ຂປລ
ກົດໝາຍ 4ສະບັບສຳຄັນຄື: ກົດໝາຍ ວ່າດ້ວຍ ທີ່ດິນ, ກົດໝາຍວ່າດ້ວຍ ເຮືອນຢູ່, ກົດໝາຍວ່າດ້ວຍ ອະສັງຫາ ລິມະຊັບ ແລະ ກົດໝາຍ ວ່າດ້ວຍ ອົງການ ສິນເຊື່ອ ສະບັບປັບປຸງ ເລີ່ມມີຜົນບັງຄັບໃຊ້ ຢ່າງເປັນທາງການ ໃນວັນທີ1 ສິງຫານີ້ ພາຍຫລັງ ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຮັບຮອງເອົາ ແລະ ມີຜົນບັງຄັບໃຊ້ ໄວກວ່າ 5 ເດືອນ ເມື່ອທຽບໃສ່ ແຜນການວາງອອກ ກ່ອນນັ້ນ

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ກົດໝາຍ 4ສະບັບ ສຳຄັນຄື: ກົດໝາຍ ວ່າດ້ວຍ ທີ່ດິນ, ກົດໝາຍວ່າດ້ວຍ ເຮືອນຢູ່, ກົດໝາຍວ່າດ້ວຍ ອະສັງຫາ ລິມະຊັບ ແລະ ກົດໝາຍ ວ່າດ້ວຍ ອົງການ ສິນເຊື່ອ ສະບັບປັບປຸງ ເລີ່ມມີຜົນບັງຄັບໃຊ້ ຢ່າງເປັນທາງການ ໃນວັນທີ1 ສິງຫານີ້ ພາຍຫລັງ ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຮັບຮອງເອົາ ແລະ ມີຜົນບັງຄັບໃຊ້ ໄວກວ່າ 5 ເດືອນ ເມື່ອທຽບໃສ່ ແຜນການວາງອອກ ກ່ອນນັ້ນ (ວັນທີ 1 ມັງກອນປີ 2025).ໃນຈຳນວນ ກົດໝາຍ ດັ່ງກ່າວ, ກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ໄດ້ຮັບການປະກາດໃຊ້ ພາຍຫລັງ ກອງປະຊຸມ ຂອງສະພາແຫ່ງຊາດ ດຳເນີນມາ ເປັນ4ຄັ້ງ. ນີ້ແມ່ນກົດໝາຍໃຫຍ່, ມີຄວາມໝາຍສຳຄັນ ພິເສດ ໃນຊີວິດດ້ານການ ເມືອງ-ເສດຖະກິດ-ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ປົກປັກຮັກສາ ສິ່ງແວດລ້ອມ ຂອງປະເທດຊາດ. ທ່ານ ໂດ໋ດຶກຮູຍ, ເລຂາພັກແຂວງ ອຽນບາຍ, ຫົວໜ້າຄະນະ ສສ ແຂວງອຽນບ່າຍ ເນັ້ນໜັກວ່າ:“ໜຶ່ງໃນບັນດາ ຈຸດສຳຄັນ ທີ່ສຸດ ນັ້ນແມ່ນ ໃນກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງ ຄັ້ງນີ້ ໄດ້ແກ້ໄຂ ຫລາຍບັນຫາ ອຸດຕັນ,ຂໍ້ຕິດຄັດຂອງກົດໝາຍ ທີ່ໄດ້ປະຕິບັດ ໃນປະຈຸບັນ. ຜ່ານນັ້ນ ປະກອບສ່ວນສຳຄັນ ເພື່ອຊຸກຍູ້ ການພັດທະນາ ເສດຖະກິດ ສັງຄົມ ກໍ່ຄືສ້າງຄວາມສະດວກ ໃຫ້ແກ່ ຊີວິດ ທາງດ້ານການຜະລິດ ຂອງປະຊາຊົນ ຢູ່ໃນທົ່ວປະເທດ. ພວກຂ້າເຈົ້າ ຕີລາຄາສູງ ຄວາມມານະພະຍາຍາມ, ຄວາມຕັດສິນໃຈ ຂອງລັດຖະບານ ໃນການສ້າງ ບັນດາເອກະສານ ແນະນຳ ປະຕິບັດ ກົດໝາຍ ວ່າດ້ວຍ ທີ່ດິນໂດຍໄວ” ພ້ອມກັບ ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍເຮືອນຢູ່, ກົດໝາຍວ່າດ້ວຍການດຳເນີນ ທຸລະກິດ ອະສັງຫາລິມະຊັບ ແລະ ກົດໝາຍ ວ່າດ້ວຍອົງການ ສິນເຊື່ອ ສະບັບປັບປຸງ ກໍ່ມີຜົນບັງຄັບໃຊ້ ນັບແຕ່ວັນທີ 1 ສິງຫາ, ຕອບສະໜອງ ຄວາມຮຽກຮ້ອງ ຕ້ອງການ ຂອງພຶດຕິກຳຕົວຈິງ ໃຫ້ດີກວ່າ, ແກ້ໄຂຫລາຍຈຸດ ອຸດຕັນ ຂອງພື້ນຖານ ເສດຖະກິດ ກໍຄືແກ້ໄຂ ບັນດາຄວາມຕ້ອງການ ຂອງສັງຄົມ ໃຫ້ດີກວ່າ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL