ອາຊຽນ ກາຍເປັນ ເສດຖະກິດຂະໜາດໃຫຍ່ ອັນດັບ 4 ໃນໂລກ ປີ 2030

07/08/2024 18:50
Email Print 1491
ຂປລ ທ່ານ ແຊດວິນເດີ ຊິງ ຮອງເລຂາທິການໃຫຍ່ ປະຊາຄົມ ເສດຖະກິດ ອາຊຽນ (AEC) ໃຫ້ຮູ້ວ່າ: ອາຊຽນ ພວມກ້າວໄປສູ່ ເປັນເສດຖະກິດ ຂະໜາດໃຫຍ່ ອັນດັບ 4 ຂອງໂລກ ໃນປີ 2030 ຈາກ ອັນດັບທີ 5 ໃນປັດຈຸບັນ.

ຂປລ. ສຳນັກຂ່າວສານ ຫວຽດນາມ,​ ວັນທີ 7 ເດືອນສິງຫາ,  ທ່ານ ແຊດວິນເດີ  ຊິງ ຮອງເລຂາທິການໃຫຍ່ ປະຊາຄົມ ເສດຖະກິດ ອາຊຽນ (AEC) ​ໃຫ້​ຮູ້​ວ່າ: ອາ​ຊຽນ ພວມ​ກ້າວ​ໄປ​ສູ່ ​ເປັນ​ເສດຖະກິດ ຂະໜາດ​ໃຫຍ່ ອັນ​ດັບ 4 ຂອງ​ໂລກ ​ໃນ​ປີ 2030 ຈາກ​ ອັນ​ດັບ​ທີ 5 ​ໃນ​ປັດຈຸບັນ. ດ້ວຍ​ ສະພາບ ​ແວດ​ລ້ອມ ​ເສດຖະກິດມະຫາພາກ ​ຂະຫຍາຍຕົວ ​ ​ແລະ ສຳຄັນ . ​ໂດຍ GDP ບັນລຸ 3.800 ຕື້ໂດລາສະຫະລັດ, ​ເພີ່ມ​ຂຶ້ນ 51% ​ໃນ​ປີ 2023, ເມື່ອທຽບ​ໃສ່ ​ໃນ​ປີ 2015 ມີພຽງແຕ່ 2.500 ຕື້​ໂດ​ລາ​ສະຫະລັດ.

ທ່ານ ແຊດວິນເດີ  ຊິງ ກ່າວຄຳປາໄສ ໃນກອງປະຊຸມວິໄສທັດ 2045 : ໃນຍຸກສະໄໝ ອາຊຽນ ໂດຍແມ່ນ ກະຊວງ​ອຸດສາະຫະກຳ ການ​ຄ້າ ແລະ ການລົງທຶນ ມາ​ເລ​ເຊຍ (MITI) , ສະພາທີ່ປຶກສາທຸລະກິດອາຊຽນ ແລະ ກຸ່ມປຶກສາບອສຕັນ ຮ່ວມກັນຈັດຂຶ້ນ ເມື່ອວັນທີ 6 ສິງຫາ ຜ່ານມາ. ໃນຂະນະດຽວກັນ, ທ່ານ ແຊດວິນເດີ  ຊິງ ຢືນຢັນວ່າ ວຽກງານດັ່ງກ່າວ ໄດ້ຮັບການ ປັບປຸງຫລາຍຂຶ້ນ ເນື່ອງຈາກ ໄດ້ມີການ ແລກປ່ຽນ ການຄ້າ ໃນພາກພື້ນ ເພີ່ມຂຶ້ນເຖິງ ເ 3.500 ຕື້​ໂດ​ລາ​ ສະຫະລັດ ​ໃນ​ປີ 2023 ເມື່ອທຽບໃສ່ ປີ 2015 ມີພຽງແຕ່ 2.300 ຕື້​ໂດ​ລາ ​ສະຫະລັດ ​, ເຮັດໃຫ້ ​ລາຍ​ຮັບ ສະ​ເລ່ຍຕໍ່​ຫົວ​ຄົນ ເພີ່ມຂຶ້ນ ຢ່າງ​ຫລວງຫລາຍ.

ທ່ານ ແຊດວິນເດີ  ຊິງ ກ່າວວ່າ ເຫດການດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງ ຄຳໝັ້ນສັນຍາ ຂອງ ອາຊຽນ ມີຄວາມໝັ້ນຄົງ ໃນການ ກາຍເປັນ ພາກພື້ນ ທີ່ມີເສດຖະກິດເປີດໃຫ້ແກ່ການຄ້າ ແລະ ການລົງທຶນ ໃນທົ່ວໄໂລກ ມີການປັບປຸງ ຢ່າງສົມຄວນ. ນອກນັ້ນ, ທ່ານ ແຊດວິນເດີ  ຊິງ ຍັງກ່າວເນັ້ນເຖິງ ຄວາມສຳຄັນ ທີ ອາຊຽນ ນອນໃນພາກພຶ້ນໜຶ່ງ ໃນໂລກ ທີມີ ການຄ້າເກືອບເທົ່າ ຈີດີພີ. ມູນຄ່າ ການຄ້າ ຂະໜາດໃຫຍ່ສຸດ ບໍ່ແມ່ນ ການແລກປ່ຽນການຄ້າ ລະຫວ່າງ ອາຊຽນ ກັບ ສປຈີນ ຫລື ສ.ອາເມລິກາ ແຕ່ເປັນການຄ້າພາຍໃນກຸ່ມ ບັນລຸ ປະມານ 800.000 ຕື້ໂດລາສະຫະລັດ./.

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top