ສາຍການບິນຫວຽດເຈັດ ມີຜົນກຳໄລເກີນຄາດໝາຍ 21%

01/08/2024 16:11
Email Print 2640
ຂປລ ຂປລ. ບໍລິສັດການບິນຫວຽດເຈັດ (Vietjet) (HOSE: VJC) ໄດ້ອອກຖະແຫລງການກ່ຽວກັບການເງິນໃນໄລຍະ6 ເດືອນ​ຕົ້ນປີ 2024 ຊຶ່ງຜົນປະກອບການ​ຂອງ Vietjet ເພີ່ມຂຶ້ນກວ່າໄລຍະ​ກ່ອນການລະບາດຂອງພະຍາດໂຄວິດ ໃນປີ ​​2019 ໂດຍສາຍ​ການ​ບິນ​ໄດ້​ຂົນ​ສົ່ງ​ຜູ້​ໂດຍສານ​ທັງ​ໝົດ 13,1 ລ້ານ​ຄົນ ດ້ວຍ 70.154 ຖ້ຽວ​ບິນ​ທີ່​ປອດ​ໄພ, ເຮັດໃຫ້ມີລາຍ​ຮັບ​ສະສົມຈາກການ​ຂົນ​ສົ່ງ​ທາງ​ອາກາດ​ລວມທີ່ ​32.893 ພັນຕື້​ດົ້ງ (ປະມານ 28 ພັນຕື້​ກວ່າ​ກີບ), ​ເພີ່ມ​ຂຶ້ນ 31% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານມາ.
          ຂປລ. ບໍລິສັດການບິນຫວຽດເຈັດ (Vietjet) (HOSE: VJC) ໄດ້ອອກຖະແຫລງການກ່ຽວກັບການເງິນໃນໄລຍະ6 ເດືອນ​ຕົ້ນປີ 2024 ຊຶ່ງຜົນປະກອບການ​ຂອງ Vietjet ເພີ່ມຂຶ້ນກວ່າໄລຍະ​ກ່ອນການລະບາດຂອງພະຍາດໂຄວິດ ໃນປີ ​​2019 ໂດຍສາຍ​ການ​ບິນ​ໄດ້​ຂົນ​ສົ່ງ​ຜູ້​ໂດຍສານ​ທັງ​ໝົດ 13,1 ລ້ານ​ຄົນ ດ້ວຍ 70.154 ຖ້ຽວ​ບິນ​ທີ່​ປອດ​ໄພ, ເຮັດໃຫ້ມີລາຍ​ຮັບ​ສະສົມຈາກການ​ຂົນ​ສົ່ງ​ທາງ​ອາກາດ​ລວມທີ່ ​32.893 ພັນຕື້​ດົ້ງ (ປະມານ 28 ພັນຕື້​ກວ່າ​ກີບ), ​ເພີ່ມ​ຂຶ້ນ 31% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານມາ. ກໍາໄລ​ກ່ອນ​ຫັກອາກອນໃນ​ຊ່ວງໄລ​ຍະ​ນີ້ຢູ່ທີ່ 1.174 ພັນ​ຕື້​ດົ້ງ (ປະ​ມານ 1 ພັນ​ຕື້​ກີບ​), ເພີ່ມ​ຂຶ້ນເຖິງ 690% ເມື່ອ​ທຽບ​ໃສ່​ປີ​ຜ່ານ​ມາ. ລາຍຮັບລວມຂອງ Vietjet ໃນເຄິ່ງປີ2024 ຢູ່ທີ່34.016 ພັນຕື້ດົ້ງ (ປະມານ 30 ພັນຕື້ກີບ), ກໍາໄລກ່ອນຫັກອາກອນແມ່ນ 1.311 ພັນຕື້ດົ້ງ (ປະມານ 1.16 ພັນຕື້ກີບ), ກວມເອົາ 15% ແລະ 433% ເມື່ອທຽບປີຕໍ່ປີ, ກໍາໄລຖືວ່າເກີນຄາດໝາຍທີ່ວາງໄວ້ເຖິງ 21%.

Vietjet ໄດ້ດໍາເນີນງານບໍລິການເສັ້ນທາງການບິນຫລາຍກວ່າ 149 ເສັ້ນທາງພາຍໃນປະເທດຫວຽດນາມ ແລະຕ່າງປະເທດ, ໃນນັ້ນເສັ້ນທາງພາຍໃນປະເທດມີ 38 ເສັ້ນທາງ ແລະ ເສັ້ນທາງລະຫວ່າງປະເທດມີ 111 ເສັ້ນທາງ. ໃນເດືອນກຸມພາ 2024 Vietjet ໄດ້ເປີດສາຍການບິນໃໝ່ ທີ່ເຊື່ອມຕໍ່ນະຄອນໂຮ່ຈີ່ມິນ ກັບນະຄອນຫລວງວຽງຈັນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ເວລາເດີນທາງແມ່ນພຽງແຕ່ 1 ຊົ່ວໂມງ 45 ນາທີ. ອີກທັງໄດ້​ເຊື່ອມຕໍ່​ເສັ້ນທາງ​ການບິນ​ສຳລັບ​ນັກທ່ອງທ່ຽວ​ຈາກ​ລາວ ​ທີ່ຈະເດີນທາງ​ຕໍ່​ໄປ​ຍັງຈຸດ ໝາຍປາຍທາງອື່ນໆ ບໍ່ວ່າຈະເປັນ​ປະ​ເທດ​ອົດສະຕຣາລີ, ອິນ​ເດຍ, ​ສ ເກົາຫລີ, ຍີ່​ປຸ່ນ, ຈີນ, ອິນ​ໂດ​ເນ​ເຊຍ, ​ໄທ, ສິງກະ​ໂປ, ມາ​ເລ​ເຊຍ, ກາ​ຊັກ​ສະຖານ ​ແລະ​ອື່ນໆ.

