ອິນທິຣາກຣຸບ ເນັ້ນບໍລິການທ່ອງທ່ຽວທາງທໍາມະຊາດ

06/08/2024 14:46
Email Print 1643
ຂປລ ຂປລ. ອິນທິຣາກຣຸບ ສ້າງຕັ້ງມາແຕປີ 1998 ມາຮອດປັດຈຸບັນ ມີທຸລະກິດໃນເຄືອຂ່າຍຫລາຍຢ່າງທີ່ຕິດພັນກັບການທ່ອງທ່ຽວເຊັ່ນ: ບໍລິສັດກຣິນດິສໂຄເວີລີ, ໂຮງແຮມ, ຮ້ານອາຫານ ແລະ ສະ ຖານທີ່ທ່ອງທ່ຽວ, ເປັນບໍລິສັດໜຶ່ງທີ່ເຂົ້າຮ່ວມງານຕະຫລາດນັດສາກົນ, ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ ຕາມແລວເສັ້ນທາງເສດຖະກິດຕາເວັນອອກ-ຕາເວັນຕົກ ໃນວັນທີ 2-7 ສິງຫາ 2024 ເພື່ອຂະຫຍາຍການຕະຫລາດ ແລະ ພົບປະກັບຄູ່ຮ່ວມທຸລະກິດການທ່ອງທ່ຽວ



ຂປລ. ອິນທິຣາກຣຸບ ສ້າງຕັ້ງມາແຕປີ 1998 ມາຮອດປັດຈຸບັນ ມີທຸລະກິດໃນເຄືອຂ່າຍຫລາຍຢ່າງທີ່ຕິດພັນກັບການທ່ອງທ່ຽວເຊັ່ນ: ບໍລິສັດກຣິນດິສໂຄເວີລີ
, ໂຮງແຮມ, ຮ້ານອາຫານ ແລະ ສະ ຖານທີ່ທ່ອງທ່ຽວ, ເປັນບໍລິສັດໜຶ່ງທີ່ເຂົ້າຮ່ວມງານຕະຫລາດນັດສາກົນ, ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ ຕາມແລວເສັ້ນທາງເສດຖະກິດຕາເວັນອອກ-ຕາເວັນຕົກ ໃນວັນທີ 2-7 ສິງຫາ 2024 ເພື່ອຂະຫຍາຍການຕະຫລາດ ແລະ ພົບປະກັບຄູ່ຮ່ວມທຸລະກິດການທ່ອງທ່ຽວ ທີ່ເຂົ້າມາຮ່ວມງານດັ່ງກ່າວ ໂດຍສະເພາະ ຜູ້ປະກອບການທຸລະກິດ ການທ່ອງທ່ຽວຢູ່ຫວຽດນາມ ໃຫ້ຫລາຍຂຶ້ນ ແລະ ນໍາເອົານັກທ່ອງທ່ຽວຢູ່ຫວຽດນາມ ເຂົ້າມາທ່ອງທ່ຽວຢູ່ລາວ ແລະ ນໍານັກທ່ອງທ່ຽວຈາກລາວມາທ່ຽວຢູ່ຫວຽດນາມ.



