ຕະຫລອດໄລຍະ 69 ປີ ເອື້ອຍນ້ອງແມ່ຍິງໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

31/07/2024 11:06
Email Print 686
ຂປລ ຕະຫລອດ 69 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງແມ່ຍິງລາວ ພາຍໃຕ້ການນໍາພາຂອງພັກ, ລັດຖະບານກໍຄື ອົງການຈັດຕັ້ງສະຫະພັນແມ່ຍິງລາວ, ເອື້ອຍນ້ອງແມ່ຍິງໃນຂອບເຂດທົ່ວປະເທດໄດ້ຮັບການພັດທະນາຕໍ່ເນື່ອງ ແລະ ເຂັ້ມແຂງຮອບດ້ານ.
  

   *ຕະຫລອດ 69 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງແມ່ຍິງລາວ ພາຍໃຕ້ການນໍາພາຂອງພັກ, ລັດຖະບານກໍຄື ອົງການຈັດຕັ້ງສະຫະພັນແມ່ຍິງລາວ, ເອື້ອຍນ້ອງແມ່ຍິງໃນຂອບເຂດທົ່ວປະເທດໄດ້ຮັບການພັດທະນາຕໍ່ເນື່ອງ ແລະ ເຂັ້ມແຂງຮອບດ້ານ. ໃນໄລຍະຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ ມາເຖິງໃນໄລຍະສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ, ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ຍາມໃດກໍຄຽງບ່າຄຽງໄຫລ່ຮ່ວມກັບອ້າຍນ້ອງຊາຍ ໃນການປະຕິບັດວຽກງານທີ່ຕົນເອງຮັບຜິດຊອບດ້ວຍນໍ້າໃຈຮັກຊາດອັນສູງສົ່ງເຊິ່ງເຫັນໄດ້ມີຜົນງານອັນໂດດເດັ່ນ ແລະ ໃຫຍ່ຫລວງ, ຫລາຍທ່ານກາຍເປັນນັກຮົບແຂ່ງຂັນແລະວິລະຊົນແຫ່ງຊາດ.

  ທ່ານ ອາລຸນໄຊ ສູນນະລາດເຈົ້າແຂວງແຂວງຈໍາປາສັກ ໄດ້ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ພາຍໃຕ້ການນໍາພາຂອງພັກ ເອື້ອຍນ້ອງແມ່ຍິງມີສິດສະເຫມີພາບສູງຂຶ້ນ, ໃນຂະນະດຽວກັນ ເອື້ອຍນ້ອງແມ່ຍິງ ກໍມີພັນທະຫລາຍຂຶ້ນ ຖ້າທຽບໃສ່ເອື້ອຍນ້ອງແມ່ຍິງກ່ອນມີການນໍາພາຂອງພັກ, ແມ່ຍິງສະໄຫມນັ້ນໄດ້ຖືກກົດຂີ່ຂູດຮີດບໍ່ໜ້ອຍ ຍ້ອນຮີດຄອງປະເພນີທີ່ບໍ່ສອດຄ່ອງ ແລະ ຍ້ອນການປົກຄອງໃນເວລານັ້ນເຮັດໃຫ້ແມ່ຍິງມີຂໍ້ຈໍາກັດຫລາຍຢ່າງເປັນຕົ້ນ ແມ່ຍິງຕ້ອງເປັນແມ່ເຮືອນແມ່ຊານ, ຜົວເປັນຊ້າງທ້າວໜ້າ ສ່ວນເມຍເປັນຊ້າງທ້າວຫລັງ. ນອກນັ້ນ, ຍັງມີຄວາມເຊື່ອວ່າແມ່ຍິງບໍ່ສາມາດຫາເງິນໄດ້, ຕ້ອງເຝົ້າແຕ່ເຮືອນ. ແຕ່ພາຍຫລັງທີ່ມີພັກນໍາພາເອື້ອຍນ້ອງແມ່ຍິງໄດ້ປະກອບສ່ວນເຂົ້າໃນວຽກງານຕ່າງໆ ມາຮອດປັດຈຸບັນ, ແມ່ຍິງໄດ້ກາຍເປັນການນໍາຫລາຍຂຶ້ນ, ກາຍເປັນກົມການເມືອງ, ຮອງປະທານປະເທດ, ລັດຖະມົນຕີ, ເຈົ້າເມືອງ, ເປັນນາຍທະຫານ, ເປັນນັກການທູດ, ເປັນນັກບໍລິຫານ, ແມ່ຍິງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ. ສະເພາະແຂວງຈໍາປາສັກ ເຫັນວ່າແມ່ຍິງ ໄດ້ດໍາລົງຕໍາແໜ່ງເປັນຄະນະປະຈໍາ, ຄະນະພັກ, ເຈົ້າເມືອງເຊິ່ງໄດ້ສ່ອງແສງໃຫ້ເຫັນວ່າ ເອື້ອຍນ້ອງແມ່ຍິງ ລ້ວມແລ້ວແຕ່ມີຄວາມຮູ້, ຄວາມສາມາດ, ແມ່ຍິງໃນຍຸກປັດຈຸບັນຍັງມີຄວາມອົບອຸ່ນຂຶ້ນ, ແມ່ຍິງມີຄວາມສົດໃສຂຶ້ນ, ແມ່ ຍິງມີສິດເສລີພາບສູງຂຶ້ນ, ແມ່ຍິງມີບົດບາດຫລາຍຂຶ້ນ ບໍ່ວ່າຈະເປັນບົດບາດໃນເວທີພາຍໃນ ຫລື ເວທີສາກົນ.

  ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ຍັງຝາກເຖິງເອື້ອຍນ້ອງແມ່ຍິງລາວໃນຂອບເຂດທົ່ວປະເທດຈົ່ງຮັກສາມູນເຊື້ອອັນດີງາມຂອງຕົນຄືກັບຮັກສາແກ້ວຕາຂອງຕົນໂດຍສະເພາະຄວາມເປັນແມ່ຍິງລາວ ໃນການນຸ່ງສິ້ນທີ່ເປັນເອກະລັກ, ໃຫ້ສືບຕໍ່ຮັກສາ ແລະ ອະນຸລັກໄວ້ ໂດຍສະເພາະແມ່ຍິງຮຸ່ນໜຸ່ມ, ແມ່ຍິງຕ້ອງເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເຄົາລົບ ແລະ ປະຕິບັດກົດໝາຍ, ເຂົ້າຮ່ວມໃນການປະຕິບັດສິດເອກະລາດເປັນເຈົ້າຕົນເອງເນື່ອງຈາກແມ່ຍິງ ໄດ້ມີບົດບາດຫລາຍຢູ່ໃນຄົວເຮືອນ ໃນການສ້າງເສດຖະກິດຄອບຄົວ.

ໂດຍ: ກິດຕາ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top