ເມື່ອບໍ່ດົນນີ້, ບໍລິສັດ Vietjet​ ແລະ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ ​ໄດ້​ປະກາດ​ຂໍ້​ຕົກລົງ​ຊຸກຍູ້​ການ​ເຊື່ອມຕໍ່​ທາງ​ອາກາດ​ ລະຫວ່າງ ຫວຽດນາມ ​ແລະ ລາວ. ໃນປັດຈຸບັນສາຍການບິນກຳລັງດຳເນີນການສ້າງສູນບຳລຸງຮັກສາເຮືອບິນທີ່ທັນສະໄໝໃນລະດັບພາກພື້ນ ໂດຍຮ່ວມມືກັບ ສາຍການບິນລາວ ຢູ່ທີ່ສະໜາມບິນສາກົນວັດໄຕ. ຂະນະດຽວກັນ Vietjet Aviation Academy (VJAA) ໄດ້ຍຶດໝັ້ນຍຸດທະສາດ ແລະ ສ້າງວິໄສທັດ ພັດທະນາບຸກຄາລະກອນດ້ານການບິນຕາມມາດຕະຖານສາກົນ. ໃນເຄິ່ງປີທຳອິດ VJAA ໄດ້ຝຶກອົບຮົມໃຫ້ບຸກຄະລາກອນຫລາຍກວ່າ 43.000 ຄົນໃນ 3.898 ຫລັກສູດ, ລວມມີຫລັກສູດນັກບິນ ແລະ ວິສະວະກອນເຮືອບິນ (CRS). ສະຖາບັນຍັງໄດ້ມອບໃຫ້ຫ້ອງນັກບິນຈໍາລອງເພື່ອເສີມຂະຫຍາຍສະຖານະພາບເປັນສູນຝຶກອົບຮົມນັກບິນສາກົນອັນດັບຕົ້ນຂອງພາກພື້ນ. Vietjet ໄດ້ຕ້ອນຮັບນັກສຶກສາຝຶກ ງານຫລາຍຄົນ ມາສຶກສາສະພາບແວດລ້ອມໃນການເຮັດວຽກລະດັບປະເທດ, ເພື່ອມອບຄວາມຮູ້ ແລະ ປະສົບການຕົວຈິງໃຫ້ກັບເຂົາເຈົ້າ. ສາຍ​ການ​ບິນ​ຍັງ​ໄດ້ກຽມຄວາມພ້ອມ​ກັບ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ກ່ຽວ​ກັບ​ການ​ປະ​ຖົມ​ນິ​ເທດ​ການ​ເຮັດ​ວຽກ​ໃຫ້ກັບ​ນັກ​ສຶກ​ສາ, ໂດຍແນະ​ນໍາ​ກາ​ລະ​ໂອ​ກາດ​ເຮັດ​ວຽກ​ຢູ່ Vietjet.

ເພື່ອສະໜັບສະໜູນການຂະຫຍາຍຕົວການບິນທົ່ວໂລກ, Vietjet ໄດ້ລົງນາມກັບບໍລິສັດ Airbus ສັ່ງຊື້ເຮືອບິນ A330neo ຈຳນວນ 20 ລຳ ມູນຄ່າ 7,4 ຕື້ໂດລາສະຫະລັດ ທີ່ງານວາງສະແດງການບິນສາກົນ (Farnborough) ໃນເດືອນ ກໍລະກົດ 2024 ທີ່ຜ່ານມາ. ພ້ອມນີ້ Vietjet ຍັງໄດ້ຮັບກຽດຈາກວາລະສານການເງິນສາກົນ International Finance ໃຫ້ເປັນ ສາຍການບິນລາຄາທີ່ປະຢັດທີ່ດີທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ແລະ ສາຍການບິນດີທີ່ສຸດດ້ານການບໍລິຫານການເງິນ ການບິນຂອງຫວຽດນາມ; ສາຍການບິນລາຄາທີ່ປະຢັດສຸດພິເສດແລະ ສາຍການບິນດ້ານການບໍລິການເທິງຖ້ຽວບິນໃນລາຄາດີທີ່ສຸດ ໂດຍຈັດອັນດັບໃນ AirlineRatingsແລະ ຕິດຢູ່ໃນລາຍຊື່ 50 ບໍລິສັດທີ່ດີທີ່ສຸດຂອງ Forbes ໃນຫວຽດນາມປະຈຳປີ 2024.

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top