ສ້າງຄູຝຶກວຽກງານບໍລິຫານອົງກອນ ແລະ ບຸກຄະລາກອນ

05/08/2024 17:58
Email Print 1029
ຂປລ ຂປລ. ສະພາແຫ່ງຊາດ ຈັກຝຶກອົບຮົມການສ້າງເປັນຄູເຝິກວຽກງານ ການບໍລິຫານອົງກອນ ແລະ ບຸກຄະລາກອນ ໃຫ້ແກ່ພະນັກງານກົມຈັດຕັ້ງ-ພະນັກງານ, ຄະນະເລຂາທິການສະພາແຫ່ງຊາດ (ຄລສ) ໃນວັນທີ 02-04 ສິງ ຫາ 2024 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ເລຂາທິ ການສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ແລະ ຮັບຟັງການສະເໜີຫລັກສູດການເປັນຄູ ຝຶກທັງໝົດ 3 ພາກ

ຂປລ. ສະພາແຫ່ງຊາດ ຈັກຝຶກອົບຮົມການສ້າງເປັນຄູເຝິກວຽກງານ ການບໍລິຫານອົງກອນ ແລະ ບຸກຄະລາກອນ ໃຫ້ແກ່ພະນັກງານກົມຈັດຕັ້ງ-ພະນັກງານ, ຄະນະເລຂາທິການສະພາແຫ່ງຊາດ (ຄລສ) ໃນວັນທີ 02-04 ສິງ ຫາ 2024 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ເລຂາທິ ການສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ແລະ ຮັບຟັງການສະເໜີຫລັກສູດການເປັນຄູ ຝຶກທັງໝົດ 3 ພາກ ຄື: ພາກທີ 1 ພື້ນຖານການເຝິກອົບຮົມ 10 ຫົວຂໍ້, ພາກທີ 2 ການອອກແບບ ແລະ ການ ຝຶກອົບຮົມ 6 ຫົວຂໍ້ ແລະ ພາກທີ 3 ການທົດລອງຝຶກອົບຮົມຕົວຈິງ 2 ຫົວຂໍ້ ຈາກບັນດາອາຈານທີ່ມີຄວາມຊ່ຽວ ຊານ ທາງດ້ານການບໍລິຫານອົງກອນ ແລະ ບຸກຄະລາກອນ ຂອງກະຊວງພາຍໃນ.

ການຈັດຝຶກອົບຮົມຄັ້ງນີ້, ກໍເພື່ອຍົກສູງບົດບາດ, ໜ້າທີ່ຮັບຜິດຊອບ, ຄວາມຮູ້ ແລະ ຄວາມສາມາດ ໃຫ້ ແກ່ພະນັກງານ-ລັດຖະກອນ ຂອງກົມຈັດຕັ້ງ-ພະນັກງານ ແນໃສ່ປັບປຸງຄຸນນະພາບ ການເຄື່ອນໄຫວວຽກງານ ໂດຍ ສະເພາະ ການເປັນເສນາທິການໃຫ້ແກ່ ຄລສ ມີປະສິດທິພາບ ແລະ ປະສິດທິຜົນເພີ່ມຂຶ້ນ, ຮັບປະກັນຄວາມເປັນເອ ກະພາບ ໃນການຈັດຕັ້ງປະຕິບັດຕົວຈິງ ແລະ ສອດຄ່ອງຕາມລະບຽບຫລັກການ; ຍົກສູງຄວາມຮູ້, ຮັດແໜ້ນ ຄວາມເຂົ້າໃຈ ແລະ ທັກສະດ້ານຕ່າງໆ ເພື່ອກະກຽມຄວາມພ້ອມ ໃນການເປັນຄູຝຶກວຽກງານ ການບໍລິຫານອົງກອນ ແລະ ການບໍລິຫານບຸກຄະລາກອນ ເຊິ່ງກວມເອົາບັນດາຫລັກການພື້ນຖານ ແລະ ທັກສະຈໍາເປັນ ໃນການເປັນຄູຝຶກ ລວມທັງການອອກແບບ, ການຈັດຕັ້ງປະຕິບັດ ແລະ ການປະເມີນການຝຶກອົບຮົມ ທັງເປັນການຖອດຖອນບົດຮຽນ ແລະ ສົນທະນາແລກປ່ຽນຄວາມຄິດເຫັນ ໃນຂະບວນການເຄື່ອນໄຫວ ວຽກງານຕົວຈິງສົມທຽບກັບທິດສະດີ.

ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ໄດ້ຄໍາເຫັນວ່າ: ການສ້າງ ຫລື ພັດທະນາບຸກຄະລາກອນ ໃຫ້ກາຍ ເປັນຄູຝຶກ ຫລື ເປັນຊ່ຽວຊານສະເພາະດ້ານ ເປັນປັດໄຈໜຶ່ງທີ່ສຳຄັນ ໃນການພັດທະນາອົງກອນ ກໍຄື ຍົກສູງບົດບາດ ເພື່ອການຂັບເຄື່ອນວຽກງານລວມ ຂອງສະພາແຫ່ງຊາດ ໃຫ້ມີທ່າກ້າວທີ່ເຂັ້ມແຂງຂຶ້ນ ເຊິ່ງກົມຈັດຕັ້ງ-ພະນັກງານ ແມ່ນກົງຈັກການຈັດຕັ້ງໜຶ່ງ ທີ່ມີບົດບາດສຳຄັນ ໃນການບຳລຸງກໍ່ສ້າງ ແລະ ພັດທະນາບຸກຄະລາກອນຂອງສະພາແຫ່ງ ຊາດ ໃຫ້ກາຍເປັນບຸກຄະລາກອນທີ່ມີຄຸນນະພາບ ແລະ ສາມາດປະກອບສ່ວນວຽກງານເຂົ້າໃນຂົງເຂດວິຊາສະ ເພາະຕ່າງໆໄດ້ຢ່າງມີປະສິດທິພາບ.

ຊຸດອົບຮົມຄັ້ງນີ້, ໄດ້ຮັບການສະໜັບສະໜູນ ຊ່ວຍເຫລືອທາງດ້ານງົບປະມານ ຈາກໂຄງການສ້າງຄວາມ ເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫລື ສະເຕັບສ໌(STEPs) ໂດຍຜ່ານກອງ ເລຂາຄຸ້ມຄອງແຫລ່ງທຶນຊ່ວຍເຫລືອລ້າ ໃຫ້ແກ່ສະພາແຫ່ງຊາດ ສົມທົບ​ກັບງົບປະມານ​ຂອງ​ຄະນະ ​ເລຂາທິການ​ສະພາ​ແຫ່ງ​ຊາດ.

ຂ່າວ: ສອນສັກ ວັນວິໄຊ

KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top