້ນ A321neo ACF ມີການອອກແບບຫ້ອງໂດຍສານທີ່ໄດ້ຮັບການປັບປຸງໃໝ່, ຮັບປະກັນໄດ້ເລີຍວ່າຂະໜາາດຂອງບ່ອນນັ່ງ ແລະ ໄລຍະຫ່າງລະຫວ່າງບອ່ນນັ່ງທີ່ໄດ້ມາດຕະຖານຈະມອບປະສົບການທີ່ດີທີ່ສຸດສໍາລັບຜູ້ໂດຍສານ. ເຮືອບິນເຫລົ່ານີ້ຍັງປະຢັດນໍ້າມັນເຊື້ອໄຟຢ່າງໜ້ອຍ 16%, ຫລຸດຜ່ອນສຽງລົບກວນເຖິງ 75%ແລະ ຫລຸດຜ່ອນການປ່ອຍອາຍມົນລະພິດລົງເຖິງ 50%.

ເມື່ອບໍ່ດົນມາ​ນີ້, VietJet ​ໄດ້​ສັ່ງຊື້ເຮືອບິນລຳໃຫຍ່​ກັບ Airbus A330neo (A330-900) ລຸ້ນ​ໃໝ່ຈຳນວນ 20ລຳ, ດ້ວຍ​ມູນ​ຄ່າປະມານ 7,4ຕື້ໂດລາ (163 ຕື້ກີບ). ໃນໄວໆນີ້ນັກທ່ອງທ່ຽວຈະສາມາດເດີນທາງດ້ວຍເຮືອບິນເຫລົ່ານີ້ໃນການເດີນທາງໄກ ແລະ ໄດ້ຮັບປະສົບການໃນການເດີນທາງທີ່ປອດໄພ, ມີຄວາມສະດວກສະບາຍ ແລະ ສິ່ງອໍານວຍຄວາມສະດວກທີ່ທັນສະໄໝທີ່ສຸດ.

ປັດຈຸບັນ, VietJet ມີການດຳເນີນການບິນຫລາຍກວ່າ 100ລຳ, ລວມທັງເຮືອບິນລຸ້ນທີ່ມີຄວາມທັນສະໄໝ ແລະ ປອດໄພທີ່ສຸດໃນໂລກເຊັ່ນ: A320, A321ceo, A321neo ແລະ A321neo ACF ແລະ A330. ສາຍ​ການ​ບິນ​ຍັງມຸ່ງ​ໝັ້ນ​ໃນ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ​ແລະ ​ປະ​ສິດ​ທິ​ພາບການໃຊ້​ນ້ຳ​ມັນ​ເຊື້ອ​ໄຟ ໂດຍ​ມີ​ເປົ້າ​ໝາຍ​ທີ່ຈະຫລຸດການ​ປ່ອຍ​ອາຍມົນ​ພິດ​ໃຫ້ເປັນສູນພາຍ​ໃນ​ປີ 2050. VietJet ຍັງໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ໄປແລ້ວກວ່າ 200ລ້ານ​ຄົນ, ໃນນັ້ນລວມທັງຜູ້ໂດຍສານຫລາຍລ້ານຄົນທີ່ເດີນທາງດ້ວຍເຮືອບີນເປັນຄັ້ງທໍາອິດ. ໃນ​ຊ່ວງທຳ​ອິດ​ຂອງ​ປີ 2024, VietJet ​ໄດ້​ບໍລິການ​ຜູ້​ໂດຍສານ 13,1ລ້ານ​​ຄົນ ​ແລະ ດຳ​ເນີນ​ຖ້ຽວ​ບິນ 70.154ຖ້ຽວ. ລາຍຮັບລວມຂອງສາຍການບິນມີຢູ່ທີ່ 34.016ພັນຕື້ດົ້ງ (ປະມານ 29.835ພັນຕື້ກີບ) ໂດຍມີອາກອນກ່ອນຫັກອາກອນກຳໄລເຖິງ 1.311ພັນຕື້ດົ້ງ (ປະມານ 1.149ພັນຕື້ກີບ)ເຊິ່ງເພີ່ມຂຶ້ນ 15%ແລະ 433%ຕໍ່ປີ. ກໍາໄລໄດ້ເກີນເປົ້າໝາຍໃນເຄິ່ງປີເຖິງ 21%. ນອກນັ້ນ, VietJet ໄດ້ຈ່າຍຄ່າພາສີອາກອນ ແລະ ຄ່າທຳນຽມທາງກົງທາງອ້ອມຢູ່ທີ່ 3.687ພັນຕື້ດົ້ງ (ປະມານ 3.243ພັນຕື້ກີບ).

ເຮືອບິນໃໝ່ 10ລຳທີ່ເຂົ້າມາພາຍໃນປີ 2024, Vietjet ຈະໃຊ້ໃນການຂະຫຍາຍເຄືອຂ່າຍທັງຢູ່ຫວຽດນາມ ແລະ ຕ່າງປະເທດ, ພາຍຫລັງທີ່ເພີ່ມຈຸດໝາຍປາຍທາງໃໝ່ຢູ່ອົດສະຕຣາລີ, ອິນເດຍ, ຈີນ, ຍີ່ປຸ່ນ, ສ ເກົາຫລີ, ອິນໂດເນເຊຍ, ໄທ, ສິງກະໂປ, ມາເລເຊຍ, ລາວ, ກໍາປູເຈຍແລະ ອື່ນໆ. ໂດຍສະເພາະປະເທດລາວ, ສາຍການບິນແມ່ນມີຖ້ຽວບິນຈາກນະຄອນຫລວງວຽງຈັນ ຫາ ນະຄອນໂຮ່ຈີມິນ, ໂດຍມີ 4 ຖ້ຽວບິນໄປກັບຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກແລະ ວັນອາທິດ ເຊິ່ງໃຊ້ເວລາບິນພຽງແຕ່ 1ຊົ່ວໂມງ 45ນາທີ. ນອກຈາກ​ນີ້, ນັກ​ທ່ອງ​ທ່ຽວ​ສາມາດເດີນທາງ​ໄປ​ເຖິງ​ຈຸດ​ເຊື່ອມຕໍ່ສະຖານທີ່​​ອື່ນໆ​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ແລະ ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ອາຊີ​. ເມື່ອໄວໆນີ້, ບໍລິສັດສາຍການບິນ Vietjet ໄດ້ປະກາດບົດບັນທຶກຄວາມເຂົ້າໃຈ (MOU) ກັບກະຊວງໂຍທາທິການ ແລະ ຂົນສົ່ງ ລາວ ເພື່ອຈັດຕັ້ງປະຕິບັດບັນດາໂຄງການທີ່ກ່ຽວຂ້ອງກັບການບິນ.ໃນນັ້ນມີການຈັດຕັ້ງສູນສ້ອມແປງລະບົບບຳລຸງຮັກສາ (MRO) ຢູ່ລາວ. ຄາດ​ວ່າ​ໂຄງການ​ເຫລົ່າ​ນີ້​ຈະ​ຊ່ວຍສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່​ໃຫ້​ເຖິງ 2.500ຄົນ​ໃນ​ຂະ​ແໜງ​ການ​ການບິນ​ຂອງ​ປະ​ເທດ​ໃນ​ອານາຄົດ.ການເພີ່ມເຮືອບິນໃນຄັ້ງນີ້ຄາດວ່າຈະຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວ ພ້ອມທັງມອບປະສົບການການບິນທີ່ດີເລີດອີກດ້ວຍ. ຖ້ຽວ​ບິນ​ທີ່​ປອດ​ໄພ​ຂອງ Vietjet ​ມີການເຊື່ອມໂຍງຕໍ່ກັບບັນດາ​ປະ​ເທດ, ວັດທະນະທຳ ​ແລະ ທະວີບອື່ນໆ ເພື່ອຊຸກຍູ້​ການ​ພັດທະນາ​ເສດຖະກິດ, ​ແລກປ່ຽນ​ວັດທະນະທຳ ແລະ ການທ່ອງ​ທ່ຽວ.

KPL

ຂ່າວອື່ນໆ

    • ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນຂ່າວຕ່າງປະເທດ

      ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນ

      4/30/2026 5:33:08 PM

      ທາງການ ອິນໂດເນເຊຍ ເປີດເຜີຍວ່າ: ຍອດຜູ້ເສຍຊີວິດຈາກ ເຫດການ ລົດໄຟຕຳກັນ ໃກ້ກັບ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເພີ່ມຂຶ້ນ ເປັນ 16 ຄົນ, ໂດຍທັງໝົດ ເປັນແມ່ຍິງ ແລະ ໄດ້ຮັບບາດເຈັບ 90 ຄົນ.

    • ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາຂ່າວຕ່າງປະເທດ

      ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາ

      4/30/2026 5:30:00 PM

      ເລີ່ມແຕ່ ​ວັນ​ທີ 1 ພຶດ​ສະ​ພາ 2026 ​ເປັນ​ຕົ້ນ​ໄປ, ນະ​ໂຍ​ບາຍ ​ຍົກ​ເວັ້ນ​ພ​າ​ສີ​ ຢ່າງ​ຮອບ​ດ້ານ​ທີ່​ ສປ ຈີນ ​ຈະ​ປະ​ຕິ​ບັດ​ຕໍ່ 53 ປະ​ເທດ ​ອາ​ຟ​ຣິ​ກາ​ ທີ່ໄດ້​ສ້າງ​​ຕັ້ງສາຍ​ພົວ​ພັນ ​ທາງ​ການ​ທູດ​ກັບ ສປ ​ຈີນ​ ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ ​ຢ່າງ​ເປັນ​ທາງ​ການ, ເສດ​ຖະ​ກິດ​ ອາ​ຟ​ຣິ​ກາ ​ກໍ​ຈະ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ ຄາດ​ຄະ​ເນ​ ໄດ້​ຫລາຍ​ຂຶ້ນ.

    • ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູຂ່າວຕ່າງປະເທດ

      ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູ

      4/30/2026 5:29:57 PM

      ດ້ວຍ​ງົບ​ປະ​ມານ​ປະ​ມານ 23,4 ລ້ານໂດລາສະຫະລັດ ໃນ​ໄລ​ຍະ 2025–2029, SCOPE Trade ແມ່ນ​ຂໍ້​ລິ​ເລີ່ມ​ຈຸດ​ສຸມ ​ໃນ​ບ້ວງ​ເງິນ​ເຊື່ອມ​ຕໍ່​ ແບບ​ຍືນ​ຍົງ​ ລະ​ຫວ່າງ ອາ​ຊຽນ - EU, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ ເສດ​ຖະ​ກິດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ ການ​ຮ່ວມ​ສຳ​ພັນ ​ເສດ​ຖະ​ກິດ ​ລະ​ຫວ່າງ​ສອງ​ພາກ​ພື້ນ.

    • ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%ຂ່າວຕ່າງປະເທດ

      ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%

      4/30/2026 5:29:55 PM

      ທ່ານ ເຢ້ຊ້ຽວ​ຢາງ ຮອງຜູ້​ອຳ​ນວ​ຍການ​ໃຫຍ່ ​ໂຄງ​ການກໍ່ສ້າງ​ເສັ້ນ​ທາງລົດ​ໄຟ ​ແຄມ​ທະ​ເລ​ຕາ​ເວັນ​ອອກ​ ມາ​ເລ​ເຊຍ ເຊິ່ງ​ຮັບ​ເໝົາກໍ່​ສ້າງ​ ໂດຍ​ບໍ​ລິ​ສັດ​ການ​ກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ຈີນ ​ຫຸ້ນ​ສ່ວນ​ຈຳ​ກັດ ໄດ້​ຢືນ​ຢັນ​ຢູ່​ນະ​ຄອນຫລວງ​ ກົວ​ລາ​ລຳ​ເປີ​ ຂອງ​ມາ​ເລ​ເຊຍ​ວ່າ: ນັບ​ມາ​ຮອດ​ທ້າຍ​ເດືອນ​ມີ​ນາ​ປີ​ນີ້, ​ໂດຍ​ລວມ​ແລ້ວ ໂຄງ​ການ​ດັ່ງ​ກ່າວ​ໄດ້​ສຳ​ເລັດ​ ການກໍ່​ສ້າງ 93% ເຊິ່ງ​ຢູ່​ໃນ​ໄລ​ຍະ​ສຳ​ຄັນຂອງ​ໂຄງ​ການ​ເພື່ອ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ.

    • ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍຂ່າວຕ່າງປະເທດ

      ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍ

      4/30/2026 5:29:52 PM

      ທ່ານ ວາລາດີເມຍ ປູຕິນ(Vladimir Putin), ປ​ະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ຢັ້ງ​ຢືນ​ວ່າ: ດ້ວຍ​ຖາ​ນະ ​ເປັນ​ປະ​ເທດ ​ເຂົ້າ​ຮ່ວມ​ ທີ່​ມີ​ຄວາມ​ຮັບ​ຜິ​ດ​ຊອບ ​ຕໍ່​ສົນ​ທິ​ສັນ​ຍາ ​ແຜ່​ຂະ​ຫຍາຍອາ​ວຸດ​ນິ​ວ​ເຄຼຍ (NPT), ຣັດ​ເຊຍ ຍາມ​ໃດ​ກໍ​ປະ​ຕິ​ບັດ ​ບັນ​ດາ​ຂໍ້​ກຳ​ນົດ ແລະ ເນື້ອ​ໃນ​ຈິດ​ໃຈ ​ຂອງ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ​ຢ່າງ​ເຂັ້ມ​ງວດ.

ads
ads

Top