ຂປລ
ລັດຖະບານ ຍີ່ປຸ່ນ ມີແຜນຈະປັບຂຶ້ນ ຄ່າທຳນຽມ ການອອກວິຊ້າ ສຳລັບ ຊາວຕ່າງປະເທດ ໃນສົກປີ ງົບປະມານ 2026 ເນື່ອງຈາກ ຄ່າທຳນຽມ ໃນປັດຈຸບັນ ຍັງຖືວ່າຕໍ່າເມື່ອທຽບກັບ ສ.ອາເມລິກາ ແລະ ເອີຣົບ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ລັດຖະບານ ຍີ່ປຸ່ນ ມີແຜນຈະປັບຂຶ້ນ ຄ່າທຳນຽມ ການອອກວິຊ້າ ສຳລັບ ຊາວຕ່າງປະເທດ ໃນສົກປີ ງົບປະມານ 2026 ເນື່ອງຈາກ ຄ່າທຳນຽມ ໃນປັດຈຸບັນ ຍັງຖືວ່າຕໍ່າເມື່ອທຽບກັບ ສ.ອາເມລິກາ ແລະ ເອີຣົບ. ໂດຍມີ ເປົ້າໝາຍສ່ວນໜຶ່ງ ເພື່ອແກ້ບັນຫາ ນັກທ່ອງທ່ຽວ ເພີ່ມຂຶ້ນໃນຕົວເມືອງ ສົ່ງຜົນກະທົບ ຕໍ່ປະຊາຊົນ ໃນເຂດທ້ອງຖີ່ນ.
ການປັບຂຶ້ນ ຄ່າວິຊ້າ ດັ່ງກ່າວ ຈະເປັນຄັ້ງທຳອິດ ນັບຕັ້ງແຕ່ ກະຊວງ ການຕ່າງປະເທດ ຍີ່ປຸ່ນ ເລີ່ມລວບລວມຂໍ້ມູນ ໃນປີ 1978 . ແຫລ່ງຂໍ້ມູນດັ່ງກ່າວ ລະບຸວ່າ: ລັດຖະບານ ຍີ່ປຸ່ນ ວາງແຜນຈະນຳລາຍໄດ້ ສ່ວນໜຶ່ງ ຈາກການເກັບຄ່າທຳນຽມເພີ່ມ ເພື່ອນຳໃຊ້ ເຂົ້າໃນການປັບປຸງ ຄວາມເສຍຫາຍ ຕໍ່ສິ່ງແວດລ້ອມ ໃນເຂດທ່ອງທ່ຽວ ຍອດນິຍົມ, ໂດຍຈຳນວນ ຊາວຕ່າງປະເທດ ທີ່ເດີນທາງ ເຂົ້າມາ ຍີ່ປຸ່ນ ເຊິ່ງມີຕົວເລກ ສ້າງສະຖິຕິ ສູງເຖິງ 36,87 ລ້ານຄົນ ໃນປີ 2024. ປັດຈຸບັນ ຄ່າທຳນຽມໃນຍີ່ປຸ່ນ ຢູ່ປະມານ 3.000 ເຢນ ສຳລັບ ວິຊ້າແບບ Single Entry (ໃຊ້ເຂົ້າປະເທດໄດ້ຄັ້ງດຽວ) ແລະ 6.000 ເຢນ ສຳລັບ ວິຊ້າແບບ Double Entry (ໃຊ້ເຂົ້າປະເທດໄດ້ 2 ຄັ້ງ) ຫລື Multiple Entry (ໃຊ້ເຂົ້າປະເທດໄດ້ ບໍ່ຈຳກັດຈຳນວນຄັ້ງ ຕາມອາຍຸຂອງ ວິຊ້າ)./
KPL