ທ່ານ ເພັດອາລຸນ ພົມສຸວັນ ພະນັກງານຝາຍຂາຍ ບໍລິສັດ ກຣິນດິສໂຄເວີລີ ໄດ້ໃຫ້ຮູ້ວ່າ: ອິນ ທິຣາກຣຸບ ມີທຸລະກິດກ່ຽວກັບ ບໍລິການໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຢູ່ ສປປ ລາວ ແຕ່ພາກເໜືອ ຈົນເຖິງພາກໃຕ້ ເຊັ່ນ: ເດີວິວ ຢູ່ຕາດກວາງຊີ ແຂວງຫລວງພະບາງ ເປັນຮ້ານກາເຟຢູ່ເທິງຕົ້ນໄມ້
, ສູນອານຸລັກຊ້າງຢູ່ແຂວງໄຊຍະບູລີ, ໂຮງແຮມ ແລະ ຮ້ານອາຫານອິນທິຣາວັງວຽງ, ໂຮງແຮມອິນທິຣາທ່າແຂກ, ສະຖານທີ່ທ່ອງທ່ຽວເດີຣ໋ອກ ວິວພອຍ ພູຜາມ່ານວິວ ເຊິ່ງເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດ, ສະຖານທີ່ທ່ອງທ່ຽວນໍ້າຕົກຕາດຟານ ແລະ ສະຖານທີ່ທ່ອງທ່ຽວ ກຳລັງເປີດໃໜ່ຢູ່ນໍ້າຕົກຕາດຫລີຜີ ເຊິ່ງມີຂົວອູ່ ນັກທ່ອງທ່ຽວສາມາດຢ່າງຊົມທໍາມະຊາດ ຂອງນໍ້າຕົກຕາດໄດ້ແບບສວຍສົດງົດງາມຂອງຈຸດຊົມວິວ, ມີກິດຈະກຳຂີ່ສະລິງອ້ອມເກາະດອນຕ່າງໆ. ສ່ວນຢູ່ນະຄອນຫລວງວຽງຈັນ ມີຮ້ານອາຫານຂອບໃຈເດີ ແລະ ລາຟໍເລທ໌ ເຊິ່ງເປັນແຫລ່ງ ທ່ອງທ່ຽວທໍາມະຊາດ ກໍາລັງຈະເປີດໃນໄວໆນີ້.



ທ່ານ ເພັດອາລຸນ ພົມສຸວັນ ຍັງໃຫ້ຮູ້ອີກວ່າ: ການເຂົ້າມາຮ່ວມງານຕະຫລາດນັດຄັ້ງນີ້
, ພວກເຮົາໄດ້ນໍາເອົາຜະລິດຕະພັນການທ່ອງທ່ຽວຕ່າງໆ ມານໍາສະເໜີໃຫ້ນັກທ່ອງທ່ຽວໄດ້ຮູ້ ກ່ຽວກັບການບໍລິການຂອງບໍລິສັດພວກເຮົາ ເຊິ່ງເປັນໂອກາດອັນດີເພື່ອໂຄສະນາ ໃຫ້ນັກທ່ອງທ່ຽວ ໄດ້ຮັບຮູ້ຂໍ້ມູນ  ແລະ ສັງເກດເຫັນວ່າ ແຂກທີ່ມາເລາະຊື້ສິນຄ້າ ແລະ ເລາະຊົມໃນງານ ມີຄວາມສົນໃຈ ຢາກໄປທ່ອງທ່ຽວຢູ່ ສປປ ລາວ ໂດຍສະເພາະແມ່ນ ສະຖານທີ່ທ່ອງທ່ຽວ ແລະ ທີ່ພັກໂຮງແຮມ.

ຂ່າວ-ພາບ: ວີລະວັນ

KPL

ຂ່າວອື່ນໆ

    • ຕາດຫົວເສືອ ອີກໜຶ່ງສະຖານທີ່ຄວນໄປສຳຜັດທ່ອງທ່ຽວ

      ຕາດຫົວເສືອ ອີກໜຶ່ງສະຖານທີ່ຄວນໄປສຳຜັດ

      3/19/2025 5:52:02 AM

      ເມື່ອກ້າວເຂົ້າສູ່ຍາມຮ້ອນອົບເອ້ົ້າ ເຮັດຫລາຍໆທ່ານກຳລັງຊອກຫາບ່ອນຜ່ອນຢ່ອນອາລົມທີ່ເຢັນສະບາຍອາກາດບໍລິສຸດບໍ່ໄກຈາກຕົວເມືອງເປັນເລື່ອງທ່ີຄິດຢາກ ແລະ ບໍ່ຮູ້ວ່າຈະໄປບ່ອນໃດດີ.

    • ອ່າງຫລວງ ສະຖານທີ່ທ່ອງທ່ຽວທຳມະຊາດ ທີ່ປະຊາຊົນມີສ່ວນຮ່ວມທ່ອງທ່ຽວ

      ອ່າງຫລວງ ສະຖານທີ່ທ່ອງທ່ຽວທຳມະຊາດ ທີ່ປະຊາຊົນມີສ່ວນຮ່ວມ

      3/12/2025 9:49:53 AM

      ສະຖານທ່ອງທ່ຽວອ່າງຫລວງ ເປັນອີກໜຶ່ງແຫລ່ງທ່ອງທ່ຽວທາງທຳມະຊາດຂອງເມືອງ ວັງວຽງ ແຂວງວຽງຈັນ ທີ່ໄດ້ຮັບລາງວັນການພັດ ທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ເຊິ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍປ່າໄມ້ທ່ີຂຽວສົດງົດງາມ, ອາກາດເຢັນ.

    • ຮອງລັດຖະມົນຕີ ຖວທ ຢ້ຽມຢາມ ສະຖານທີ່ທ່ອງທ່ຽວ ແຂວງອຸດົມໄຊທ່ອງທ່ຽວ

      ຮອງລັດຖະມົນຕີ ຖວທ ຢ້ຽມຢາມ ສະຖານທີ່ທ່ອງທ່ຽວ ແຂວງອຸດົມໄຊ

      3/4/2025 9:33:23 AM

      ຂປລ. ໃນໂອກາດເຄື່ອນໄຫວເຮັດວຽກຢູ່ ແຂວງອຸດົມໄຊ ວັນທີ 3 ມີນາ 2025 ນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວຢ້ຽມຢາມ ສະຖານທີ່ທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາເຊັ່ນ: ນໍ້າກັດຢໍລາປ່າ, ຫັດຖະກໍາໄຕລື້ ແລະ ວັດພູທາດ.

    • ແຂວງອຸດົມໄຊ ຊຸກຍູ້ການກໍ່ສ້າງສິ່ງອຳນວນຄວາມສະດວກຢູ່ພູຫຍ້າຄາທ່ອງທ່ຽວ

      ແຂວງອຸດົມໄຊ ຊຸກຍູ້ການກໍ່ສ້າງສິ່ງອຳນວນຄວາມສະດວກຢູ່ພູຫຍ້າຄາ

      3/3/2025 10:06:27 AM

      ອາທິດທີ່ຜ່ານມາ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບວິຊາການພະແນກການ ແລະ ຫ້ອງການກ່ຽວຂ້ອງ ຄື: ພະແນກແຜນການ ແລະ ການລົງທຶນແຂວງ, ຫ້ອງການ ຍທຂ ເມືອງໄຊ ແລະ ຫ້ອງການ ຖວທ ເມືອງໄຊ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ກວດກາການພັດທະນາສິ່ງອຳນວຍຄວາມສະດວກຢູ່ແຫລ່ງທ່ອງທ່ຽວ ພູຫຍ້າຄາ ບ້ານຫລັກ 32.

    • ອ່າງຫລວງ ສະຖານທີ່ທ່ອງທ່ຽວ ຕິດພັນທຳມະຊາດ ປະຊາຊົນມີສ່ວນຮ່ວມທ່ອງທ່ຽວ

      ອ່າງຫລວງ ສະຖານທີ່ທ່ອງທ່ຽວ ຕິດພັນທຳມະຊາດ ປະຊາຊົນມີສ່ວນຮ່ວມ

      2/27/2025 5:10:19 PM

      ຂປລ. ສະຖານທ່ອງທ່ຽວອ່າງຫລວງ ເປັນອີກໜຶ່ງແຫລ່ງທ່ອງທ່ຽວທາງທຳມະຊາດ ຂອງເມືອງວັງວຽງ ແຂວງຈັນ ທີ່ໄດ້ຮັບລາງວັນ ການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງ ຂອງ ສປປ ລາວ ເຊິ່ງສະຖານທີ່ດັ່ງກ່າວອ້ອມຮອບ ໄປດ້ວຍປ່າໄມ້ທີ່ຂຽວສົດງົດງາມ, ອາກາດເຢັນ ແລະ ມີອ່າງນໍ້າໃສ ທີ່ສາມາດແນມເຫັນ ຮອດຝູງປານ້ອຍ-ໃຫຍ່ ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນ ຄາຍເມື່ອໄດ້ເຂົ້າມາທ່ຽວຊົມ, ເໝາະແກ່ການມາພັກຜ່ອນ ແບບຄອບຄົວ, ຄູ່ຮັກ ຫລື ຈະມາກັບໝູ່ເພື່ອນ.

ads
ads

Top