ຂີ້ຕົມ-ຂີ້ສະໜົມ-ຂີ້ສີກໃນພາສາລາວ

01/08/2024 09:01
Email Print 654
ຂປລ ເວົ້າເຖິງດິນທີ່ມີນໍ້າ ຍາມຝົນກໍ່ຄືໃນແມ່ນໍ້າ-ຫ້ວຍ-ຮ່ອງ-ໜອງ-ບຶງ, ເສັ້ນທາງ, ບ່ອນລ້າງ ກ້ອງຊານ-ເຮືອນຄົວແບບເກົ່າ...

  *ເວົ້າເຖິງດິນທີ່ມີນໍ້າ ຍາມຝົນກໍ່ຄືໃນແມ່ນໍ້າ-ຫ້ວຍ-ຮ່ອງ-ໜອງ-ບຶງ, ເສັ້ນທາງ, ບ່ອນລ້າງ ກ້ອງຊານ-ເຮືອນຄົວແບບເກົ່າ...ລັກສະນະດິນແຫລວ-ໜຽວ ເປະປະມື່ນ...ໃນພາສາລາວໃຊ້ມີຂີ້ຕົມ ຫລື ຕົມ, ຂີ້ສະໜົມ, ຂີ້ສີກ...

  ຄໍາວ່າ: “ຂີ້ຕົມ” ເປັນຄໍານາມໝາຍເຖິງ ດິນທີ່ມີນໍ້າປົນຢູ່ແຫລວໆ,ດິນໜຽວ. ຂີ້ຕົມ ຫລື ຕົມ ມີຢູ່ຕາມແມ່ນໍ້າ-ຫ້ວຍ-ຮ່ອງ-ໜອງ-ບຶງ, ເສັ້ນທາງ, ທົ່ງນາ...

  ຄຳ: “ຂີ້ສະໜົມ” ເປັນຄຳນາມ,ໝາຍເຖິງພືດທີ່ເກີດເປັນແຜ່ນຕິດກັນ ຫລື ຫຍ້າເນົ່າເປື່ອຍ ເປັນເຟືອຍ, ແຜ່ນໜາຟູຢູ່ຕາມໜອງນ້ຳ-ບຶງ ຕ່າງໆ ທີ່ມີຕົມຫລົ່ມເລິກຢູ່ທາງພື້ນ, ເມື່ອເວລາຄົນເຮົາລຸຍຂີ້ສະໜົມ ບ່ອນທີ່ມັນມີຄວາມໜາແໜ້ນຫລາຍ ຈະເຮັດໃຫ້ເມື່ອຍ ຫລື ຕົກຫລົ່ມຂີ້ສະໜົມ ຖ້າເປັນບ່ອນເລິກ ມັນຈະດູດຈ່ອງເຮົາ ລົງໄປພື້ນ. ໂດຍທຳມະ ຊາດ ມັກມີປາກົດການຂີ້ສະໜົມດູດເອົາສັດ ທີ່ຕົກລົງໄປ,ຍ້ອນວ່າບໍ່ມີພື້ນໃຫ້ຄ້ຳຢັນເຖິງ (ເພາະພື້ນ ເລິກກໍ່ເປັນຂີ້ຕົມໜຽວ) ເພື່ອຈະເອົາໂຕລອດອອກມາຂີ້ສະໜົມ.

  ສ່ວນຄຳ: “ຂີ້ສີກ” ເປັນຄຳນາມ,ໝາຍເຖິງດິນແຫລວ ຢູ່ພື້ນກ້ອງລ່າງເຮືອນ ທີ່ເອີ້ນວ່າ ຊານ ຫລື ຊານນ້ຳ,ບ່ອນທີ່ຊື່ກັບ ຫລື ກ້ອງອ່າງນໍ້າ, ອຸ່ມນໍ້າ,ຄຸ, ຊາມນ້ຳ ທີ່ມີການໃຊ້ນ້ຳ ແລະ ຊຶມຢູ່ສະເໝີ ເຊິ່ງເປັນບ່ອນຊະລ້າງ, ຄົວປາ, ເປັດ-ໄກ່..., ລວມທັງໃຊ້ເປັນບ່ອນອາບນ້ຳ...ແບບຄົນລາວບູຮານທີ່ປຸກເຮືອນຮ້ານ ມີກ້ອງລ່າງ ຫລືຕະລ່າງ. ນໍ້າຂີ້ສີກ ແລະ ຂີ້ສີກ ລ້ວນແຕ່ມີກິ່ນເໝັນ, ແຕ່ເປັນທີ່ນິຍົມຂອງໝູທີ່ຊາວບ້ານລ້ຽງປ່ອຍ (ໃນບາງເຂດຊົນນະບົດ) ມັກໄປນອນເກືອກ ເພື່ອຜ່ອນຄາຍຄວາມຮ້ອນ ຕາມປະສາຂອງສັດ. ເຮືອນສະ ໄໝໃໝ່ ໂດຍສະເພາະຢູ່ຕົວເມືອງໃຫຍ່ ມີລະບົບລະບາຍນໍ້າຜ່ານທໍ່, ຈະບໍ່ມີຂີ້ສີກ, ສະນັ້ນຄົນຮຸ່ນໃໝ່ໃນເມືອງ ຫລາຍຄົນຈຶ່ງບໍ່ເຄີຍເຫັນ “ຂີ້ສີກ” ວ່າແມ່ນແນວໃດ.

  ດັ່ງນັ້ນ ຈຶ່ງນຳມາສຶກສາຮ່ວມກັນຄືດັ່ງນີ້ແລ ພໍ້ກັນໃໝ່ບົດຕໍ່ໄປ. ຮິບໂຮມໂດຍ: ພະກາ.

KPL

ຂ່າວອື່ນໆ

ads
ads

Top