ຫາລືສົ່ງເສີມການນໍາໃຊ້ເງິນກີບໃນຂົງເຂດການສຶກສາ

01/08/2024 19:49
Email Print 2549
ຂປລ ຂປລ. ກົມຄຸ້ມຄອງເງິນຕາຕ່າງປະເທດ ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດກອງປະຊຸມປຶກສາຫາລືສົ່ງເສີມການນໍາໃຊ້ເງິນກີບ ແລະ ວຽກງານຄຸ້ມຄອງເງິນຕາຕ່າງປະເທດ ໃນຂົງເຂດການສຶກສາ (ການຕິດຕາມກວດກາ ການໂຄສະນາ ການຊຳລະ ແລະ ການຮັບໃຊ້ຊໍາລະຄ່າ ບໍລິການການສຶກສາ) ​ໃນວັນທີ 1 ສິງຫາ 2024



ຂປລ. ກົມຄຸ້ມຄອງເງິນຕາຕ່າງປະເທດ ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດກອງປະຊຸມປຶກສາຫາລືສົ່ງເສີມການນໍາໃຊ້ເງິນກີບ ແລະ ວຽກງານຄຸ້ມຄອງເງິນຕາຕ່າງປະເທດ ໃນຂົງເຂດການສຶກສາ (ການຕິດຕາມກວດກາ ການໂຄສະນາ ການຊຳລະ ແລະ ການຮັບໃຊ້ຊໍາລະຄ່າ ບໍລິການການສຶກສາ) ​ໃນວັນທີ
1 ສິງຫາ 2024 ທີ່ສໍານັກງານ ທຫລ ​ໂດຍ​ການເປັນປະທານຂອງ ທ່ານ ສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ແລະ ທ່ານ ນາງ ດາລາວອນ ສິດທິພັນ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ມີຄະນະກົມກ່ຽວຂ້ອງ ກະຊວງສຶກສາທິການ ແລະ ກິລາ, ສະ ມາຄົມການສຶກສາພາກເອກະຊົນ ແລະ ສະຖາບັນການສຶກສານາໆຊາດ ຢູ່ນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນແລກປ່ຽນບົດຮຽນຫລາຍບັນຫາ ແລະ ໄດ້ຮັບຟັງການເຜີຍ ເອກະສານສໍາຄັນຫລາຍສະບັບ ເປັນຕົ້ນກົດໝາຍ, ນິຕິກໍາ ແລະ ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຈາກພະແນກກ່ຽວຂ້ອງ ຂອງກົມຄຸ້ມຄອງ ເງິນຕາຕ່າງປະເທດ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈຫລາຍຂຶ້ນ ກ່ຽວກັບບັນຫາດັ່ງກ່າວ ເພື່ອເປັນການຊຸກຍູ້ສົ່ງເສີມການຊົມໃຊ້ເງິນກີບ ໃນການໃຊ້ຈ່າຍຕ່າງໆ ພາຍໃນປະເທດ. ສະເພາະຂົງເຂດການສຶກສາ ກໍເປັນຂົງເຂດໜຶ່ງ ທີ່ລະດົມໃຫ້ໃຊ້ຈ່າຍເປັນເງິນກີບ ໃນການເສຍຄ່າໂຮງຮຽນ, ຈ່າຍເງິນເດືອນໃຫ້ພະນັກງານຄູອາຈານ ແລະ ການຈັດຊື້ອຸປະກອນ ການຮຽນ-ການສອນຕ່າງໆ ເນື່ອງຈາກຜ່ານມາອາດມີບາງສະຖາບັນການສຶກສາ ທີ່ເກັບຄ່າຮຽນເປັນເງິນຕາຕ່າງປະເທດ ທີ່ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ຜູ້ປົກຄອງນັກຮຽນ ທີ່ບໍ່ມີເງິນຕາຕ່າງປະເທດ ຕ້ອງໄດ້ເອົາເງິນກີບ ໄປແລກປ່ຽນເອົາ ເງິນຕາຕ່າງປະເທດ ມາຈ່າຍຄ່າຮຽນ.

ການຈັດກອງປະຊຸມຄັ້ງນີ້, ເປັນການປຸກລະດົມທຸກຂົງເຂດວຽກງານ ແລະ ທຸກພາກສ່ວນໃນສັງຄົມ, ພ້ອມກັນໃຊ້ເງິນກີບ ແລະ ຫລຸດຜ່ອນການໃຊ້ຈ່າຍເງິນຕາຕ່າງປະເທດ ເພື່ອເປັນການແກ້ໄຂບັນ ຫາເຄັ່ງຮ້ອນ ຂອງລັດຖະບານ. ໃນ​ໄລຍະຜ່ານມາ ກົມ​ຄຸ້ມຄອງເງິນຕາຕ່າງປະເທດ ກໍໄດ້ຈັດກອງປະ ຊຸມແບບນີ້ມາແລ້ວຫລາຍຂົງເຂດ ໃນນັ້ນ, ກໍມີຂົງເຂດຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວທີ່ຊຸກຍູ້ໃຫ້ນັກທ່ອງທ່ຽວ ໃຊ້ຈ່າຍເປັນເງິນກີບ. ໂດຍລວມແລ້ວ ທຫລ ມີເປົ້າໝາຍການຈະແກ້ໄຂບັນຫາໃດໜຶ່ງ ໄດ້ນັ້ນມັນຕ້ອງອາໄສທຸກພາກສ່ວນໃນສັງຄົມລາວ ເປັນເຈົ້າການນໍາກັນ ແລະ ພ້ອມກັນຈັດຕັ້ງປະຕິບັດຈະມີຜົນສຳເລັດໃນຕໍ່ໜ້າຢ່າງແນ່ນອນ.    

ຂ່າວ: ໜັງສື​ພິມວຽງຈັນໃໝ່

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top