ຂປລ
ສະພາ ປ້ອງກັນຊາດ ແລະ ປ້ອງກັນ ຄວາມສະຫງົບ ແຫ່ງຊາດ ມຽນມາ (NDSC) ໄດ້ປະກາດ ຕໍ່ກຳນົດ ເວລາ ສະພາວະ ສຸກເສີນ ຕື່ມອີກ 6 ເດືອນ. ຫລັງຈາກ ຈັດກອງປະຊຸມຂອງ NDSC ຢູ່ Nay Pyi Taw ເມື່ອບໍ່ດົນມານີ້
ຂປລ.ວິທະຍຸ ກະຈາຍສຽງ ແລະ ໂທລະພາບ ແຫ່ງລັດ ມຽນມາ (MRTV) ໃຫ້ຮູ້ວ່າ: ສະພາ ປ້ອງກັນຊາດ ແລະ ປ້ອງກັນ ຄວາມສະຫງົບ ແຫ່ງຊາດ ມຽນມາ (NDSC) ໄດ້ປະກາດ ຕໍ່ກຳນົດ ເວລາ ສະພາວະ ສຸກເສີນ ຕື່ມອີກ 6 ເດືອນ. ຫລັງຈາກ ຈັດກອງປະຊຸມຂອງ NDSC ຢູ່ Nay Pyi Taw ເມື່ອບໍ່ດົນມານີ້, ບັນດາສະມາຊິກ ທັງໝົດ ຂອງສະພາ ໄດ້ເຫັນດີເປັນເອກະພາບ ໃນການຂະຫຍາຍ ເວລາ ດັ່ງກ່າວ. ກອງປະຊຸມ ກໍ່ປຶກສາຫາລື ບັນດາບັນຫາກ່ຽວຂ້ອງ ເຖິງວຽກງານ ກະກຽມ ການເລືອກຕັ້ງ, ໜ້າທີ່ພັດທະນາ ໃນປັດຈຸບັນ, ຂັ້ນຕອນກະກຽມ ການສຳຫລວດ ປະຊາກອນ ແລະ ເຮືອນຢູ່ແຫ່ງລັດ ກໍ່ຄື ບັນດາຂົງເຂດຄື: ການສຶກສາ, ສາທາລະນະສຸກ ແລະ ກະສິກຳ. ເດືອນກຸມພາ 2021, ມຽນມາ ໄດ້ປະກາດ ສະພາບການສຸກເສີນ ໃນເວລາ 1 ປີ. ຫລັງຈາກນັ້ນ, ລັດຖະບານ ມຽນມາ ໄດ້ຕໍ່ກຳນົດເວລາ ສະພາວະ ສຸກເສີນ ເປັນ 5 ຄັ້ງ, ແຕ່ລະຄັ້ງແມ່ນ 6 ເດືອນ, ຄັ້ງຫລ້າສຸດ ແມ່ນຮອດ ວັນທີ 31 ກໍລະກົດນີ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL