ຂປລ
ໃນພະຍັນຊະນະລາວ ແມ່ນພະຍັນຊະນະຄວບ ຊຶ່ງມັກພົບການໃຊ້ທັງຂຽນ ແລະ ເວົ້າຜິດເຂວບາງຄັ້ງ, ເຮັດຄວາມໝາຍຂອງຄໍານັ້ນພ້ຽນໄປ, ບົດນີ້ຈຶ່ງນໍາເອົາພະຍັນຊະນະຄວບມາທົບທວນນໍາກັນອີກ.
*ໃນພະຍັນຊະນະລາວ ແມ່ນພະຍັນຊະນະຄວບ ຊຶ່ງມັກພົບການໃຊ້ທັງຂຽນ ແລະ ເວົ້າຜິດເຂວບາງຄັ້ງ, ເຮັດຄວາມໝາຍຂອງຄໍານັ້ນພ້ຽນໄປ, ບົດນີ້ຈຶ່ງນໍາເອົາພະຍັນຊະນະຄວບມາທົບທວນນໍາກັນອີກ. ພະຍັນຊະນະຄວບແມ່ນພະຍັນ ຊະນະຕົ້ນພະຍາງ 2 ຕົວ ອາໄສສະຫລະດຽວ ແລະ ຕ້ອງອ່ອນອອກສຽງພະຍັນຊະນະສອງຕົວພ້ອມກັນ (ອ່ານ-ເວົ້າໄວໃຫ້ເປັນສຽງດຽວກັນ). ພະຍັນຊະນະຕົວທີສອງ ຫລື ພະຍັນຊະນະທີ່ໃຊ້ເປັນຕົວຄວບໃນພາສາລາວເຮົາມີ ວ, ລ, ຣ.
ຕົວ ວ ຄວບ ສາມາດໃຊ້ຄວບກັບພະຍັນຊະນະເຄົ້າໄດ້ເກືອບທຸກຕົວ ເຊັ່ນຄໍາ: ແກວ່ງ, ໄກວ, ກວາງ, ກວ້າງ, ກວາດ... ຂວາ, ແຂວງ, ແຂວນ, ໄຂວ່, ຂວານ... ຄວາຍ, ຄົ້ນ ຄວ້າ, ແຄວ້ນ, ຄວາມ... ງົມງວາຍ, ງວາກ... ຈວາດ, ຈວ້າຍກວ້າຍ... ສວ່າງ, ສວາຍ, ສວ່ານສົນ... ຊວ້ານ, ຊວາດ (ຮູ້ເມື່ອ)... ຍວ່າ (ແຕກຍວ່າໆ), ຍວ່າຍໆ... ດວ່າງ (ຟົດດວ່າງໆ)...ຕວ໋າ (ຊັ້ນຕວ໋າ), ກະຕວ້າຍໆ...ຖວາຍ, ທວານ, ທວາຍ...ຢວ່າງຂ້າມ... ລວາດ... ອວ່າຍ...ຮວາຍ (ເຮ່ຍຮວາຍ), ຮວານ, ຮວາ, ຮວາຍໄຂ່...ຫົນ ຫວາຍ, ເມືອງເຫວ້...ຫງວຽນ ຫລື ຫງວ້ຽນ...
ຕົວ ລ ຄວບ ມີບາງຕົວ ແລະ ຄໍາທີ່ມີ ລ ຄວບສ່ວນຫລາຍມີເຄົ້າມາຈາກພາສາຕ່າງປະເທດ ເຊັ່ນ: ຄລີນິກ, ຄລາຊິກ...ປລາສະຕິກ, ພລາຊາ...
ສ່ວນ ຕົວ ຣ ຄວບ ສ່ວນຫລາຍກໍເປັນຄໍາຢືມມີເຄົ້າມາຈາກພາສາຕ່າງປະເທດ ເຊັ່ນ: ກຣາມ, ເອເລັກ ໂຕຣນິກ, ຝຣັ່ງແລະ ອື່ນໆ.
ການອ່ານຄໍາທີ່ປະກອບດ້ວຍພະຍັນຊະນະຄວບແມ່ນໃຫ້ອ່ານສອງຕົວພ້ອມກັນ ແລະ ໄວ. ໃນພຶດຕິກໍາຕົວຈິງ ກໍ່ມີຫລາຍຄົນທີ່ບໍ່ອອກສຽງຄວບ ຊຶ່ງສ່ວນໜຶ່ງອາດຈະຍ້ອນຈຸດພິເສດຂອງສໍານຽງທ້ອງຖິ່ນ ຫລື ບໍ່ເອົາໃຈໃສ່ (ອ່ານ-ເວົ້າ), ເຖິງຢ່າງໃດ ການຂຽນໂດຍສ່ວນຫລາຍແມ່ນແຍກໄດ້ຈະແຈ້ງ ດັ່ງຄໍາທີ່ມັກອອກສຽງຜິດ: ແຂວງ (ຈໍານວນໜຶ່ງອອກເປັນແຂງ), ແຄວ້ນ (ອ່ານເປັນແຄ້ນ)...
ນອກນັ້ນອັນທີ່ມັກຖືກຕັ້ງບັນຫາຄືຄໍາທີ່ເປັນພະຍັນຊະນະຄວບ ແລ້ວມີວັນນະຍຸດ ກໍ່ມັກຈະປົງ ວັນນະຍຸດໄວ້ຕາມໃຈ ຊຶ່ງໃນຫລັກໄວຍາກອນລາວປັດຈຸບັນ ໄດ້ກໍານົດເອົາໄວ້ວ່າ “ກໍລະນີໃຊ້ວັນນະຍຸດກັບພະຍັນຊະນະຄວບ ແລະ ພະບັນຊະນະ ປະສົມ, ເຄື່ອງໝາຍວັນນະຍຸດ ຕ້ອງຂຽນໄວ້ສ່ວນທ້າຍຂອງພະຍັນຊະນະຕົວທີສອງຕົວຢ່າງ: ກວ້າງ, ໄຂວ່, ຄວ້າ, ໃຫຍ່, ຫວັ່ນ...”.ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.
ຮິບໂຮມໂດຍ: ພະກາ
KPL